ປກສ ຢຸດເຊົາການອອກປື້ມສຳມະໂນຄົວເກົ່າ ແລະ ຫັນມານຳໃຊ້ໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວແທນ

07/08/2026 06:12
Email Print 148
KPL ຫ້ອງວ່າການກະຊວງ ປ້ອງກັນຄວາມສະຫງົບ ແຈ້ງມາຍັງ ຫ້ອງການບັນດາກະຊວງ, ອົງການ ທຽບເທົ່າ, ສະພາແຫ່ງຊາດ, ອົງ ການປົກຄອງທ້ອງຖິ່ນ, ຜູ້ປະກອບ ການ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດ ທົ່ວປະເທດກ່ຽວກັບໄດ້ຢຸດເຊົາ ການອອກປຶ້ມສຳມະໂນຄົວໃຫ້ພົນ ລະເມືອງລາວແບບເກົ່າຫັນມາຈົດ ທະບຽນສໍາມະໂນຄົວແບບເອເລັກ ໂຕຣນິກແບບທັນສະໄໝ ແລະ ຫັນ ມານຳໃຊ້ໜັງສືຢັ້ງຢືນຂໍ້ມູນສໍາ ມະໂນຄົວ (ແບບຟອມ ສຄ07)

ຕາມລະບຽບຫລັກການຂອງກະ ຊວງປ້ອງກັນຄວາມສະຫງົບແທນ ປື້ມສໍາມະໂນຄົວແບບເກົ່າ. ສໍາລັບບຸກຄົນ ແລະ ຄອບຄົວ ທີ່ມີປຶ້ມສໍາມະໂນຄົວອອກໃຫ້ໃນ ໄລຍະຜ່ານມາ ກໍຍັງສາມາດນຳໃຊ້ ໄດ້ຈົນກວ່າຈະມີແຈ້ງການລົບລ້າງ, ສ່ວນບຸກຄົນ ແລະ ຄອບຄົວທີ່ມີຂໍ້ ມູນສໍາມະໂນຄົວຢູ່ໃນລະບົບເອເລັກ ໂຕຣນິກແລ້ວແມ່ນໃຫ້ນຳໃຊ້ໜັງສື ຢັ້ງຢືນຂໍ້ມູນສຳມະໂນຄົວແທນປຶ້ມ ສຳມະໂນຄົວແບບເກົ່າ; ສຳລັບ ພົນລະເມືອງຜູ້ທີ່ມີບັດປະຈໍາຕົວດີ ຈິຕອນແລ້ວສາມາດນໍາໃຊ້ບັດປະ ຈໍາຕົວດີຈິຕອນເປັນການຢັ້ງຢືນຕົວຕົນຂອງພົນລະເມືອງ ເພື່ອປະກອບ ທຸລະກຳຕ່າງໆໄດ້ເຊັ່ນດຽວກັນ; ພາກສ່ວນທີ່ສາມາດອອກໜັງສື ຢັ້ງຢືນຂໍ້ມູນສຳມະໂນຄົວ (ແບບ ຟອມ ສຄ07) ມີ 3 ພາກສ່ວນຄື: ກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງ ຮາກຖານ; ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ປກສ ແຂວງ; ບັນດາກອງບັນຊາການ ປກສ ເມືອງ-ປກສ ນະຄອນ ໃນ ຂອບເຂດທົ່ວປະເທດ. ບັນດາກະຊວງ, ອົງການທຽບ ເທົ່າ, ອົງການປົກຄອງທ້ອງຖິ່ນທຸກ ຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້, ອໍານວຍຄວາມສະດວກ ໃນການປະກອບເອກະສານເຮັດ ທຸລະກຳຕ່າງໆ.

KPL

ຂ່າວອື່ນໆ


Top