KPL
ການຍົກລະດັບການວິ ເຄາະ-ວິຈານຂ່າວໃຫ້ມີຄຸນນະພາບ ແມ່ນພາລະກິດທີ່ຈຳເປັນໃນສະພາບການພັດທະນາຂອງສື່ມວນ ຊົນສະໄໝໃໝ່. ການວິເຄາະທີ່ມີ ຄຸນນະພາບຕ້ອງອາໄສຄວາມຮູ້, ຂໍ້ມູນ, ວິທີຄິດແບບວິທະຍາສາດ, ການນຳໃຊ້ເຕັກໂນໂລຊີ ແລະ ຈັນຍາບັນວິຊາຊີບ. ທ່ານ ວັນນະສິນ ສິມມະວົງ ຜູ້ ອໍານວຍການໃຫຍ່ສໍານັກຂ່າວສານ ປະເທດລາວ ໄດ້ປະກອບຄໍາເຫັນ
ໃນ
ໂອກາດດໍາເນີນກອງປະຊຸມວຽກ
ງານສື່ມວນຊົນທົ່ວປະເທດ ຄັ້ງທີ
I ວ່າ: ຖ້າສື່ມວນຊົນສາມາດພັດ
ທະນາວຽກງານດ້ານນີ້ໄດ້ຢ່າງຕໍ່
ເນື່ອງການວິເຄາະ-ວິຈານຂ່າວ ຈະ
ບໍ່ພຽງແຕ່ເປັນຜະລິດຕະພັນຂ່າວ
ຊະນິດໜຶ່ງ ແຕ່ຈະກາຍເປັນ “ພະລັງ
ປັນຍາ” ທີ່ຊ່ວຍຊີ້ນຳສັງຄົມ, ສ້າງ
ຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມການພັດທະນາປະເທດຊາດໃນຍຸກ
ດີຈິຕອນຢ່າງຍືນຍົງ. ພ້ອມກັນນັ້ນ,
ການວິເຄາະ-ວິຈານຂ່າວ ຕ້ອງ
ສະທ້ອນເອກະລັກ ແລະ ຄຸນຄ່າ
ວັດທະນະທຳລາວ ໂດຍໃຫ້ຄວາມ
ສຳຄັນກັບຄວາມສາມັກຄີ, ຈາລິ
ຍະທຳ, ການເຄົາລົບຜູ້ອື່ນ ແລະ
ການຫາທາງອອກດ້ວຍສັນຕິວິທີ.
ດັ່ງນັ້ນ ການວິຈານຂ່າວຄວນຢູ່
ເທິງພື້ນຖານຂອງການສ້າງສັນ,
ນຳສະເໜີທາງອອກ ແລະ ສົ່ງເສີມ
ຄວາມສາມັກຄີປອງດອງຫລາຍ
ກວ່າການສ້າງຄວາມຂັດແຍ່ງ ຫລການປຸກລະດົມອາລົມສັງຄົມ.
ໃນຍຸກທີ່ຂໍ້ມູນຂ່າວສານໄຫລ
ວຽນຢ່າງໄວວາ ແລະ ບໍ່ມີຂອບ
ເຂດ, ການວິເຄາະ-ວິຈານຂ່າວ
ໄດ້ກາຍເປັນພາລະກິດສຳຄັນຂອງ
ສື່ມວນຊົນ ແລະ ຜູ້ເຮັດວຽກດ້ານ
ຂ່າວສານ. ຖ້າການລາຍງານຂ່າວ
ເປັນການບອກເລົ່າວ່າ “ເກີດຫຍັງ
ຂຶ້ນ”, ການວິເຄາະ-ວິຈານຂ່າວ
ກໍຄື ການຕອບຄຳຖາມວ່າ “ເປັນ
ຫຍັງຈຶ່ງເກີດຂຶ້ນ, ມີຜົນກະທົບ
ແນວໃດ ແລະ ຈະພັດທະນາໄປໃນ
ທິດທາງໃດ”. ດັ່ງນັ້ນ, ການຍົກ
ລະດັບຄຸນນະພາບການວິເຄາະ-ວິ
ຈານຂ່າວ ບໍ່ແມ່ນພຽງການປັບປຸງ
ຮູບແບບການນຳສະເໜີເທົ່ານັ້ນ ແຕ່
ເປັນການຍົກສູງຄຸນນະພາບທາງ
ດ້ານແນວຄິດ, ຄວາມຮູ້, ຈັນຍາບັນ
ແລະ ຄວາມສາມາດທາງວິຊາຊີບ
ຂອງນັກຂ່າວ. ເພາະການວິເຄາະ
ວິຈານຂ່າວແມ່ນຂະບວນການກັ່ນ
ຕອງ, ປະເມີນ ແລະ ຕີລາຄາຂໍ້ມູນ
ຂ່າວສານຢ່າງມີເຫດມີຜົນເພື່ອ
ຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ
ບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ
ແລະ ເລິກເຊິ່ງ.
ເພື່ອໃຫ້ວຽກງານວິເຄາະ-ວິ
ຈານຂ່າວພັດທະນາໄປໃນທິດທາງ
ທີ່ມີຄຸນນະພາບ ແລະ ທັນສະໄໝ
ຈຳເປັນຕ້ອງມີການຊີ້ນຳຢ່າງໃກ້
ຊິດຈາກພັກ-ລັດ, ການລົງທຶນພັດ
ທະນາບຸກຄະລາກອນ, ການສະ
ໜອງງົບປະມານ ແລະ ອຸປະກອນ
ທາງເຕັກໂນໂລຊີທີ່ຈຳເປັນຄວບຄູ່
ກັບການສ້າງກົນໄກປະສານງານ
ລະຫວ່າງອົງການສື່ມວນຊົນ, ພາກ
ລັດ ແລະ ສະຖາບັນວິຊາການ ເພື່ອ
ສາມາດຮ່ວມກັນຜະລິດບົດວິເຄາະວິຈານຂ່າວທີ່ມີມາດຕະຖານ, ມີ
ຄວາມໜ້າເຊື່ອຖື.
ດັ່ງນັ້ນ, ການຍົກລະດັບການ
ວິເຄາະ-ວິຈານຂ່າວ ຈຶ່ງບໍ່ແມ່ນພາ
ລະກິດຂອງອົງການສື່ມວນຊົນ
ໃດໜຶ່ງເທົ່ານັ້ນ ແຕ່ເປັນຄວາມ
ຮັບຜິດຊອບຮ່ວມຂອງທຸກພາກ
ສ່ວນ ເພື່ອສ້າງລະບົບນິເວດຂ່າວ ສານທີ່ມີຄຸນນະພາບ, ໂປ່ງໃສ, ໜ້າ
ເຊື່ອຖື ແລະ ຮັບໃຊ້ການພັດທະນາ
ປະເທດຊາດໃນໄລຍະຍາວ.
ພາບ: ອ່າຍຄໍາ
KPL