ເລຂາພັກແຂວງຄຳມ່ວນ ເນັ້ນໃຫ້ສະມາຄົມນັກທຸລະກິດຍິງສ້າງຜະລິດຕະພັນເດັ່ນ ຂັບເຄື່ອນເສດຖະກິດແຂວງ

06/08/2026 01:35
Email Print 331
KPL ຂປລ.​ ແຫລ່ງຂ່າວຈາກແຂວງ ຄຳມ່ວນ​ໃຫ້ຮູ້ວ່າ:​ທ່ານ​ໄຊຊະນະ​ ໂຄດພູທອນ​ ເລຂາພັກແຂວງຄຳ ມ່ວນ​ ໄດ້ໃຫ້ທິດຊີ້ນໍາແກ່ຄະນະບໍ ລິຫານງານສະມາຄົມນັກທຸລະກິດ ຍິງ​ ແຂວງຄຳມ່ວນ​ ໃນໂອກາດ ເຂົ້າຢ້ຽມຂໍ່ານັບ​ໃນວັນທີ​3​ສິງຫາ​2026​ ພາຍຫລັງສໍາເລັດກອງປະ​ ຊຸມສະມາຄົມນັກທຸລະກິດຍິງ​ ຄັ້ງທີ​3​ຂອງແຂວງຄໍາມ່ວນ.​

ທ່ານ​ ນາງ​ ສະຫລັກຈິດ​ ໄຊ ຍະກຸມມານ​ ປະທານສະມາຄົມນັກ ທຸລະກິດຍິງ​ ໄດ້ລາຍງານກ່ຽວກັບ ຜົນການເຄື່ອນໄຫວຂອງສະມາຄົມ,​ ບົດບາດໃນການຂັບເຄ່ືອນທຸລະກິດ​ ແລະ​ ການປະກອບສ່ວນບັນດາ ນັກທຸລະກິດຍິງ​ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ​ ພ້ອມທັງແນະນຳຄະນະບໍລິຫານ ງານຊຸດໃໝ່​ ແລະ​ ຂໍທິດຊີ້ນຳຈາກ ການນຳແຂວງ​ ເພື່ອເປັນທິດທາງໃນການດຳເນີນວຽກງານໄລຍະ ຕໍ່ໄປ.

ໃນໂອກາດນີ້,​ ທ່ານ​ ໄຊຊະນະ ​ໂຄດພູທອນ​ ໄດ້ກ່າວຕ້ອນຮັບ​ ທັງສະແດງຄວາມຊົມເຊີຍ​ ຕໍ່ຜົນ​ ສຳເລັດຂອງກອງປະຊຸມ​ ແລະ​ ເນັ້ນໃຫ້ຄະນະສະມາຄົມ​ ສືບຕໍ່ຍົກ ລະດັບຂີດຄວາມສາມາດຂອງນັກ ທຸລະກິດຍິງ,​ ນຳໃຊ້ເຕັກໂນໂລຊີ ດີຈິຕອນ,​ ພັດທະນາການຜະລິດ​ ແລະ​ ຂະຫຍາຍຕະຫລາດ​ ເພື່ອ ຍົກຄຸນນະພາບສິນຄ້າໃຫ້ແຂ່ງຂັນ ໄດ້.​ ພ້ອມກັນນ້ັນ,​ ຍັງໄດ້ຊີ້ນຳໃຫ້ ສະມາຄົມສຸມໃສ່ສ້າງຜະລິດຕະພັນ ເອກະລັກຂອງແຂວງ​ ໃຫ້ເປັນສິນ​ ຄ້າຂອງຝາກທີ່ມີຊື່ສຽງ,​ສ້າງວຽກ ເຮັດງານທຳ,​ຊ່ວຍເຫລືອວຽກງານ ສັງຄົມ​ ແລະ​ ປະກອບສ່ວນແກ້ໄຂ ບັນຫາເສດຖະກິດຂອງແຂວງ.​ຄຽງຄູ່ກັນນັ້ນ​ ໃຫ້ປັບປຸງອົງການ ຈັດຕັ້ງ,​ ແບບແຜນວິທີເຮັດວຽກ,​ ເສີມສ້າງຄວາມສາມັກຄີພາຍໃນ,​ ຍົກສູງບົດບາດແມ່ຍິງ​ ແລະ​ ສ້າງ ກິດຈະກຳທີ່ມີຜົນງານໂດດເດັ່ນ.

ໃນມື້ດຽວກັນ,​ຄະນະສະມາຄົມ ນັກທຸລະກິດຍິງ​ ຍັງໄດ້ເຂົ້າຢ້ຽມ ຂໍ່ານັບ​ທ່ານ​ສົມສະອາດ​ອຸ່ນສີດາ​ ປະທານຄະນະກຳມະການປົກຄອງ ແຂວງ​ ເພື່ອລາຍງານຜົນການ ຈັດຕັ້ງ,​ແນະນຳຄະນະຊຸດໃໝ່​ແລະ​ ຂໍທິດຊີ້ນຳເພີ່ມຕື່ມ​ເພື່ອໃຫ້ສະມາຄົມ ດຳເນີນວຽກຢ່າງມີປະສິດທິຜົນ​ ແລະ​ ປະກອບສ່ວນຂັບເຄື່ອນການ ພັດທະນາແຂວງຄຳມ່ວນ​ ໃຫ້ຍືນ ຍົງ.​​​​

ຂ່າວ:​ມະນີວັນ

KPL

ຂ່າວອື່ນໆ


Top