ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ

29/06/2026 10:19
KPL ເດືອນກໍ​ລະ​ກົດ 1921, ກອງ​ປະ​ຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ຍ້າຍ​ຈາກ​ຊຽງ​ໄຮ້ ​ໄປ​ສືບ​ຕໍ່​ດຳ​ເນີນ​ຢູ່ເຮືອ​​ລຳ​ໜຶ່ງ ທີ່​ທະ​ເລ​ສາບ​ໜານ​ຫູ​​ ເມືອງ​ເຈ່ຍ​ຊິ່ງ​ ແຂວງ​ເຈີ້​ຈ່ຽງ​ ​ໂດຍໄດ້​ປະ​ກາດ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ. ຈາກ​ນັ້ນ​ມາ, ເຮືອ​ແດງ​ລຳ​ນ້ອຍໆ ໄດ້ກາຍ​ເປັນ​ສັນ​ຍະ​ລັກ​ ຂອງ​ສະ​ຖານ​ທີ່​ວາງ​ເຊື້ອ​ໄຟ​ການ​ປະ​ຕິ​ວັດ​ຈີນ, ເປັນ​ການ​ເປີດ​ຂະ​ບວນ​ການ​ເດີນ​ເຮືອ ​ຂ້າມ​ຜ່ານ​ໜຶ່ງ​ ສະ​ຕະ​ວັດ​ຜ່ານ​ມາ​ ຂອງ​ພັກ​ກອມ​ມູ​ນິດ​ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ເດືອນກໍ​ລະ​ກົດ 1921, ກອງ​ປະ​ຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ຍ້າຍ​ຈາກ​ຊຽງ​ໄຮ້ ​ໄປ​ສືບ​ຕໍ່​ດຳ​ເນີນ​ຢູ່ເຮືອ​​ລຳ​ໜຶ່ງ ທີ່​ທະ​ເລ​ສາບ​ໜານ​ຫູ​​ ເມືອງ​ເຈ່ຍ​ຊິ່ງ​ ແຂວງ​ເຈີ້​ຈ່ຽງ​ ​ໂດຍໄດ້​ປະ​ກາດ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ. ຈາກ​ນັ້ນ​ມາ, ເຮືອ​ແດງ​ລຳ​ນ້ອຍໆ ໄດ້ກາຍ​ເປັນ​ສັນ​ຍະ​ລັກ​ ຂອງ​ສະ​ຖານ​ທີ່​ວາງ​ເຊື້ອ​ໄຟ​ການ​ປະ​ຕິ​ວັດ​ຈີນ, ເປັນ​ການ​ເປີດ​ຂະ​ບວນ​ການ​ເດີນ​ເຮືອ ​ຂ້າມ​ຜ່ານ​ໜຶ່ງ​ ສະ​ຕະ​ວັດ​ຜ່ານ​ມາ​ ຂອງ​ພັກ​ກອມ​ມູ​ນິດ​ຈີນ. ຕະ​ຫລອດ​ໄລ​ຍະ​ຮ້ອຍກວ່າ​ປີ​ຜ່ານ​ມາ, ຊາວ​ກອມ​ມູ​ນິດ​ຈີນ​ ທຸກ​ຮຸ່ນ​ຄົນ​ໄດ້​ບາກ​ບັ່ນ​ສູ້​ຊົນ, ເສຍ​ສະ​ຫລະ​ຊີ​ວິດ ​ຢ່າງ​ພິ​ລະ​ອາດ​ຫານ, ສາ​ມັກ​ຄີ ​ແລະ ​ນຳ​ພາ​ປະ​ຊ​າ​ຊົນ​ຈີນ​ຊຸກ​ຍູ້ ປະ​ຊາ​ຊາດ​ຈີນ ​ພັດ​ທະ​ນາ​ ແບບ​ກ້າວ​ກະ​ໂດດຈາກ​ການ​ລຸກ​ຢືນ​ຂຶ້ນ ຮັ່ງ​ມີ​ຂຶ້ນ ​ຈົນຮອດ​ເຂັ້ມ​ແຂງ​ຂຶ້ນ ດ້ວຍ​ຄວາມ​ໝັ້ນ​ໃຈ ​ຢ່າງ​ໜັ​ກ​ແໜ້ນ. ຈາກ​ເຮືອ​ແດງ​ລຳ​ນ້ອຍໆ​ໃນ​ເມື່ອ​ກ່ອນ ​ສູ່​ກຳ​ປັ່ນລຳ​ໃຫຍ່ ​ໃນ​ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນ​ ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ​ໃຫຍ່ ​ອັນ​ດັບ​ໜຶ່ງ​ໃນ​ໂລກ ​ທີ່​ມີ​ສະ​ມາ​ຊິກ​ພັກ​ຫລາຍກວ່າ​ຮ້ອຍ​ລ້ານ​ຄົນ ​ໄດ້​ນຳ​ພາ​ປະ​ເທດ​ໃຫຍ່ ​ຕາ​ເວັນ​ອອກ ​ທີ່​ມີ​ປະ​ຊາ​ກອນ 1,4 ຕື້ກວ່າ​ຄົນ ບຸກ​ບືນ​ຢ່າງ​ກ້າ​ຫານ​ມຸ່ງ​ໜ້າ​ສູ່​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ໃຫ້​ເຂັ້ມ​ແຂງ ​ແລະ ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ. ເດືອນ​ມັງ​ກອນ​ ປີ 1935, ໃນ​ຈຸດຫົວ​ລ້ຽວ​ຫົວ​ຕໍ່ ​​ທາງ​ປະ​ຫວັດ​ສາດ ທີ່ການ ຕ້ານ “ການປິດລ້ອມ-ປາບປາມ” ຄັ້ງທີ 5 ຢູ່ເຂດທີ່ໝັ້ນສູນກາງ​ຂອງກອງ​ທັບ​ແດງ​ຈີນ ໄດ້ປະລາໄຊ ແລະ​ ການ​ເດີນ​ທັບ​ທາງ​ໄກ​ໄລ​ຍະ​ເບື້ອງ​ຕົ້ນ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫລວ ​ຢ່າງ​ໜັກ​ໜ່ວງ, ກົມການເມືອງສູນກາງພັກ​ກອມ​ມູ​ນິດ​ຈີນ ໄດ້ໄຂກອງປະຊຸມເປີດກວ້າງ​​ຢູ່ເມືອງຈຸ່ນຢີ້ ແຂວງ​ກຸ້ຍ​ໂຈ່ວ, ໂດຍໄດ້ກຳນົດຖານະການນຳພາ ຂອງສະຫາຍ ເໝົາເຈີຕຸ່ງ ຢູ່ໃນສູນກາງພັກ ແລະ ກອງທັບແດງ ໃນດ້ານຄວາມຈິງ, ເປັນການ ເລີ່ມກຳນົດຖານະການນຳພາຂອງແນວທາງລັດທິມາກທີ່ຖືກຕ້ອງ ໂດຍມີ ສະ ຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍນັ້ນ ຢູ່ໃນສູນກາງພັກ, ເປັນການເລີ່ມກຳເນີດ ຄະນະນຳສູນກາງພັກຮຸ້ນທີ 1 ໂດຍມີ ສະຫາຍ ເໝົາເຈີຕຸ່ງ ເປັນແກນກາງ, ທັງເປັນການເລີ່ມຕົ້ນໄລຍະໃໝ່ ທີ່ພັກແກ້ໄຂບັນຫາຕົວຈິງ ຂອງການປະຕິວັດຈີນ ຢ່າງເປັນເອກະລາດເປັນເຈົ້າຕົນເອງ. ປະ​ຫວັດ​ສາດ​ຂອງ​ພັກ​ ແລະ ​ປະ​ຫວັດ​ສາດ ​ການ​ພັດ​ທະ​ນາ​ປະ​ເທດ​ຈີນ​ໃໝ່​ ລ້ວນ​ແຕ່ບອກ​ໃຫ້​ຮູ້​ວ່າ: ຖ້າ​ຢາກ​ຄຸ້ມ​ຄອງ​​ພັກ​ກອມ​ມູ​ນິດ​ຈີນ ​ທີ່​ເປັນພັກ​ໃຫຍ່​ໃຫ້​ດີ ແລະ ບໍ​ລິ​ຫານ​ປະ​ເທດ​​ຈີນ​ທີ່​ເປັນ​ປະ​ເທດໃຫຍ່​ໃຫ້​ດີ, ການ​ຮັບ​ປະ​ກັນ​ຄວາມ​ສາ​ມັກ​ຄີ ​ແລະ ​ລວມ​ສູນ​ເປັນ​ເອ​ກະ​ພາບ​ ຂອງ​ພັກມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ການ​ປົກ​ປັກ​ຮັກ​ສາ​ຄວາມ​ສັກ​ສິດ​ ຂອງ​ສູນ​ກາງ​ພັກ​ມີ​ຄວາມສຳ​ຄັນ​ທີ່​ສຸດ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເມື່ອ​ປີ 2012 ​ເປັນ​ຕົ້ນ​ມາ, ເມື່ອ​ຜະ​ເຊີນ​ໜ້າ​ກັບ ​ສະ​ພາບ​ການອັນ​ສັບ​ສົນ​ຂ້ຽວ​ຂາດ​ທັງ​ພາຍ​ໃນ​ ແລະ ​ຕ່າງ​ປະ​ເທດ, ສູນກາງພັກທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ ໄດ້ສາ​ມັກ​ຄີ ​ແລະ ​ນຳ​ພາ​ທົ່ວ​ພັກ​ທົ່ວ​ກອງ​ທັບ ​ແລະ​ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ທົ່ວ​ປະ​ເທດ ເອົາຊະນະຄວາມສ່ຽງ ແລະ ສິ່ງທ້າທາຍສຳຄັນຕ່າງໆ, ໄດ້ແກ້ໄຂບັນຫາ ຫຍຸ້ງຍາກຫລາຍປະການ ທີ່ຕົກຄ້າງມາເປັນເວລາດົນນານ, ໄດ້ສຳເລັດຫລາຍວຽກ ສຳຄັນ ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ຊາດ​ ໃນ​ໄລ​ຍະ​ຍາວ​ໄກ​ດ້ວຍຈິດໃຈ ເປັນເຈົ້າການທາງປະຫວັດສາດທີ່ຍິ່ງໃຫຍ່, ຄວາມກ້າຫານທາງການເມືອງອັນໃຫຍ່ຫລວງ ​ແລະ ຄວາມຮັບຜິດຊອບອັນແຮງກ້າ. ພາລະກິດຂອງ ພັກ ແລະ ປະເທດຊາດ ໄດ້ຮັບຜົນ ສຳເລັດ ​ລັກ​ສະ​ນະປະຫວັດສາດ, ເກີດມີການ ປ່ຽນແປງ​ລັກ​ສະ​ນະ ປະຫວັດສາດ.ການຟື້ນຟູຄວາມຈະ ເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງປະຊາຊາດຈີນ ໄດ້ເຂົ້າສູ່ຂະບວນການປະຫວັດສາດ ທີ່ບໍ່ສາມາດຕ່າວປີ້ນໄດ້. ເດື​ອນ​ພະ​ຈິກ ​ປີ 2021, ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະ ການສູນກາງພັກ​ກອມມູນິດຈີນ ສະໄໝທີ 19 ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ທາງ​ປະ​ຫວັດ​ສາດ​ ຄັ້ງ​ທີ 3 ຂອງ​ພັກ​ ໂດຍ​ມີ​ຂໍ້​ສະຫລຸບ​ສຳ​ຄັນ ​ທາງ​ການ​ເມືອງ​ຄື: “ພັກກອມ​ມູ​ນິດ​ຈີນ ກຳນົດຖານະຂອງສະຫາຍ ສີ ຈິ້ນຜິງ ເປັນແກນກາງຂອງສູນກາງພັກ ແລະ ເປັນແກນກາງຂອງທົ່ວພັກ, ກຳນົດຖານະຊີ້ນຳ ຂອງແນວຄິດສີຈິ້ນຜິິ ກ່ຽວກັບ ສັງຄົມນິຍົມທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ (ເອີ້ນ​ຫຍໍ້​ວ່າ “ສອງ​ກຳ​ນົດ”), ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຮ່ວມ ຂອງທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນ ບັນດາເຜົ່າທົ່ວປະເທດ, ມີຄວາມໝາຍລັກສະນະຕັດສິນ ຕໍ່ກັບ ການພັດທະນາ ພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່, ຕໍ່ກັບການ ຊຸກຍູ້ຂະບວນການປະຫວັດສາດ ແຫ່ງການຟື້ນຟູ ຄວາມຈະເລີນຮຸ່ງເຮືອງທີ່ຍິ່ງ ໃຫຍ່ຂອງປະຊາຊາດຈີນ.” ພຶດ​ຕິ​ກຳ​ຕົວ​ຈິງ​ ໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ: “ສອງ​ກຳ​ນົດ” ເປັນ​ໝາກ​ຜົນ​ສຳ​ຄັນ ​ທາງ​ການ​ເມືອງ​ທີ່​ພັກ​ກອ​ມ​ມູ​ນິດ​ຈີນ​ ຍາດ​ມາ​ໄດ້​ໃນ​ຍຸກ​ໃໝ່, ເປັນ​ປັດ​ໄຈ​​ລັກ​ສະ​ນະຕັດ​ສິນ ​ໃນ​ກາ​ນ​ຊຸກ​ຍູ້​ໃຫ້​ພາ​ລະ​ກິດ​ຂອງ​ພັກ ແລະ ​ປະ​ເທດ​ຊາດ ​ຍາດ​ໄດ້​ຜົນ​ສຳ​ເລັດ​ ລັກ​ສະ​ນະ​ປະ​ຫວັດ​ສາດ ແລະ ເກີດ​ມີ​ການ​ປ່ຽນ​ແປງ ​ລັກ​ສະ​ນະ​ປະ​ຫວັດ​ສາດ, ເປັນ​ຄວາມ​ແນ່ນອນ​ໃຫຍ່​ທີ່​ສຸດ, ຄວາມ​ໝັ້ນ​ໃຈ​ໃຫຍ່​ທີ່​ສຸດ ແລະ ການ​ຮັບ​ປະ​ກັນ​ໃຫຍ່​ທີ່​ສຸດ​ ສຳ​ລັ​ບ​ການ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ ແລະ​ ອຸ​ປະ​ສັກ​ກີດ​ຂວາງ​ທຸກ​ຢ່າງ, ຮັບ​ມື​ກັບ​ຄວາມ​ບໍ່​ແນ່ນອນ​ທຸກ​ຢ່າງ. ເມື່ອ 90 ກວ່າ​ປີ​ກ່ອນ, ສະ​ຫາຍ​ ເໝົາ​ເຈີ​ຕຸ່ງ ໄດ້​ສ້າງ​ຕັ້ງ​ຖານ​ທີ່​ໝັ້ນ​ປະ​ຕິ​ວັດ​ຊົນ​ນະ​ບົດ​ແຫ່ງ​ທຳ​ອິດ​ ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ ​ຢູ່​ພູ​ຈິ່ງ​ກ່າງ​, ໄດ້​ກຳ​ນົດ​ໃຫ້​ຫັນ​ຈຸດ​ສຸມ​ຂອງວຽກ​ງານ​ພັກ​ຈາກ​ຕົວ​ເມືອງ​ໄປ​ສູ່​ຊົນ​ນະ​ບົດ, ເລີ່ມ​ກຳ​ນົດ ​ເປັນ​ແນວ​ຄິດ​ກ່ຽວ​ກັບຊົນນະບົດປິດລ້ອມຕົວເມືອງ ແລະ ຍາດເອົາອຳນາດການ ປົກຄອງດ້ວຍກຳລັງອາວຸດ. ເສັ້ນ​ທາງ​ພູ​ຈິ່ງ​ກາງ​ເປັນ​ຜົນ​ງານ​ອະ​ມະ​ຕະ​ ທີ່​ຫັນ​ລັດ​ທິ​ມາກ​ໃຫ້​ເປັນ​ແບບ​ຈີນ.

ວັນ​ທີ 23 ເມ​ສາ 1945, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ໄຂ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ສະ​ໂມ​ສອນ​ສູນ​ກາງ​ທີ່​ບ້ານ​ຢາງ​ເຈ່ຍຫຼິ້ງ​ ​ເມືອງຢຽນ​ອ່ານ. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ກຳ​ນົດ​ເອົາ​ແນວ​ຄິດ​ເໝົາ​ເຈີ​ຕຸ່ງ​ເປັນ​ແນວ​ຄິດ​ຊີ້​ນຳ​​ຂອງ​ທົ່ວ​ພັກ​ ແລະ ​ບັນ​ທຶກ​ໄວ້​ໃນ​ກົດ​ລະ​ບຽບ​ຂອງພັກ. ເດືອນ​ຕຸ​ລາ ​ປີ 2022, ການ​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທ້ອງ​ຖິ່ນ​ຄັ້ງ​ທຳ​ອິດ​ ພາຍ​ຫລັງ​ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ສຳ​ເລັດ​ລົງ, ທ່ານ ສີ ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​​ເຖິງ​ສະ​ຖານ​ທີ່​ ຈັດ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ພັກ, ຜ່ານ​ຈາກຂໍ້​ມູນ​ປະ​ຫວັດ​ສາດ ​ອັນ​ລ້ຳ​ຄ່າ, ​ທ່ານ ສີ​ ຈິ້ນ​ຜິງ ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ພັກ​ມີ​ຖາ​ນະ​ສຳ​ຄັນ​ທີ່​ສຸດ ​ໃນ​ປະ​ຫວັດ​ສາດ​ຂອງ​ພັກ, ໄດ້​ຊີ້​ແຈ້ງ​ທິດ​ທາງ​ອັນ​ຖືກ​ຕ້ອງ ​ແລະ ​ບຸກ​ເບີກ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ພັກ ຈາກ​ໄຊ​ຊະ​ນະ​ນີ້​ ໄປສູ່​ໄຊ​ຊະ​ນະ​ໃໝ່ຍິ່ງ​ໃຫຍ່ກວ່າ​ເກົ່າ ​​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ຕໍ່​ມາ.​” ພັກການເມືອງ​ໜຶ່ງ​ທີ່​ມີ​ ອຸ​ດົມ​ການ​ອັນ​ສູງ​ສົ່ງ ແລະ​ ຍິ່ງ​ໃຫຍ່, ເມື່ອ​ມີ​ຄັນ​ທຸງ​ແນວ​ຄິດ​ອັນ​ຊັດ​ເຈນ​, ​ມີ​ການ​ນຳ​ພາລວມ​ສູນ​ ເປັນ​ເອ​ກະ​ພາບ​ຂອງ​ສູນ​ກາງ​ພັກ, ​ ມີ​ແນວ​ທາງ​ການ​ເມືອງ​ອັນ​ຖືກ​ຕ້ອງ ​ແລະ ​ໂຄງ​ການ​ດຳ​ເນີນ​ງານ​ອັນ​ຈະ​ແຈ້ງ ກໍ​ຈະ​ສາ​ມາດຍາດ​ເອົາ​ໄຊ​ຊະ​ນະ​ໄດ້​ສະ​ເໝີ.ໃນ​​ພິ​ທີ​ປິດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່​ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 20 ຂອງ​ພັກ​ ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເຄັ່ງ​ຂຶມ, ກອງ​ປະ​ຊຸມ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ ຖື​ເອົາ​ຜົນ​ງານ​ການ​ພັດ​ທະ​ນາ​ຂອງແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ ສປ ຈີນ ​ໃນ​ຍຸກ​ໃໝ່ ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ເປັນ​ຕົ້ນ​ມາ ບັນ​ທຶກ​ເຂົ້າ​ໃນ​ກົດ​ລະ​ບຽບ​ຂອງພັກ. ແນວ​ຄິດ ​ສີ​ ຈິ້ນ​ຜິງ​ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ໄດ້​ສະ​ເໜີທັດ​ສະ​ນະ​ໃໝ່ ແນວ​ຄິດ​ໃໝ່​ ແລະ​ ຍຸດ​ທະ​ສາດ​ໃໝ່​​ຢ່າງ​ເປັນ​ລະ​ບົບ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ປະ​ເທ​ດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂດຍຕົນ​ເອງ, ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ຄັ້ງ​ໃໝ່​ ຈາກ​ລັດ​ທິ​ມາກ ​ຫັນ​ເປັນ​ແບບ​ຈີນ. ແນວ​ຄິດ​ກໍ​ຄື​ພະ​ລັງ​ແຮງ. ຊົນ​ຊາດ​ໜຶ່ງ​ຖ້າ​ຢາກ​ກ້າວ​​ເດີນ​ຢູ່​ແຖວ​ໜ້າ​ ຂອງ​ຍຸກ​ສະ​ໄໝ  ກໍ​ຈະ​ບໍ່​ມີ​ເວ​ລາ​ໃດ​ທີ່​ຈະ​ບໍ່​ມີ​ແນວ​ຄິດ​ທິດ​ສະ​ດີ, ບໍ່​ມີ​ເວ​ລາ​ໃດ​ທີ່​ຈະ​ບໍ່​ມີການ​ຊີ້​ນຳ​ດ້ານ​ແນວ​ຄິດ. ເນື່ອງ​ໃນ​ໂອກາດ​ພັກ​ກອມ​ມູ​ນິດ​ຈີນ ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 105 ປີ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ກຳ​ນົດ​ແນ​ວ​ຄິດ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ ​ຢ່າງ​ຈະ​ແຈ້ງ, ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ ແລະ ​ເລິກ​ເຊິ່ງ​ຍາວ​ໄກ ​ຕໍ່​ການ​ເສີມ​ຂະ​ຫ​ຍາຍ​ລັດ​ທິ​ມາກ​ແບບຈີນ​ ໃນ​ຍຸກ​ປັດ​ຈຸ​ບັນ ແລະ ລັດ​ທິ​ມາກ​ໃນ​ສັດ​ຕະ​ວັດ​ທີ 21 ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ທົ່ວ​ພັກ​ຍົກ​ສູ​ງ​ ລະ​ດັບ​ທິດ​ສະ​ດີ​ແນວ​ຄິດ​ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​ເສີມ​ຂະ​ຫຍາຍ​ລະ​ບົບ​ທິດ​ສະ​ດີ​ວິ​ທະ​ຍາ​ສາດ​ແນວ​ຄິດ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ ສປ ຈີນ​ ໃນ​ຍຸກ​ໃໝ່​ໃຫ້​ອຸ​ດົມ​ສົມ​ບູນຂຶ້ນ​ຕື່ມ​ອີກ. ຕະ​ຫລອດ​ໄລ​ຍະ​ຮ້ອຍກວ່າ​ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ ໄດ້​ສາ​ມັກ​ຄີ​ ແລະ ​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ​ ບຸກ​ບືນ​ສູ້​ຊົນ​ຢ່າງ​​ບໍ່​ລົດ​ລະ ​ດ້ວຍ​ຄວາມ​ທໍ​ລະ​ຫົດອົດ​ທົນ ​ແລະ ​ພິ​ລະ​ອາດຫານ, ໂດຍ​ສາ​ມາດ​ຜ່ານ​ຜ່າ​ອຸ​ປະ​ສັກຄວາມ​ຫຍຸ້ງ​ຍາກ​ທີ່​ເບິ່ງ​ຄື​ບໍ່​ອາດ​ຜ່ານ​ຜ່າ​ໄດ້​ນັ້ນ​ຢ່າງ​ຕໍ່​ເນື່ອງ, ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ສະ​ຫງ່າ​ລາ​ສີ​ໃນ​ປະ​ຫວັດ​ສາດ​ຢ່າງ​ຕໍ່​ເນື່ອງ. ວັນ​ທີ 29 ມິ​ຖຸ​ນາ 2021, ໃນ​ພິ​ທີ​ປະ​ດັບ​ຫຼຽນ​ໄຊ “1 ກໍ​ລະ​ກົດ” ໃຫ້​ສະ​ມາ​ຊິກ​ພັກ​ຜູ້​ດີ​ເດັ່ນ, ທ່ານ ສີ​ ຈິ້ນ​ຜິງ ໄດ້​ມີ​ຄຳ​ຮຽກ​ຮ້ອງ​ໄປ​ຍັງ​ ສະ​ມາ​ຊິກ​ທົ່ວ​ພັກ​ວ່າ: “ຍິ່ງ​ເປັນ​ພາ​ລະ​ກິດ​ ອັນ​ຍິ່ງ​ໃຫຍ່, ຍິ່ງ​ຈະ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ, ຍິ່ງ​ຕ້ອງ​ຮັບ​ຮູ້​ ແລະ ​ແບກ​ຫາບ​ໜ້າ​ທີ່ ​ອັນ​ໜັກ​ໜ່ວງ. ບັນ​ດາ​ສະ​ຫາຍ​ທົ່ວ​ພັກ ​ຕ້ອງ​ຮັກ​ສາ​ຄວາມ​ອາດ​ຫານ​ແບບ​ ‘ຍິ່ງ​​ພົບ​ຄວາມ​ຫຍຸ້ງ​ຍາກ ອັນ​ຕະ​ລາຍ​ຍິ່ງ​ບຸກ​ບືນ​ ກ້າວ​ໄປ​ຂ້າງ​ໜ້າ’, ຮັກ​ສາ​ຄວາມ​ຫ້າວ​ຫັນ​ແບບ ‘ກ້າ​ປ່ຽນ​ແປງ​ໂລກ​ເກົ່າ​ ໃຫ້​ເປັນ​ໂລກ​ໃໝ່​ອ່ຽມ’ ບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​ຫົດ​ອົນ​ທົນ, ບຸກ​ບືນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພະ​ຍາ​ຍາມ​ສ້າງ​ຜົນ​ງານ​ທີ່​ບໍ່​ເຮັດ​ໃຫ້​ພັກ​ຜິດ​ຫວັງ, ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ ​ແລະ ​ບໍ່​ເຮັດ​ໃຫ້​ຍຸກ​ສະ​ໄໝ​ຜິດ​ຫວັງ.
ປີ 2026 ເປັນປີທຳອິດທີ່ ສປ ຈີນ ເລີ່ມປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15, ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ດຳ​ເນີນການ​ສຶກ​ສາ​ອົບ​ຮົມ ວ່​າ​ດ້ວຍ​ການ​ສ້າງ ​ແລະ​ ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ໃ​ນ​ທົ່ວ​ພັກ. ​ພະ​ນັກ​ງານສະ​ມາ​ຊິກ​ພັກ ຈຳນວນ​ມະ​ຫາ​ສານ ​ໄດ້​ສ້າງ ​ແລະ​ ຈັດ​ຕັ້​ງ​ປະ​ຕິ​ບັດ​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ ​ຜົນ​ງານ​ການ​ບໍ​ລິ​ຫານ​ຕື່ມ​ອີກ, ​ເລັ່ງພະ​ຍາ​ຍາມ​ສູ້​ຊົນ​ ຢ່າງ​ບໍ່​ຢຸດ​ຢັ້ງ​ໃນການ​ເດີ​ນ​ທາງ​ໄລ​ຍະສຳ​ຄັນ​ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ໃຫ້​ເຂັ້ມ​ແຂງ ​ແລະ​ ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່ ​ຂອງ​ປະ​ຊາ​ຊາດ​ຈີນ. ນັບ​ແຕ່​ຍຸກ​ໃໝ່​ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ຈັດ​ກິດ​ຈະ​ກຳ​ໂຮມ​ສູນ​ສຶກ​ສາ​ອົບ​ຮົມ ​ພາຍ​ໃນ​ພັກ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ຊຸກ​ຍູ້​ການ​ຮັກ​ສາ​ຄວາມ​ກ້າວ​ໜ້າ ແລະ ຄວາມ​ບໍ​ລິ​ສຸດ​ຂອງ​ພັກ ຢ່າງ​ບໍ່​ຢຸດ​ຢັ້ງ, ຮັບ​ປະ​ກັນ​ໃຫ້ພັກບໍ່​ປ່ຽນ​ທາດແທ້, ບໍ່​ປ່ຽນ​ສີ ແລະ ​ບໍ່​ປ່ຽນ​ກິ່ນ, ກ້າວ​ເດີນ​ຢູ່​ແຖວ​ໜ້າ​ ຂອງ​ຍຸກ​ສະ​ໄໝ​ຢ່າງ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ ​ໃນ​ຂະ​ບວນ​ວິ​ວັດ ​ປະ​ຫວັດ​ສາດ​ທີ່​ສະ​ຖາ​ນະ​ການ​ໂລກ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ.ທຸກ​ມື້​ນີ້, ຢູ່​ບົນ​ຂະ​ບວນ​ການ​ໃໝ່​ ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ໃຫ້​ເຂັ້ນ​ແຂງ ​ແລະ ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ມີ​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ທີ່​ມີ​ ສະ​ຫາຍ ​ສີ​ ຈິ້ນ​ຜິງ ​ເປັນ​ແກນ​​ກາງ, ມີ​ການ​ຊີ້​ນຳ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ຈາກ​ແນວ​ຄິດ​ ສີ​ ຈິ້ນ​ຜິງ​ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມທີ່​ມີ​ສີ​ສັນ​ພິ​ເສດ​ຂອງ ສປ ​ຈີນ​ ໃນ​ຍຸກ​ໃໝ່, ປະ​ຊາ​ຊົນ​ຈີນ​ 1,4 ຕື້ກວ່າ​ຄົນ ຈະ​ສາ​ມາດ​ສ້າງ​ປະ​ຫວັດ​ສາດ​​ ທີ່​ສະ​ຫງ່າ​ງາ​ສີ​ອັນ​ໃໝ່​ຂອງ​ປະ​ຊາ​ຊາດ​ຈີນ​ຢ່າງ​ແນ່ນອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top