ນາຍົກລັດຖະມົນຕີ ຕ້ອນຮັບປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ

29/06/2026 10:10
KPL ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ຫງວຽນ ຫື ເງຍ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

   ຂປລ.  ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຫງວຽນ ຫື ເງຍ ພ້ອມດ້ວຍຄະນະ,  ພ້ອມທັງສະເໜີຝ່າຍຫວຽດນາມ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອອົງການກວດສອບແຫ່ງລັດລາວ ທັງດ້ານບົດຮຽນ, ປະສົບການ ແລະ ຄວາມຊໍານິຊໍານານເປັນຕົ້ນການກວດສອບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການກວດສອບວິສາຫະກິດ, ການກວດ ສອບຂະແໜງການທະນາຄານ, ການກວດສອບຜົນການຈັດຕ້ັງປະຕິບັດ, ການກວດສອບການຂຸດຄົ້ນແຮ່ທາດ, ວຽກງານຕິດຕາມການແກ້ໄຂຜົນການກວດສອບ, ລວມທັງການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

    ໂອກາດນ້ີ, ທ່ານປະທານອົງການກວດສອບແຫ່ງລັດ ສສ ຫວຽດ ນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ, ພ້ອມທັງຕີລາຄາສູງຕ່ໍສາຍພົວພັນ ແລະ ການຮ່ວມມືທ່ີເປັນມູນເຊ້ືອອັນດີງາມຂອງສອງປະເທດມາແຕ່ດົນນານ ນັບມື້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງບໍ່ຢຸດຢັ້ງ; ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດອັນພົ້ນເດັ່ນໃນການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນໄລຍະຜ່ານມາ, ລວມທັງຜົນການພົບປະສອງຝ່າຍ ຊຶ່ງເປັນເອກະພາບກັນສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືແບບໃກ້ຊິດ, ເພີ່ມທະວີລົງເລິກແລກປ່ຽນບົດຮຽນເຊ່ິງກັນ ແລະ ກັນ, ໃຫ້ການສະໜັບສະໜູນການຝຶກອົບຮົມໃນຫົວຂໍ້ຕ່າງໆທີ່ຈໍາເປັນ ແລະ ການແລກປ່ຽນບົດຮຽນດ້ານວິຊາການເປັນຕົ້ນການມີສ່ວນຮ່ວມໃນການພິຈາລະນາແຜນງົບປະມານແຫ່ງລັດ ແລະ ການຕິດຕາມຊຸກຍູ້ການແກ້ໄຂຜົນການກວດສອບ. 

KPL

ຂ່າວອື່ນໆ


Top