ເກີດແຜນດິນໄຫວຢູ່ຍີ່ປຸ່ນ ມີຜູ້ບາດເຈັບ 10ຄົນ

29/06/2026 09:48
KPL ມີຜູ້ໄດ້ຮັບບາດເຈັບ ເລັກນ້ອຍ 10 ຄົນ ຫລັງຈາກ ເກີດແຜ່ນດິນໄຫວ ຂະໜາດ 5,6 ຣິກເຕີ ທີ່ແຂວງຢາມານາຊິ (Yama nashi) ທາງພາກກາງ ຂອງປະເທດຍີ່ປຸ່ນ ແລະ ພື້ນທີ່ໃກຄຽງ.

ຂປລ.ສຳນັກຂ່າວ ກຽວໂດ ນີວສ(Kyodo News): ມີຜູ້ໄດ້ຮັບບາດເຈັບ ເລັກນ້ອຍ 10 ຄົນ ຫລັງຈາກ ເກີດແຜ່ນດິນໄຫວ ຂະໜາດ 5,6 ຣິກເຕີ ທີ່ແຂວງຢາມານາຊິ (Yama nashi)ທາງພາກກາງ ຂອງປະເທດຍີ່ປຸ່ນ ແລະ ພື້ນທີ່ໃກຄຽງ.ກົມອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ກ່າວວ່າ: ແຜ່ນດິນໄຫວດັ່ງກ່າວ ເກີດຂຶ້ນ ເມື່ອບໍ່ດົນມານີ້ ໂດຍມີ ຈຸດສູນກາງ ຢູ່ເລິກປະມານ 20 ກິໂລແມັດ.ແຜ່ນດິນໄຫວ ວັດແທກໄດ້ຂະໜາດ ຕ່ຳກວ່າ 6 ຣິກເຕີ ທີ່ ຟູຈິຄາວາກູຈິໂກະ(Fujikawaguchi-ko, ເຊິ່ງເປັນລະດັບ ຄວາມຮຸນແຮງ ສູງສຸດ ອັນດັບ3 ຈາກທັງໝົດ 7 ລະດັບ ຂອງແຜ່ນດິນໄຫວຂອງຍີ່ປຸ່ນ, ແລະ ວັດໄດ້ທີ່ ຂະໜາດ 5+ (Upper 5)ໃນເມືອງ ໂອສິກິ(Otsuki).ທັງສອງເມືອງ ຕັ້ງຢູ່ໃນແຂວງ ຢາມານາຊິ(Yamanashi), ເຊິ່ງເປັນທີ່ັ້ງຂອງພູໄຟ ຟູຈິ(Fuji) ທີ່ມີຊື່ສຽງ.ແຮງສັ່ນສະເທືອນ ທີ່ລະດັບ 6 ນັ້ນ ຮຸນແຮງພໍ ທີ່ຈະເຮັດໃຫ້ປະຊາຊົນ ຢືນຍາກແລະ ວັດຖຸ ທີ່ຫລົ່ນລົງເຊັ່ນ: ເຟີນີເຈີ ອາດຈະລົ້ມລົງ, ເຊັ່ນດຽວກັນກັບ ປ່ອງຢ້ຽມ ອາດຈະເສຍຫາຍໄດ້.ຄັ້ງສຸດທ້າຍທີ່ແຜ່ນດິນໄຫວ ທີ່ມີພະລັງ ດັ່ງກ່າວ ໄດ້ຖືກບັນທຶກໄວ້ ແມ່ນຢູ່ແຂວງ Yamanashi ໃນປີ 1924, ເຊິ່ງເຮັດໃຫ້ປະຊາຊົ ກັງວົນວ່າ ພູເຂົາໄຟ Fuji ອາດຈະລະເບີດໄດ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top