ຮອງປະທານປະເທດ ຊີ້ນຳວຽກງານຢູ່ບໍລິສັດຂຸດຄົ້ນບໍ່ແຮ່ ແຂວງຄຳມ່ວນ

29/06/2026 10:01
KPL ວັນທີ 25 ມິຖຸນາ 2026, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ 2 ຂປລ.

      ຂປລ.  ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ຫງວຽນ ຫື ເງຍ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.  ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານບໍລິສັດຂຸດຄົ້ນບໍ່ແຮ່ ພາຍໃນແຂວງຄຳມ່ວນ ຄື: ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ແລະ ບໍລິສັດ ຝຸ່ນໂປຕາສອາຊີ-ໂປຕາສສາກົນ (ລາວ) ຈຳກັດຜູ້ດຽວ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

     ການເຄື່ອນໄຫວເລີ່ມຕົ້ນຢູ່ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ຕັ້ງຢູ່ບ້ານລຳມະລາດເມືອງທ່າແຂກ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຫານ ຫຸຍລູ ປະທານ ບໍລິສັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານ. ໃນນັ້ນ, ທ່ານ ຫວາງ ເຕີສວນ ຜູ້ອຳນວຍການ ບໍລິສັດ ກໍໄດ້ລາຍງານໃຫ້ຊາບກ່ຽວກັບສະພາບລວມຂອງບໍລິສັດ, ສະພາບການຜະລິດ, ການດຳເນີນງານກິດຈະການ, ການປະກອບສ່ວນຕໍ່ສັງຄົມ, ການສ້າງວຽກງານໃຫ້ແຮງງານລາວ ແລະ ຄວາມຄືບໜ້າໃນການພັດທະນານິຄົມອຸດສາຫະກຳເສດຖະກິດໝູນວຽນລາວຄາຍຢວນ. ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ດຳເນີນກິດຈະການຫລັກດ້ານການຂຸດຄົ້ນ ແລະ ປຸງແຕ່ງແຮ່ໂປຕາສ ໂດຍມີກຳລັງການຜະລິດປຸ໋ຍໂປຕາສຊຽມຄລໍໄຣ 1 ລ້ານ ໂຕນຕ່ໍປີ, ປຸ໋ຍໂປຕາສຊຽມແບບເມັດ 400.000 ໂຕນຕໍ່ປີ ແລະ ໂຊດຽມໂບຣໄມ 10.000 ໂຕນຕໍ່ປີ. ຜະລິດຕະພັນຂອງບໍລິສັດໄດ້ສົ່ງອອກໄປຫລາຍກວ່າ 20 ປະເທດ ແລະ ພາກພື້ນໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຜ່ານມາດຕະຖານສາກົນ.

      ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະກໍໄດ້ສືບຕ່ໍເດີນທາງໄປຢ້ຽມຢາມບໍລິສັດຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຢູ ກົວເຫວິນ ຮອງຜູ້ອຳນວຍການບໍລິສັດພ້ອມຄະນະ. ພ້ອມທັງໄດ້ຮັບຊົມວິດີໂອແນະນຳບໍລິສັດ ແລະ ເສັ້ນທາງການຮ່ວມມື, ຮັບຟັງລາຍງານກ່ຽວກັບຜົນການດຳເນີນງານ, ແຜນການພັດທະນາໃນໄລຍະຕໍ່ໜ້າ ແລະ ບັນຫາຂໍ້ສະເໜີຕ່າງໆຕໍ່ລັດຖະບານ.

    ໂອກາດນ້ີ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ 2 ບໍລິສັດຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການຍຶດໝັ້ນປະຕິບັດກົດໝາຍ, ການຮັກສາມາດຕະຖານອຸດສາຫະກຳສີຂຽວ, ການສ້າງວຽກເຮັດງານທຳໃຫ້ ແກ່ແຮງງານລາວ ແລະ ການປະກອບສ່ວນພັດທະນາສັງຄົມທ້ອງຖ່ິນ. ພ້ອມກັນນ້ັນ, ທ່ານໄດ້ເນ້ັນໃຫ້ສອງບໍລິສັດສືບຕໍ່ຮັກສາມາດຕະຖານອຸດສາຫະກຳສີຂຽວໃຫ້ເປັນມິດກັບສິ່ງແວດລ້ອມ, ເລັ່ງພັດທະນາເຂດນິຄົມອຸດສາຫະກຳ ໃຫ້ເປັນຮູບປະທຳ, ເພີ່ມມູນຄ່າ ການສົ່ງອອກ, ສ້າງລາຍຮັບເຂົ້າປະເທດ ແລະ ສືບຕໍ່ເບິ່ງແຍງນະໂຍບາຍສະຫວັດດີການຂອງພະນັກງານ ແລະ ປະຊາຊົນອ້ອມຂ້າງໂຄງການໃຫ້ເໝາະສົມ, ພ້ອມທັງສືບຕໍ່ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນໃນການພັດທະນາສັງຄົມ, ຊ່ວຍເຫລືອຊຸມຊົນ ແລະ ສ້າງພື້ນຖານໂຄງລ່າງໃຫ້ແກ່ທ້ອງຖິ່ນຢ່າງຕໍ່ເນື່ອງ. ພ້ອມກັນນີ້, ທ່ານຍັງໄດ້ມອບໃຫ້ການນຳແຂວງ, ຂະແໜງການກ່ຽວຂ້ອງສືບຕໍ່ຊຸກຍູ້, ອຳນວຍຄວາມສະດວກ, ປະສານງານແກ້ໄຂບັນຫາຂໍ້ສະເໜີຕ່າງໆຂອງບໍລິສັດເພື່ອສ້າງເງື່ອນໄຂທ່ີເອື້ອອຳນວຍຕໍ່ການລົງທຶນ ແລະ ພັດທະນາອຸດສາຫະກຳບໍ່ແຮ່ໃຫ້ມີຄວາມຍືນຍົງ ແລະ ດ້ວຍຄວາມສາມັກຄີ, ຄວາມມານະພະຍາຍາມຂອງຄະນະບໍລິຫານ, ພະນັກງານຂອງທັງ 2 ບໍລິສັດ ຈະສາມາດສືບຕໍ່ສ້າງຜົນສຳເລັດໃໝ່ໆ ແລະ ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືແຂວງຄຳມ່ວນ ໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງຕະຫລອດໄປ.         

 ຂ່າວ: ມະນີວັນ

KPL

ຂ່າວອື່ນໆ


Top