KPL
ເຮືອບິນຂະໜາດນ້ອຍ ລຳໜຶ່ງຂອງ ໂຮງຮຽນສອນໂດດຈ້ອງ ໄດ້ຕົກຢູ່ເມືອງຕົງເບລນ(Tonblène) ທາງພາກຕາ ເວັນອອກ ສຽງເໜືອ ຂອງປະເທດຝຣັ່ງ ເຮັດໃຫ້ມີ ຜູ້ເສຍຊີວິດ ທັງໝົດ 11 ຄົນ ປະກອບດ້ວຍ ນັກບິນ 1 ຄົນ, ນັກຮຽນໂດດຈ້ອງ 5 ຄົນ, ແລະ ຄູສອນອີກ 5 ຄົນ.
ຂປລ.ຕາມຂ່າວຈາກ ນະຄອນຫລວງ ປາຣີຂອງຝຣັ່ງ, ວັນທີ 29 ມິຖຸນານີ້, ເຮືອບິນຂະໜາດນ້ອຍ ລຳໜຶ່ງຂອງ ໂຮງຮຽນສອນໂດດຈ້ອງ ໄດ້ຕົກຢູ່ເມືອງຕົງເບລນ(Tonblène)ທາງພາກຕາ ເວັນອອກ ສຽງເໜືອ ຂອງປະເທດຝຣັ່ງ ເຮັດໃຫ້ມີ ຜູ້ເສຍຊີວິດ ທັງໝົດ 11 ຄົນ ປະກອບດ້ວຍ ນັກບິນ 1 ຄົນ, ນັກຮຽນໂດດຈ້ອງ 5 ຄົນ, ແລະ ຄູສອນອີກ 5 ຄົນ.ກະຊວງພາຍໃນ ຂອງຝຣັ່ງ ເປີດເຜີຍວ່າ: ເຈົ້າໜ້າທີ່ອາວຸໂສ ພວມເດີນທາງໄປຍັງ ສະຖານທີ່ເກີດເຫດ ເພື່ອຕິດຕາມ ສະຖານະການ ແລະ ປະສານງານການສືບສວນ ຫາສາເຫດ ຂອງເຫດການດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL