ກອງປະຊຸມສຸດຍອດ ວິສາຫະກິດພະລັງໄຟຟ້າ ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10

28/06/2026 19:44
KPL ກອງ​ປະ​ຊຸມ ສຸດຍອດ ​ວິ​ສາ​ຫະ​ກິດ​ ພະ​ລັງ​ໄຟ​ຟ້າ​ ປະ​ເທດ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ຄັ້ງ​ທີ 10 ໄດ້​ຈັດ​ຂຶ້ນ​ ຢູ່​ເຂດ​ບໍ​ລິ​ຫານ​ ພິ​ເສດ​ ຮົງ​ກົງ ຂອງ ສປ ​ຈີນ ​ພາຍ​ໃຕ້​ ຫົວ​ຂໍ້​ຫລັກ “ຈາກ​ການ​ເຊື່ອມ​ໂຍງ​ ເຊື່ອມ​ຈອດ​​ ຮອດ​ຕະ​ຫລາດ ​ຮ່ວມ​ກັນ, ​ສ້າງທົດ​ສະ​ວັດ​ໃໝ່​ ແຫ່ງ​ການ​ຮ່ວມ​ມື ​ດ້ານ​ພະ​ລັງ​ໄຟ​ຟ້າ​ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”,

      ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ສຸດຍອດ ​ວິ​ສາ​ຫະ​ກິດ​ ພະ​ລັງ​ໄຟ​ຟ້າ​ ປະ​ເທດ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ຄັ້ງ​ທີ 10 ໄດ້​ຈັດ​ຂຶ້ນ​ ຢູ່​ເຂດ​ບໍ​ລິ​ຫານ​ ພິ​ເສດ​ ຮົງ​ກົງ ຂອງ ສປ ​ຈີນ  ​ພາຍ​ໃຕ້​ ຫົວ​ຂໍ້​ຫລັກ “ຈາກ​ການ​ເຊື່ອມ​ໂຍງ​ ເຊື່ອມ​ຈອດ​​ ຮອດ​ຕະ​ຫລາດ ​ຮ່ວມ​ກັນ, ​ສ້າງທົດ​ສະ​ວັດ​ໃໝ່​ ແຫ່ງ​ການ​ຮ່ວມ​ມື ​ດ້ານ​ພະ​ລັງ​ໄຟ​ຟ້າ​ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”, ຜູ້​ຕາງ​ໜ້າ​ ວິ​ສາ​ຫະ​ກິດ ​ພະ​ລັງ​ໄຟ​ຟ້າ ​ແລະ ​ຜູ້​ຊ່ຽວ​ຊານ ​ດ້ານ​ອຸດ​ສາ​ຫະ​ກຳ​ ທີ່​ກ່ຽວ​ຂ້ອງ​​ ຈາກ​ບັນ​ດາ​ປະ​ເທດ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ໄດ້​ຮ່ວມ​ກັນ ​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ຫັນ​ປ່ຽນ​ ສູ່​ພະ​ລັງ​ງານ​ສີ​ຂຽວ,ການ​ຍົກ​ລະ​ດັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ຕາ​ຂ່າຍໄຟ​ຟ້າ ​ຂ້າມ​​ຊາຍແດນ, ການ​ສ້າງ​ຕະ​ຫລາດ ​ພະ​ລັງ​ໄຟ​ຟ້າ​​ ໃນ​ພາກ​ພື້​ນ​ ແລະ​​ອື່ນໆ.ການ​ຮ່ວມ​ມື​ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ແມ່ນ​ກົນ​ໄກ ​ຮ່ວມ​ມື ​ລະ​ດັບພາກ​ພື້ນ​ແບບ​ໃໝ່​ທີ່​ ສປ ຈີນ ​ແລະ ສປປ ລາວ,ກຳ​ປູ​ເຈຍ,ມຽນ​ມາ,ໄທ ​ແລະ ສສ ​ຫວຽດ​ນາມ ​​ປຶກ​ສາ​ຫາ​ລື​ຮ່ວມ​ກັນ ສ້າງ​ຕັ້ງ​ຂຶ້ນ​ຮ່ວມ​ກັນ ​ແລະ ​ຊົມ​ໃຊ້​ຮ່ວມ​ກັນ,​ກົນ​ໄກ​ດັ່ງ​ກ່າວ ໄດ້​ເລີ່ມ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2016./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top