KPL
ຂປລ. ໂດຍຕອບສະໜອງ ຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຂປລ. ໂດຍຕອບສະໜອງ ຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 9-10 ສິງຫາ 2021 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ.
ໃນຕອນເຊົ້າຂອງວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ, ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ, ຊຶ່ງດຳເນີນໄປດ້ວຍ ບັນຍາກາດອັນອົບອຸ່ນ ແລະ ສົມກຽດ. ຫລັງຈາກນັ້ນ, ປະທານປະເທດທັງສອງ ກໍໄດ້ດໍາເນີນການພົບປະ ທາງການສອງຝ່າຍ.

ໃນການພົບປະຄັ້ງນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະ ແດງຄວາມປິຕິຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ ໃນຕຳແໜ່ງປະທານປະ ເທດ, ຊຶ່ງສະແດງໃຫ້ເຫັນເຖິງ ການໃຫ້ຄວາມສໍາຄັນຂອງພັກ, ລັັດ ແລະ ປະຊາຊົນຫວຽດນາມ ແລະ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ, ພ້ອມທັງໄດ້ນໍາເອົາໄມຕີຈິດ ມິດຕະພາບອັນດູດດື່ມ, ຄວາມສາມັກຄີອັນສະໜິດສະໜົມ ຂອງສອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງພັກ-ລັດ ປະຊາຊົນລາວ, ຊຶ່ງເປັນການໃຫ້ກຳລັງໃຈ ແລະ ຂວັນກຳລັງໃຈ ໃນການສືບຕໍ່ຮັບມື ກັບສະພາບຫຍຸ້ງຍາກ ທີ່ ສປປ ລາວ ກໍາລັງປະເຊີນໃນປັດຈຸບັນ ແລະ ເປັນການສືບຕໍ່ເສີມ ຂະຫຍາຍສາຍພົວພັນພິເສດ ອ້າຍນ້ອງໃຫ້ນັບມື້ນັບໃກ້ຊິດ, ມີຄວາມແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ພ້ອມກັນນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ສະຫາຍ ເລຂາທິການໃຫຍ່ ຫວຽນ ຝູ ຈ໋ອງ, ພ້ອມທັງສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍ ເຫລືອ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນແບບປົກກະຕິ ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ, ຝຶກອົບຮົມເຕັກນິກ ບຸກຄະລາກອນ ຫລື ການຊ່ວຍເຫລືອແບບສຸກເສີນ ໃນຍາມໄພພິບັດ ແລະ ພະຍາດລະບາດຕ່າງໆ, ທັງໝົດນີ້ລ້ວນແຕ່ມີຄວາມສຳຄັນ ແລະ ມີຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈຕໍ່ປະຊາຊົນລາວ, ອັນພົ້ນເດັ່ນແມ່ນ ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງສສ.ຫວຽດນາມ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ ທີ່ຈະມີພິທີມອບຮັບ ຢ່າງເປັນທາງການ ໃນລະຫວ່າງ ການຢ້ຽມຢາມສັນຖະວະໄມຕີຄັ້ງນີ້.

ພ້ອມກັນນັ້ນ, ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫລືອ ໂດຍໄດ້ສົ່ງທີມແພດຊ່ຽວຊານ ແລະ ອຸປະກອນການແພດ ປະກອບສ່ວນເຂົ້າໃນ ການສະກັດກັ້ນການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ຢ່າງທັນການ ແລະ ມີປະສິດທິຜົນ, ຊຶ່ງມາຮອດປັດຈຸບັນສາມາດຄວບຄຸມ ແລະ ຈໍາກັດການແຜ່ລະບາດ ໄດ້ໂດຍພື້ນຖານ.
ພິເສດໃນການມາຢ້ຽມຢາມຄັ້ງນີ້, ສະຫາຍປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ນໍາເອົາຂອງ ຂວັນມາມອບໃຫ້ແກ່ ສປປ ລາວ ກໍຄື ໂຄງການຊ່ວຍເຫລືອ ກໍ່ສ້າງໂຮງຮຽນຝຶກອົບຮົມ ວິຊາຊີບ ຢູ່ເມືອງ ໜອງບົກ ແຂວງຄໍາມ່ວນ ເປັນມູນຄ່າເຖິງ 5 ລ້ານໂດລາສະຫະລັດ.
ໃນໂອກາດນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ບັນດາການນໍາຂັ້ນສູງ ຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໄດ້ໃຫ້ການຕ້ອນຮັບ ອັນສະໜິດສະໜົມ, ອົບອຸ່ນ ແລະ ສົມກຽດທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບ ຖານສະຫາຍອ້າຍນ້ອງ, ຊຶ່ງທັງໝົດນັ້ນ ເປັນການສະແດງເຖິງມູນ ເຊື້ອແຫ່ງໄມຕີຈິດມິດ ຕະພາບອັນດູດດື່ມ, ຄວາມມີຊີວິດຊີວາແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບໃກ້ຊິດ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຢັ້ງຢືນການໃຫ້ບູລິມະສິດສູງສຸດ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ບໍລິສຸດຜຸດຜ່ອງ ແລະ ມີໜຶ່ງດຽວໃນໂລກ ຂອງສອງປະເທດ, ສອງຝ່າຍ ຍັງສະແດງໄດ້ເຖິງ ຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍ ແລະ ພ້ອມໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ, ຊຶ່ງສະແດງອອກ ໃຫ້ເຫັນຢ່າງຈະແຈ້ງ ຕໍ່ໝາກຜົນຕົວຈິງ ຂອງການຮ່ວມມື ສອງຝ່າຍໃນທຸກຂົງເຂດ ໂດຍສະເພາະ ແມ່ນກົນໄກການຮ່ວມມື ໃນທຸກດ້ານທັງສາຍພັກ, ສາຍລັດ ເຊັ່ນ: ດ້ານການເມືອງ, ດ້ານຄວາມໝັ້ນຄົງ, ດ້ານການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ການສຶກສາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ.
ສອງຝ່າຍເຫັນດີ ຈະເຮັດວຽກຢ່າງໃກ້ຊິດ ເພື່ອຊຸກຍູ້ການພົວພັນຮ່ວມມື ສອງຝ່າຍໃຫ້ນັບມື້ນັບກວ້າງຂວາງ ແລະ ມີຄວາມໝາຍ, ໂດຍສືບຕໍ່ແລກປ່ຽນຄະນະ ຜູ້ແທນນໍາກັນໃນທຸກລະດັບ ດ້ວຍຫລາຍຮູບ, ຫລາຍແບບ ແລະ ມີປະສິດທິຜົນຕາມທິດກະທັດຮັດ.
ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາ ຂັ້ນສູງສອງປະເທດ ກໍຄື ບັນດາເອກະສານທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ, ພ້ອມທັງສືບຕໍ່ເອົາໃຈໃສ່ເພີ່ມທະວີ ດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບ ສິ່ງທ້າທາຍໃໝ່ ທີ່ນັບມື້ນັບສັບສົນ ຫລາຍຮູບຫລາຍສີ ເອົາໃຈໃສ່ຮ່ວມມືກັນ ໃນການປົກປັກຮັກສາ ຄວາມສະຫງົບ ທັງຢູ່ໃນຕົວເມືອງ ແລະ ຢູ່ບໍລິເວນຊາຍແດນຂອງສອງປະເທດ ເພື່ອຮັບປະກັນ ເອກະລາດ ສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ.
ສອງຝ່າຍ ເຫັນດີສະເໜີ ໃຫ້ບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຂົງເຂດ ການຮ່ວມມືດ້ານ ການເຊື່ອມໂຍງພື້ນຖານ ໂຄງລ່າງ, ການທ່ອງທ່ຽວ, ການຮ່ວມມືທາງ ດ້ານພະລັງງານ, ທາງດ້ານກະສິກໍາສະອາດ ທີ່ສອງປະເທດມີທ່າແຮງ ແລະ ຈະເປັນພື້ນຖານສໍາຄັນ ໃຫ້ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນ ທາງດ້ານເສດຖະກິດ ຂອງລາວ ແລະ ຫວຽດນາມ ໃນອະນາຄົດ, ໃນນັ້ນມີຫລາຍ ໂຄງການສໍາຄັນ ເປັນຕົ້ນແມ່ນ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການຍົກລະດັບທາງເລກ 8, ໂຄງການເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການຊື້ຂາຍໄຟຟ້າ ແລະ ອື່ນໆ.
ສອງຝ່າຍເຫັນວ່າສະພາບການ ໃນທ່າມກາງສະພາບ ການພາກພື້ນ ແລະ ສາກົນ ມີຄວາມສະຫລັບຊັບຊ້ອນ, ຄາດເດົາໄດ້ຍາກ ບວກກັບໄພທໍາມະຊາດ ແລະ ພະຍາດລະບາດ, ສະນັ້ນສອງຝ່າຍຈຶ່ງເປັນເອກະພາບກັນ ຈະສືບຕໍ່ປຶກສາຫາລື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອປະກອບສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະ ຖາວອນຂອງພາກພື້ນ ແລະ ສາກົນ.
ສອງຝ່າຍ ເຫັນດີຮ່ວມກັນຈັດຕັ້ງ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນຄົບຮອບ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ.
ພາຍຫລັງສຳເລັດ ການພົບປະທາງການສອງຝ່າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດທອງລຸນ ສີສຸລິດ ແລະ ສະຫາຍປະທານປະເທດ ຫງວຽນ ຊວັນ ຟຸກ ໄດ້ເປັນສັກຂີພິຍານ ໃນການລົງນາມເອກະສານ ກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບ. ໃນນີ້, ມີ 7 ເອກະສານຂອງພາກລັດ ຄື: ບົດບັນທຶກ ວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນ ວັດທະນະທຳຊົນເຜົ່າ ກອງທັບ, ໜັງສືເຈດຈໍານົງວ່າດ້ວຍ ການຮ່ວມມືກອບ-ກູ້ໄພ ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ, ບົດບັນທຶກເພີ່ມເຕີມ ແຜນການຮ່ວມມື ປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ບົດບັນທຶກການຮ່ວມມື ລະຫວ່າງ ຫ້ອງວ່າການປະທານປະເທດ ໄລຍະ 2021-2025, ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະ ຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນ ຄວາມສະຫງົບ, ຂໍ້ຕົກລົງຮ່ວມມື ລະຫວ່າງແຂວງໄຊສົມບູນ ແລະ ແຂວງບັກຢາງ. ນອກນີ້, ຍັງມີການແລກປ່ຽນ ເອກະສານຮ່ວມມື ແລະ ມອບໃບອະນຸຍາດລົງທຶນ ໃຫ້ແກ່ພາກເອກະຊົນ 7 ເອກະສານ ອີກດ້ວຍ.
KPL