KPL
ໃນໂອກາດເຂົ້າຮ່ວມກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານກາແດງທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນ ການປີ 2026 ໃນວັນທີ 26 ກຸມພາ 2026 ນ້ີ.
ຂປລ. ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອົງການກາແດງແຫ່ງຊາດ ຕ້ອງໄດ້ເອົາໃຈໃສ່ ແລະ ເພີ່ມທະວີນຳພາຢ່າງຮອບດ້ານ ໂດຍສະເພາະຄະນະນໍາອົງການກາແດງແຫ່ງຊາດລາວ ແຕ່ລະຂັ້ນຕ້ອງສືບຕໍ່ ແລະ ເປັນເຈົ້າການນໍາພາແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານໃຫ້ມີຄວາມຮັບຮູ້, ເຂ້ົາໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ ກໍຄືກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງ ທີ X ເຂົ້າສູ່ຊີວິດຕົວຈິງໃນການປະຕິບັດໜ້າທ່ີວຽກງານຂອງຕົນກໍຄື ທິດທາງແຜນການ ແລະ ບັນດາຄາດໝາຍສູ້ຊົນຂອງອົງການກາແດງແຫ່ງຊາດທີ່ວາງໄວ້; ຮັບປະກັນໃຫ້ສາມາດເຂົ້າເຖິງ, ມີຄວາມໂປ່ງໃສ ແລະ ກວດສອບໄດ້ຢ່າງ ເປັນລະບົບໃຫ້ສາມາດຂັບເຄື່ອນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ; ມີຄວາມເປັນເຈົ້າການ, ມີຄວາມສາມາດປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນ ຕາມທິດ “ຫັນເປັນມືອາຊີບ”.
ພ້ອມທັງເອົາໃຈໃສ່ພັດທະນາວຽກງານວິຊາສະເພາະຂອງອົງການກາແດງແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງ. ໃນນີ້, ຕ້ອງໄດ້ເພີ່ມທະວີການມີສ່ວນຮ່ວມຂອງສັງຄົມໃຫ້ກວ້າງຂວາງ, ຍົກບົດບາດຂອງອົງການກາແດງແຫ່ງຊາດລາວໃຫ້ສູງຂຶ້ນ, ພົ້ນເດັ່ນກວ່າເກົ່າເປັນຕົ້ນໂຄສະນາເຜີຍແຜ່ກົດໝາຍ, ພາລະບົດບາດໜ້າທີີ່ຂອງອົງການກາແດງແຫ່ງຊາດລາວ ໃຫ້ເປັນທີ່ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນທ່ົວສັງຄົມ ໂດຍສະເພາະແມ່ນການຊ່ວຍເຫລືອບັນເທົາທຸກເບືື້ອງຕົ້ນ, ການປຸກລະດົມບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ, ການສົົ່ງເສີມສຸຂະພາບຂັ້ນພື້ນຖານຢູ່ຊຸມຊົນ, ວຽກງານຫລຸດຜ່ອນຄວາມສ່ຽງ ແລະ ຕອບໂຕ້ໄພພິບັດ, ການຊ່ວຍກູ້ໄພສຸກເສີນ ຊຶ່ງແມ່ນວຽກງານມະນຸດສະທໍາທີ່ສໍາຄັນທີີ່ສຸດ ແລະ ແມ່ນສິດທິພື້ນຖານຂອງມະນຸດທີ່ຈະຕ້ອງໄດ້ຮັບການເອົາໃຈໃສ່ເບິ່ງແຍງ; ສືບຕໍ່ປັບປຸງກົດໝາຍວ່າດ້ວຍວຽກງານກາແດງລາວ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ໃຫ້ເປັນນິຕິກໍາທີ່ຈະຊ່ວຍໃຫ້ອົງການກາແດງແຫ່ງຊາດລາວສາມາດປະຕິບັດໜ້າທີ່ຕາມພາລະບົດບາດໃຫ້ປະສົບຜົນສໍາເລັດທ່ີໃຫຍ່ຫລວງກວ່າເກົ່າ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ.
ກ່ຽວກັບງົບປະມານຮັບໃຊ້ການເຄື່ອນໄຫວວຽກງານກາແດງ ກໍຕ້ອງໄດ້ຮັບປະກັນໃຫ້ມີງົບປະມານໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງອົງການກາແດງແຫ່ງຊາດລາວ ໂດຍໃຫ້ສົມທົບກັບບັນດາພາກສ່ວນກ່ຽວຂ້ອງໃນການຈັດສັນ ງົບປະມານທີ່ຈໍາເປັນ ເພື່ອສາມາດຊ່ວຍເຫລືອຮີບດ່ວນທາງດ້ານວັດຖຸ ແລະ ຈິດໃຈຂັ້ນພ້ື້ນຖານໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ, ຜູ້ເຈັບເປັນ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍດ້ອຍໂອກາດ, ກໍາພ້າ, ກໍາພອຍ, ຄົນພິການລວມທັງແມ່ຍິງ, ເດັກນ້ອຍ ແລະ ຜູ້ທີ່ຢູ່ຫ່າງໄກສອກຫລີກ, ປຸກລະດົມຂົນຂວາຍ ຍາດແຍ່ງເອົາການຊ່ວຍເຫລືອຈາກພາຍໃນ ແລະ ພາຍນອກກໍຄືເພື່ອນມິດ ແລະ ສາກົນໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຮັບປະກັນຄວາມໂປ່ງໃສ, ນຳໃຊ້ຖືກກັບເປົ້າໝາຍເພື່ອແບ່ງເບົາງົບປະມານຂອງລັດ. ວຽກງານປຸກລະດົມຂົນຂວາຍການບໍລິຈາກເລືອດແບບສະໝັກໃຈບ່ໍໍຫວັງສິ່ງຕອບແທນແມ່ນເປັນວຽກທີ່ສໍາຄັນ ແລະ ຂາດບໍໍ່ໄດ້ຢູ່ໃນສັງຄົມ, ຖ້າບໍໍ່ມີເລືອດພຽງພໍກໍໍບ່ໍສາມາດຊ່ວຍເຫລືອກອບກູ້ຊີວິດ ຂອງຄົນເຈັບທີ່ຕ້ອງການເລືອດ. ສະນັ້ນ, ທຸກຂະແໜງການ, ທຸກການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ທຸກຊັ້ນຄົນໃນທົົ່ວສັງຄົມ ຈະຕ້ອງໄດ້ເປັນເຈົ້າການຮ່ວມກັນໂຄສະນາ ປຸກລະດົມຂົນຂວາຍໃຫ້ມີຜູ້ບໍລິຈາກເລືອດແບບສະໝັກໃຈບໍ່ຫວັງສີ່ງ ຕອບແທນໃຫ້ນັບມື້ຫລາຍຂຶ້ນ, ປູກຈິດສໍານຶກໃຫ້ເຍົາວະຊົນ, ຊາວໜຸ່ມໃຫ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງການບໍລິຈາກເລືອດແບບສະໝັກໃຈ ແລະ ສິ່ງສຳຄັນຕ້ອງມີນະໂຍບາຍຕໍໍ່ຜູ້ມີຜົນງານໃນການປຸກລະດົມຂົນຂວາຍເລືອດ ແລະ ຜູ້ມາບໍລິຈາກເລືອດຫລາຍຄັ້ງບໍໍ່ຫວັງສິ່ງຕອບແທນດ້ວຍຮູບການຕ່າງໆຢ່າງເໝາະສົມ ເພື່ອເປັນແຮງຈູງໃຈໃຫ້ຜູ້ຄົນມາບໍລິຈາກເລືອດຫລາຍຂຶ້ນ ແລະ ສາມາດສະໜອງໃຫ້ແກ່ຄົນເຈັບທ່ີຕ້ອງການເລືອດໃຫ້ພຽງພໍ ແລະ ໃຫ້ບັນລຸຕາມຄາດໝາຍແຜນການທີ່ວາງໄວ້ໃນແຕ່ລະປີ; ສືບຕໍ່ເສີມ ຂະຫຍາຍການພົວພັນ ແລະ ຮ່ວມມືກັບສາກົນໃຫ້ກວ້າງຂວາງ ແລະ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະກັບອົງການກາແດງຂອງປະເທດເພື່ອນມິດຍຸດທະສາດ, ບັນດາອົງການກາແດງຕ່າງປະເທດ ແລະ ອົງການຈັດຕ້ັງສາກົນຕ່າງໆ ເພ່ືອຂົນຂວາຍ, ຍາດແຍ່ງການຊ່ວຍເຫລືອຕາມລະບຽບຫລັກການ ແລະ ຕາມທິດທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານເພ່ືອສ້າງເງ່ືອນໄຂໃຫ້ ແກ່ການພັດທະນາອົງການກາແດງແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດຕາມ ພາລະບົດບາດໃນ 9 ໜ້າວຽກຢ່າງມີປະສິດທິພາບ, ປະສີດທິຜົນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ເພື່ອຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ຕ້ອງໄດ້ສູ້ຊົນຂົນຂວາຍສະມາຊິກ, ອາສາສະໝັກກາແດງໃຫ້ຫລາຍ ຂຶ້ນ ແລະ ເຊື້ອເຊີນເອົາຜູ້ຊົງຄຸນວຸທິ ທ່ີສະໝັກໃຈເຮັດວຽກເພ່ືອສັງຄົມ ໂດຍບໍໍ່ຮຽກຮ້ອງສິ່ງຕອບແທນມາຮ່ວມເຄື່ອນໄຫວວຽກງານກາແດງຕາມພາລະບົດບາດວຽກງານ ມະນຸດສະທໍາຂອງອົງການກາແດງແຫ່ງຊາດລາວ.
KPL