KPL
*ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍຖືເປັນໜ້າທີ່ບູລິມະສິດອັນດັບຕົ້ນເພື່ອສ້າງເງື່ອນໄຂເຮັດໃຫ້ປະຊາຊົນມີຢູ່ມີກິນ,ຮັ່ງມີຜາ ສຸກ ແລະ ກ້າວໄປເຖິງການນໍາພາປະເທດຊາດຫລຖດພົ້ນອອກຈາກຄວາມດ້ອຍພັດທະນາຕາມຄາດໝາຍທີ່ໄດ້ວາງໄວ້ດ້ວຍຫລາຍວິທີການ ແລະ ໜຶ່ງໃນນີກໍແມ່ນການຍາດແຍ່ງການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ,ສະເພາະໂຄງການໄຟຟ້າຖ່ານຫີນຫົງສາກໍມີມູນຄ່າການລົງທຶນເຖິງ 3.710 ລ້ານໂດລາສະຫາລັດ,

*ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍຖືເປັນໜ້າທີ່ບູລິມະສິດອັນດັບຕົ້ນເພື່ອສ້າງເງື່ອນໄຂເຮັດໃຫ້ປະຊາຊົນມີຢູ່ມີກິນ,ຮັ່ງມີຜາ ສຸກ ແລະ ກ້າວໄປເຖິງການນໍາພາປະເທດຊາດຫລຖດພົ້ນອອກຈາກຄວາມດ້ອຍພັດທະນາຕາມຄາດໝາຍທີ່ໄດ້ວາງໄວ້ດ້ວຍຫລາຍວິທີການ ແລະ ໜຶ່ງໃນນີກໍແມ່ນການຍາດແຍ່ງການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ,ສະເພາະໂຄງການໄຟຟ້າຖ່ານຫີນຫົງສາກໍມີມູນຄ່າການລົງທຶນເຖິງ 3.710 ລ້ານໂດລາສະຫາລັດ, ເປັນການລົງທຶນຮ່ວມກັນລະຫວ່າງ ລາວ-ໄທທີ່ຈົດທະບຽນຈັດຕັ້ງເປັນນິຕິບຸກຄົນຕາມກົດໝາຍແຫ່ງ ສປປ ລາວ ເມື່ອເດືອນກໍລະກົດ 2009 ໂດຍມີ 3 ບໍລິສັດຖືຮຸ້ນໄດ້ແກ່ລັດວິສາຫະກິດ 20%;ບໍລິສັດອາເອດ ເຊອິນເຕີເນເຊີນແນວ (ສິງກະໂປ) ຄໍປໍເລເຊິນຈໍາກັດ 40% (ບໍລິສັດຍ່ອຍຂອງບໍລິສັດຜະລິດໄຟຟ້າ ຣາດ ຊະບູລີ ໂຮນດິງ ຈໍາກັດ (ມະຫາຊົນ) 40% ແລະ ບໍລິສັດ ບ້ານປູພາວເວີ ຈຳກັດ (ມະຫາຊົນ) ປະເທດໄທ 40% ເຊິ່ງໄດ້ເລີ່ມກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຢູ່ເມືອງຫົງສາແຂວງໄຊຍະບູລີໃນປີ 2010 ໂດຍໃຊ້ຖ່ານຫີນນິກໄນເປັນເຊື້ອໄຟ ແລະ ສຳເລັດໃນປີ 2015 ດ້ວຍຂະໜາດກຳລັງການຜະລິດ 1.878 ເມກາວັດ ແລະ ເປົ້າໝາຍເພື່ອຈຳໜ່າຍໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດ,ຂະນະທີ່ການສຳປະທານກໍມີໄລຍະ 25 ປີ (2015-2041)ເຮັດໃຫ້ລັດຖະບານລາວມີລາຍຮັບຈາກໂຄງການດັ່ງກ່າວທາງກົງຕະຫລອດໄລຍະສໍາປະທານ ແລະ ປະຊາຊົນບັນດາເຜົ່າກໍຄືທ້ອງຖິ່ນບໍລິເວນໂຄງການ ກໍໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວເປັນຕົ້ນ ການຈັດສັນທີ່ດິນ ແລະ ທີ່ຢູ່ອາໄສ,ການສ້າງວຽກເຮັດງານທຳ,ມີແຫລ່ງນໍ້າໃຊ້ຖາວອນສຳລັບການດຳລົງຊີ ວິດ ແລະ ປູກຝັງ-ລ້ຽງສັດ,ລະບົບໄຟຟ້າ,ເສັ້ນທາງ,ການສຶກສາ,ສາທາລະນະສຸກ,ສີມືແຮງງານ ແລະ ລາຍຮັບຂອງປະຊົນໄດ້ຮັບການປັບປຸງດີຂຶ້ນຢ່າງຈະແຈ້ງ.
ທ່ານນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ ເວົ້າວ່າ:ພາຍຫລັງລັດຖະບານ ແລະ ບໍລິສັດ ໄຟຟ້າຫົງສາຈໍາກັດໄດ້ລົງນາມໃນສັນຍາສໍາປະທານໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃນວັນທີ 30 ພະຈິກ 2009 ເປັນຕົ້ນມາ,ເມືອງຂອງຕົນກໍໄດ້ເອົາໃຈໃສ່ສົມທົບຢ່າງສະເໝີຕົ້ນສະເໝີປາຍກັບ ບໍລິສັດ ແລະ ໜ່ວຍງານຍົກຍ້າຍຈັດສັນຟື້ນຟູອາຊີບປະຊາຊົນທີ່ໄດ້ຮັບຜົນກະທົບຈາກການພັດທະນາພາຍໃຕ້ການນໍາພາຂອງຄະນະຊີ້ນໍາໂຄງການຂັ້ນສູນກາງ,ແຂວງ ແລະ ເມືອງ ເຮັດໃຫ້ການຍົກຍ້າຍ ແລະ ຈັດສັນອາຊີບໃຫ້ປະຊາຊົນດຳເນີນໄປດ້ວຍດີ ເຊິ່ງເປັນອີກວຽກໜຶ່ງທີ່ສຳຄັນຕ້ອງໄດ້ເອົາໃຈໃສ່ພັດທະນາອາຊີບໃຫ້ປະຊາຊົນທີ່ຖືກຍົກຍ້າຍໄປຢູ່ບ້ານຈັດສັນໃໝ່ 450 ຄອບຄົວໃຫ້ມີລາຍໄດ້ພົ້ນຂີດຄວາມທຸກຍາກພາຍໃນ 3 ປີ ແລະ ມີລາຍຮັບເພີ່ມຂຶ້ນ 150% ພາຍໃນ 10 ປີເລີ່ມແຕ່ສົກປີ 2012-2022 ໂດຍລັດຖະບານລາວ ໄດ້ກຳນົດເສັ້ນທາງຫົງສາ ຫາ ໄຊຍະບູລີ ແລະ ຂຶ້ນທະບຽນຢ່າງເປັນທາງການໃສ່ຊື່ວ່າ:“ບ້ານນາແກ່ນຄຳ” ສຳເລັດໃນເດືອນກໍລະກົດ 2012 ແລະ ໃຫ້ບໍລິສັດຕ້ອງເບິ່ງແຍງສະໜັບສະໜູນປະຊາຊົນທີ່ຖືກຍົກຍ້າຍເປັນຕົ້ນເງິນຊົດເຊີຍ;ດນື້ອທີ່ຢູ່ອາໄສ 450 ຕາແມັດ/ຄອບຄົວ;ເນື້ອທີ່ທຳການຜະລິດ 2 ເຮັກຕາ/ຄອບຄົວ; ສົ່ງເສີມ ແລະ ພັດທະນາອາຊີບທາງເລືອກຕ່າງໆເຊັ່ນ:ຫັດຖະກຳ,ປູກຝັງ ແລະ ລ້ຽງສັດ ພ້ອມທັງເຮັດວຽກໃນໂຄງການຢ່າງໜ້ອຍ 1 ຕໍາແໝ່ງ/ຄອບຄົວຕະຫລອດໄລຍະສໍາປະທານ.ນອກນີ້ຍັງໄດ້ກໍ່ສ້າງລະບົບສາທາລະນຸປະໂພກ,ສິ່ງອຳນວຍຄວາມສະດວກຕ່າງໆໃນເທສະບານເມືອງປະກອບທຶນສ້າງຖະໜົນຫົນທາງພາຍໃນເມືອງ ແລະ ເຊື່ອມຈອດກັບເມືອງອ້ອມຂ້າງ.
ການພັດທະນາໂຄງການໄຟຟ້າຫົງສາ,ບໍລິສັດໄຟຟ້າຫົງສາຈຳກັດ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ເຕັກນິກເປັນຢ່າງຍິ່ງໂດຍສະເພາະການຄຸ້ມຄອງ,ການວັດແທກຄຸນນະພາບການກໍ່ສ້າງ ແລະ ການຄຸ້ມຄອງສິ່ງແວດລ້ອມໂດຍນຳໃຊ້ລະບົບເຕັກນິກທີ່ທັນສະໄໝ ແລະ ໄດ້ມາດຕະຖານສາກົນເພື່ອຮັບປະກັນການຜະ ລິດກະແສໄຟຟ້າທັງປະລິມານ ແລະຄຸນນະພາບ,ປອດໄພຕະຫລອດໄລຍະສຳປະທານລວມທັງການພັດທະ ນາຄຸນນະພາບຊີວິດຂອງປະຊາຊົນອ້ອມຂ້າງໂຮງໄຟຟ້າໃຫ້ເຕີບໃຫຍ່ໄປພ້ອມໆກັນ ຈຶ່ງເປັນທີ່ມາຂອງການນຳໃຊ້ລະບົບການບໍລິຫານຄວາມປອດໄພ,ສຸຂະພາບ,ສຸຂະອານາໄມ ແລະ ສິ່ງແວດລ້ອມພ້ອມດ້ວຍການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າມານຳໃຊ້ກັບທຸກຂັ້ນຕອນຂອງຂະບວນການຜະລິດໄຟຟ້າ ແລະ ການປະຕິບັດວຽກງານໂດຍໄດ້ສຶກສາຕີລາຄາກະທົບຕໍ່ສິ່ງແວດລ້ອມ EIA ແລະ ພັດທະນາການບໍລິຫານສິ່ງແວດລ້ອມ EMP ຢ່າງຮອບດ້ານດ້ວຍການນຳໃຊ້ເຕັກໂນໂລຊີຖ່ານຫີນສະອາດມາໃຊ້ໃນໂຮງໄຟຟ້າ, ລະ ບົບເຜົາໄໝ້ຢ່າງມີປະສິດທິພາບ,ເຕັກໂນໂລຊີດັກຈັບມວນສານ ແລະ ຄວບຄຸມຝຸ່ນ;ລະບົບບຳບັດນໍ້າເປື້ອນ ທີ່ໄດ້ມາດຕະຖານຈົນກ້າວສູ່ຄວາມຍືນຍົງດ້ວຍມາດຕະຖານ ISO 10041:2015 ໂດຍໄດ້ກວດສອບຈາກ ບໍລິສັດບູໂຣ ເວີລີທັດຈຳກັດປະເທດໄທ ແລະ ຜ່ານການກວດສອບໃນເດືອນມັງກອນ 2019 ເຮັດໃຫ້ໝັ້ນ ໃຈໄດ້ວ່າໂຮງໄຟຟ້າຫົງສາເປັນໂຮງໄຟຟ້າຖ່ານຫີນທີ່ມີມາດຕະຖານສິ່ງແວດລ້ອມ ເປັນໜຶ່ງຄວາມພາກພູມໃຈ ແລະ ເປັນອີກໜຶ່ງຄວາມສຳເລັດທີ່ສຳຄັນຂອງໂຮງໄຟຟ້າຫົງສາທີ່ຍັງຄົງມຸ່ງໝັ້ນພັດທະນາທຸລະກິດຢ່າງຕໍ່ເນື່ອງຄຽງຄູ່ກັບການມີສ່ວນຮ່ວມຮັບຜິດຊອບຕໍ່ສິ່ງແວດລ້ອມຂອງຜູ້ພັດທະນາໂຄງການຢ່າງແທ້ຈິງ.
ໜຶ່ງໃນຜົນສຳເລັດອັນພົ້ນເດັ່ນສະແດງອອກໃນວັນທີ 2 ມີນາ 2019,ບໍລິສັດໄຟຟ້າຫົງສາຈຳກັດ ໄດ້ຖະແຫລງຂ່າວການມອບ-ຮັບໃບຢັ້ງຢືນມາດຕະຖານການຄຸ້ມຄອງສິ່ງແວດລ້ອມ ISO 14001: 2015 ຢູ່ນະຄອນຫລວງວຽງຈັນໂດຍທ່ານ ທອງພັດ ອິນທະປັນຍາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະອຳນວຍການໂຄງການດັ່ງກ່າວ ແລະ ສື່ມວນຊົນ.ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້າຫົງສາຈຳກັດ ກ່າວວ່າ: ISO 14001: 2015 ແມ່ນມາດຕະຖານການຄຸ້ມຄອງສິ່ງແວດລ້ອມທີ່ເປັນສາກົນ ແລະ ທົ່ວໂລກຍອມຮັບ ເຊິ່ງປະກອບດ້ວຍການຄຸ້ມຄອງສິ່ງແວດລ້ອມທີ່ມີປະສິດ ທິພາບ ແລະ ເປັນຫົວໃຈຂອງການປະຕິບັດໜ້າທີ່ໃຫ້ໄດ້ຜົນສຳເລັດທີ່ຍືນຍົງ ແລະ ເຮັດໃຫ້ການຄຸ້ມຄອງສິ່ງແວດລ້ອມເປັນລະບົບ ແລະ ສອດຄ່ອງກັບກົດໝາຍ.
ຜູ້ອຳນວນການໃຫຍ່ບໍລິສັດດັ່ງກ່າວໃຫ້ຮູ້ຕື່ມວ່າ:ເມື່ອໄດ້ຮັບການຢັ້ງຢືນມາດຕະຖານສາກົນນີ້ແລ້ວກໍ ຈະອອກແຮງສືບຕໍ່ພັດທະນາລະບົບໂຄງຮ່າງການຄຸ້ມຄອງສິ່ງແວດລ້ອມໃຫ້ຍືນຍົງ,ສາມາດຮັກສາມາດຕະ ຖານ ISO 14001:2015 ໄວ້;ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການໃຫ້ມີຊີວິດການເປັນຢູ່ດີຂຶ້ນ;ຊ່ວຍສ້າງວຽກເຮັດງານທຳ ອອກແຮງສົ່ງເສີມການສຶກສາຂອງເຂົາເຈົ້າໃຫ້ດີຂຶ້ນ ແລະ ມີສ່ວນຮ່ວມ ໄດ້ຮັບຜົນປະໂຫຍດທີ່ແທ້ຈິງພ້ອມທັງເອົາໃຈໃສ່ຕໍ່ແຮງງານທີ່ເຮັດວຽກຢູ່ບໍລິສັດໃຫ້ຖືກຕ້ອງຕາມກົດໝາຍ, ຂໍ້ກຳນົດສັນຍາ,ທຸກຄົນໄດ້ຮັບສະຫວັດດີການສັງຄົມ;ພັດທະນາສີມືແຮງງານເພື່ອຮັບປະກັນຄວາມປອດໄພ ແລະ ນຳເອົາຜົນປະໂຫຍດທີ່ໄດ້ຮັບຈາກໂຄງການໄຟຟ້າມາປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ໃຫ້ຈະເລີນສີວິໄລຂຶ້ນເປັນກ້າວໆ.
ນີ້ແມ່ນການປະຕິບັດກິດຈະກຳຫລັກຂອງບໍລິສັດໄຟຟ້າຫົງສາຈຳກັດເຊິ່ງບໍ່ພຽງແຕ່ເປັນຜູ້ດຳເນີນທຸລະກິດພະລັງງານໄຟຟ້າເທົ່ານັ້ນ,ແຕ່ຍັງມຸ່ງເນັ້ນການດຳເນີນທຸລະກິດຄຽງຄູ່ກັບການພັດທະນາສັງຄົມ, ເບິ່ງແຍງສິ່ງແວດລ້ອມ ແລະ ເອົາໃຈໃສ່ຕໍ່ວຽກງານທີ່ຕິດພັນກັບການພັດທະນາໂຄງການຢ່າງຮອບດ້ານ ເພື່ອກ້າວສູ່ຄວາມຍືນຍົງດັ່ງທີ່ລະບຸໄວ້ໃນວິໄສທັດຂອງບໍລິສັດຄື “ການເປັນໂຮງໄຟຟ້າປາກບໍ່ແຮ່ ນຳໜ້າໃນອາຊຽນ ໂດຍການເຮັດວຽກທີ່ເປັນເລີດ ສ້າງຄວາມເຊື່ອໝັ້ນ ແລະ ຄວາມສຸກສູ່ສັງຄົມ” ໃຫ້ເປັນຈິງ.
KPL