ຝ່າຍປະຊາຊົນ ເອົາຊະນະຝ່າຍພະນັກງານ 9-8 ປະຕູ ໃນການແຂ່ງຂັນຕີຄີ ບຸນນະມັດສະການພະທາດຫລວງ ປະຈຳປີ 2026

25/11/2026 11:25
KPL ການແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 24 ພະຈິກ 2026 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດ ຫລວງວຽງຈັນ ຊຶ່ງຖືເປັນໜຶ່ງໃນ ກິດຈະກຳສຳຄັນຂອງງານບຸນ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດ ຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ພ້ອມດ້ວຍ ບັນດາການນຳພັກ-ລັດ, ພາກສ່ວນ ກ່ຽວຂ້ອງ ຕະຫລອດຮອດມວນຊົນ ຊາວນະຄອນຫລວງວຽງຈັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຮັບຊົມ ແລະ ໃຫ້ກຳລັງໃຈຢ່າງຫລວງຫລາຍ.

ການແຂ່ງຂັນໃນປີນີ້ ຍັງຮັກສາ ຮູບແບບປະເພນີດັ້ງເດີມ ໂດຍ ແບ່ງອອກເປັນ 2 ຝ່າຍ ຄື: ຝ່າຍ ພະນັກງານ ແລະ ຝ່າຍປະຊາຊົນ. ຕະຫລອດໄລຍະເວລາການແຂ່ງຂັນ  ທັງສອງທີມຕ່າງກໍງັດເອົາທັກສະ  ແລະ ພະລະກຳລັງເຂົ້າສູ້ກັນຢ່າງ ສູສີ ທ່າມກາງສຽງໂຫ່ຮ້ອງເຊຍ ຂອງຜູ້ຊົມອ້ອມຂ້າງສະໜາມ. ຈົນ ໃນທີ່ສຸດ ຝ່າຍປະຊາຊົນ ກໍສາມາດ ເອົາຊະນະ ຝ່າຍພະນັກງານ ໄປໄດ້ ດ້ວຍຄະແນນ 9 ຕໍ່ 8 ປະຕູ. ກິລາ ຕີຄີ ບໍ່ພຽງແຕ່ເປັນການແຂ່ງຂັນ ເພື່ອຄວາມມ່ວນຊື່ນ ຫລື ການ ອອກກຳລັງກາຍເທົ່ານັ້ນ, ແຕ່ຍັງ ເປັນມໍລະດົກທາງວັດທະນະທຳ  ແລະ ປະຫວັດສາດອັນລ້ຳຄ່າທີ່ສືບ ທອດກັນມາແຕ່ບູຮານນະການ  ຊຶ່ງສະແດງໃຫ້ເຫັນເຖິງ: ຄວາມສາ ມັກຄີ ທີ່ເປັນສັນຍະລັກແຫ່ງຄວາມປອງດອງ ແລະ ຄວາມເປັນປຶກແຜ່ນ ລະຫວ່າງພາກລັດ ແລະ ປະຊາຊົນ.  ທັງເປັນພິທີກຳຄວາມເຊື່ອໃນການ ທຳນາຍເຖິງຄວາມອຸດົມສົມບູນ ຂອງບ້ານເມືອງ ລວມທັງຜົນຜະລິດ ທາງດ້ານການປູກຝັງ ແລະ ການ ລ້ຽງສັດໃນປີຕໍ່ໄປ.

ພາຍຫລັງສຳເລັດການແຂ່ງຂັນ  ຄະນະຈັດງານຍັງໄດ້ມີພິທີມອບ ລາງວັນໃຫ້ແກ່ທັງສອງທີມຢ່າງສົມ ກຽດ ເພື່ອເປັນຂວັນກຳລັງໃຈໃນ ການສືບຕໍ່ອະນຸລັກຮັກສາຮີດຄອງ ປະເພນີອັນດີງາມຂອງຊາດລາວ ໃຫ້ຄົງຢູ່ຄູ່ກັບບຸນນະມັດສະການພະ ທາດຫລວງວຽງຈັນຕະຫລອດໄປ.

KPL

ຂ່າວອື່ນໆ

    • ສະຫວັນນະເຂດ ດຳເນີນກອງປະຊຸມສະໃຫມສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ Vວັດທະນະທຳ-ສັງຄົມ

      ສະຫວັນນະເຂດ ດຳເນີນກອງປະຊຸມສະໃຫມສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V

      11/25/2026 11:30:59 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາປະຊາຊົນແຂວງສະຫວັນ ນະເຂດ ຊຸດທີ V ໄຂຂຶ້ນຢ່າງເປັນ ທາງການ ໃນວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງສະຫວັນນະເຂດ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມ ຄັ້ງນີ້ມີ ທ່ານນາງ ສູນທອນ ໄຊຍະ ຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13, ທ່ານ ໂພໄຊ ໄຂຄຳພິທູນ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທ່ານນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ພ້ອມດ້ວຍ ບັນດາ ສສຊ ເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ເຂົ້າຮ່ວມ.

    • ສໍາເລັດ ກິດຈະກໍາ ຄ້າຍສຶກສາ-ຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕາງປະເທດ “C Me Fly” ຄັ້ງທີ 3 ວັດທະນະທຳ-ສັງຄົມ

      ສໍາເລັດ ກິດຈະກໍາ ຄ້າຍສຶກສາ-ຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕາງປະເທດ “C Me Fly” ຄັ້ງທີ 3

      11/23/2026 2:35:14 PM

      ນັກຮຽນດີເດັ່ນຈຳນວນ 30 ຄົນ ທີ່ມາຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ຫ້ອງຮຽນຂົງຈື ໂຮງຮຽນມັດທະຍົມວຽງຈັນ ແລະ ຫ້ອງຮຽນຂົງຈື ໂຮງຮຽນກິນນອນຊົນເຜົ່າແຂວງວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳຮຽນຮູ້ຢູ່ພາກສະໜາມດ້ານໂລຈິສຕິກ ສໍາເລັດການເຂົ້າຮ່ວມ ກິດຈະກຳສາທາລະນະກຸສົນ ພາຍໃຕ້ໂຄງການ “C Me Fly” ກໍຄື ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກສຳລັບຊາວໜຸ່ມຕ່າງປະເທດ ປະຈຳປະເທດລາວ ໃນວັນທີ 9 ພະຈິກ 2026 ໂດຍໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການໂດຍ Sinotrans Overseas ຮ່ວມກັບ Pinglan Foundation ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ. ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 65 ປີ ການສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ.

    • ເປີດບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2026 ຢ່າງເປັນທາງການວັດທະນະທຳ-ສັງຄົມ

      ເປີດບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2026 ຢ່າງເປັນທາງການ

      11/23/2026 11:29:31 AM

      ບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ໄດ້ເປີດຂ້ຶນຢ່າງເປັນທາງການໃນ ວັນທີ 20 ພະຈິກ ແລະ ຈະດຳເນີນ ໄປຈົນຮອດວັນທີ 24 ພະຈິກ 2026 ທັງຢູ່ເດີ່ນສະໜາມຫລວງ ແລະ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ.

    • ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຈັດງານລ້ຽງນ້ຳຊາ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຈັດງານລ້ຽງນ້ຳຊາ ປະຈຳປີ 2026

      11/20/2026 10:06:39 AM

      ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນ້ຳຊາ ປະຈຳປີ 2026 ເພື່ອພົບປະສັງສັນ ແລະ ແລກປ່ຽນວັດທະນະທຳ ຮ່ວມກັບບັນດາທູຕານຸທູດເພດຍິງຂອງສຳນັກງານຜູ້ຕາງໜ້າຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໃນວັນທີ 18 ພະຈິກ 2026 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC)

    • ວາລະສານທິດສະດີການເມືອງ-ການປົກຄອງແມ່ນອາວຸດດ້ານແນວຄິດ-ທິດສະດີອັນແຫຼມຄົມຂອງພັກ"ວັດທະນະທຳ-ສັງຄົມ

      ວາລະສານທິດສະດີການເມືອງ-ການປົກຄອງແມ່ນອາວຸດດ້ານແນວຄິດ-ທິດສະດີອັນແຫຼມຄົມຂອງພັກ"

      11/20/2026 9:58:08 AM

      ວາລະສານທິດສະດີການເມືອງ-ການປົກຄອງ ຄົບຮອບ 30 ປີ ມຸ່ງໜ້າຫັນເປັນທັນສະໄໝສູ່ຍຸກດີຈິຕອນ


Top