ສະຫວັນນະເຂດ ດຳເນີນກອງປະຊຸມສະໃຫມສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V

25/11/2026 11:30
KPL ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາປະຊາຊົນແຂວງສະຫວັນ ນະເຂດ ຊຸດທີ V ໄຂຂຶ້ນຢ່າງເປັນ ທາງການ ໃນວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງສະຫວັນນະເຂດ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມ ຄັ້ງນີ້ມີ ທ່ານນາງ ສູນທອນ ໄຊຍະ ຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13, ທ່ານ ໂພໄຊ ໄຂຄຳພິທູນ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທ່ານນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ພ້ອມດ້ວຍ ບັນດາ ສສຊ ເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ເຂົ້າຮ່ວມ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດ ຂຶ້ນໃນບັນຍາກາດທີ່ທົ່ວພັກ, ທົ່ວ ກອງທັບ ແລະ ທົ່ວປວງຊົນພາຍໃນ ແຂວງ ພວມສຸມໃສ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X. ຕະຫລອດ 5 ວັນ ຂອງການດຳເນີນກອງປະຊຸມ (24-28 ພະຈິກ 2026), ຜູ້ແທນ ກອງປະຊຸມຈະພ້ອມກັນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ 10 ເນື້ອໃນຫລັກ ທີ່ເປັນຫົວໃຈຂອງ ການບໍລິຫານ ແລະ ການພັດທະນາ ແຂວງ ໃນນີ້, ຈະໄດ້ພິຈາລະນາບົດ ລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ  ແຜນງົບປະມານແຫ່ງລັດຂອງ ແຂວງ ໄລຍະ 10 ເດືອນ ຜ່ານມາ  ແລະ ຄາດຄະເນໝົດປີ 2026; ພິຈາລະນາ, ຮັບຮອງເອົາບົດລາຍ ງານການຈັດຕ້ັງປະຕິບັດວາລະ  ແຫ່ງຊາດ ວ່າດ້ວຍການພັດທະ  ນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກພາຍໃນແຂວງ; ພິຈາລະນາ, ຮັບຮອງການໂຮມກົງຈັກຫ້ອງການ ຄະນະກຳມະການສົ່ງເສີມ ແລະ  ຄຸ້ມຄອງການລົງທຶນແຂວງ ເຂົ້າ ກັບຄະນະຄຸ້ມຄອງເຂດເສດຖະກິດ ແຂວງສະຫວັນນະເຂດ ແລະ ພິຈາ ລະນາ, ຮັບຮອງການສະເໜີແຕ່ງ ຕັ້ງບຸກຄະລາກອນຂອງສະພາ ປະຊາຊົນແຂວງ.

ພ້ອມນີ້, ໃນກອງປະຊຸມຍັງຈະພິຈາລະນາ, ຮັບຮອງເອົາບົດ ລາຍງານວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ  2027 ຂອງອົງການກວດສອບ ປະຈຳພາກກາງ 2 (ພ້ອມທັງຜົນ ການກວດສອບບົດສະຫລຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດຂອງແຂວງ ປະ ຈຳປີ 2025), ອົງການກວດກາ ລັດແຂວງ, ອົງການໄອຍະການປະ ຊາຊົນແຂວງ, ສານປະຊາຊົນ ແຂວງ ແລະ ສະພາປະຊາຊົນແຂວງ.  ພ້ອມກັນນີ້, ຈະພິຈາລະນາມະຕິ ຮັບຮອງການສ້າງ ແລະ ປັບປຸງນິຕິ ກຳໃຕ້ກົດໝາຍ 3 ສະບັບ ຄື: ສ້າງ ໃໝ່ 1 ສະບັບ ກ່ຽວກັບຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ- ກາຍະກຳຂອງແຂວງສະຫວັນນະ ເຂດ ແລະ ປັບປຸງ 2 ສະບັບ ກ່ຽວກັບ ຂ້ໍຕົກລົງການກຳນົດເຂດປະເມີນ ລາຄາທີ່ດິນ-ສິ່ງປຸກສ້າງພາຍໃນ ແຂວງ ແລະ ຂໍ້ຕົກລົງການຄຸ້ມຄອງ ຂີ້ເຫຍື້ອ. ຂ່າວ-ພາບ: ອັກສອນສິນ ພົມມະຈັນ

KPL

ຂ່າວອື່ນໆ


Top