ບຣາຊິນ ເຊັນກົດໝາຍຫລຸດເວລາ ການເຮັດວຽກເຫລືອ 5 ວັນຕໍ່ອາທິດ

24/11/2026 17:01
Email Print 111
KPL ທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິນວາ (Luiz Inácio Lula da Silva) ປະທານາທິບໍດີ ບຣາຊິນ ໄດ້ລົງນາມ ໃນດຳລັດ ເພື່ອບັງຄັບໃຊ້ລະບົບ ການເຮັດວຽກ 5 ວັນຕໍ່ອາທິດ ພ້ອມດ້ວຍວັນພັກ 2 ວັນ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິນວາ (Luiz Inácio Lula da Silva) ປະທານາທິບໍດີ ບຣາຊິນ ໄດ້ລົງນາມ ໃນດຳລັດ ເພື່ອບັງຄັບໃຊ້ລະບົບ ການເຮັດວຽກ 5 ວັນຕໍ່ອາທິດ ພ້ອມດ້ວຍວັນພັກ 2 ວັນ ແລະ ຄ່ອຍໆປັບຫລຸດຊົ່ວໂມງ ການເຮັດວຽກຕໍ່ອາທິດລົງ ໂດຍບໍ່ຫລຸດຄ່າແຮງງານ.

ດຳລັດ ດັ່ງກ່າວ ໄດ້ກຳນົດ ຫລັກເກນ ສຳລັບ ການຈັດຕັ້ງ ປະຕິບັດຕາມການປັບປຸງ ລັດຖະທຳມະນູນ ເຊິ່ງໄດ້ຮັບການຮັບຮອງ ຈາກ ລັດຖະສະພາ ໃນເດືອນຕຸລາ ທີ່ຜ່ານມາ ລວມເຖິງ ແນວທາງ ການບໍລິຫານຈັດການ ໃນໄລຍະຂ້າມຜ່ານໄປສູ່ ຕາຕະລາງເວລາ ການເຮັດວຽກ ຮູບແບບໃໝ່.

ດຳລັດສະບັບນີ້ ກຳນົດໃຫ້ຫລຸດຊົ່ວໂມງ ການເຮັດວຽກສູງສຸດ ຕໍ່ອາທິດຈາກ 44 ຊົ່ວໂມງ ເຫລືອ 42 ຊົ່ວໂມງ ນັບຕັ້ງແຕ່ວັນທີ 16 ທັນວາ 2026 ເປັນຕົ້ນໄປ ກ່ອນຈະປັບຫລຸດລົງເຫລືອ 40 ຊົ່ວໂມງ ນັບຕັ້ງແຕ່ວັນທີ 16 ທັນວາ 2027 ໂດຍໃນທັງສອງໄລຍະ ຂອງການປັບປ່ຽນ ຜູ້ອອກແຮງງານ ຈະມີສິດໄດ້ພັກຜ່ອນ ອາທິດລະ 2 ວັນ.

ການປ່ຽນແປງເຫລົ່ານີ້ ມີເປົ້າໝາຍເພື່ອເຮັດໃຫ້ ຊີວິດການເຮັດວຽກ ຂອງປະຊາຊົນ ມີຄວາມເປັນມະນຸດສະທຳ ຫລາຍຂຶ້ນ ແລະ ເພື່ອຮັບປະກັນວ່າ ຜູ້ອອກແຮງງານ ຈະໄດ້ຮັບການປະຕິບັດ ດ້ວຍຄວາມເຄົາລົບ ພ້ອມທັງມີເວລາພັກຜ່ອນ ຢ່າງພຽງພໍ./

KPL

ຂ່າວອື່ນໆ


Top