KPL
ຂປລ. ທະນາຄານພັດທະນາລາວ ກຽມເປີດນຳໃຊ້ແອັບໃໝ່ LDB Trust ທີ່ເພີ່ມຄວາມສະດວກສະບາຍ, ງ່າຍ ແລະ ວ່ອງໄວກວ່າເກົ່າ ໃຫ້ ແກ່ລູກຄ້າ ແລະ ຜູ້ໃຊ້ບໍລິການ, ທ່ານ ອາຄົມ ປຣະເສີດ ຜູ້ອຳນວຍ ການ ທະນາຄານພັດທະນາລາວ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວໃນພິ ທີເປີດງານວາງສະແດງຜົນງານ ຂອງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ ທີ່ຫໍປະຊຸມ ແຫ່ງຊາດ ໃນວັນທີ 4 ຕຸລາ 2018 ຜ່ານມາ.

ຂປລ. ທະນາຄານພັດທະນາລາວ ກຽມເປີດນຳໃຊ້ແອັບໃໝ່ LDB Trust ທີ່ເພີ່ມຄວາມສະດວກສະບາຍ, ງ່າຍ ແລະ ວ່ອງໄວກວ່າເກົ່າ ໃຫ້ແກ່ລູກຄ້າ ແລະ ຜູ້ໃຊ້ບໍລິການ, ທ່ານ ອາຄົມ ປຣະເສີດ ຜູ້ອຳນວຍການ ທະນາຄານພັດທະນາລາວ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວໃນພິທີເປີດງານວາງສະແດງຜົນງານ ຂອງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ ທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 4 ຕຸລາ 2018 ຜ່ານມາ.
ທ່ານ ອາຄົມ ປຣະເສີດ ກ່າວວ່າ: ແອັບ LDB Trust ມີຄວາມປອດໄພສູງ ໄດ້ຮັບມາດຕະຖານຈາກສາກົນ ແລະ ເປັນຜະລິດຕະພັນໃໝ່ທີ່ປັບປຸງມາຈາກ ແອັບ mobile banking ແລະ ໄດ້ທົດລອງນຳໃຊ້ມາແຕ່ຕົ້ນເດືອນກັນຍາ 2018 ຜ່ານມາ, ເຊິ່ງຈະເປີດນຳໃຊ້ຢ່າງເປັນທາງການ ໃນທ້າຍເດືອນຕຸລາ 2018 ທີ່ຈະມາ ເຖິງນີ້. ນອກຈາກນີ້, ແອັບດັ່ງກ່າວ ພວກເຮົາໄດ້ເພີ່ມຄິວອາໂຄດ ເຂົ້າຕື່ມເພື່ອສ້າງຄວາມສະດວກ ໃຫ້ແກ່ລູກຄ້າ ແລະ ຜູ້ໃຊ້ບໍລິການ ສາມາດນຳໃຊ້ງ່າຍຂຶ້ນ, ສະດວກ ແລະ ໄວຂຶ້ນກວ່າເກົ່າ, ເຊິ່ງພວກເຮົາກໍໄດ້ໃຊ້ຄວາມພະຍາຍາມ ພັດທະນາຜະລິດຕະພັນ ການຊຳລະສະສາງທີ່ທັນສະໄໝ ເພື່ອສ້າງຄວາມສະດວກໃຫ້ແກ່ລູກຄ້າທີ່ມາບໍລິການ ຂອງທະນາຄານພັດທະນາລາວ ເປັນຕົ້ນ ເຮັດໃຫ້ຫລຸດຄ່າໃຊ້ຈ່າຍ, ບໍ່ເສຍເວລາ ໃນການເດີນທາງໄປຫາທະນາຄານ, ເຮັດທຸລະກໍາທາງການເງິນໄດ້ ເຊັ່ນ: ການກວດສອບການເຄື່ອນໄຫວບັນຊີກວດຍອດເງິນເຫລືອ (ໂອນເງິນໄປຊໍາລະຄ່າໂທລະສັບ, ນໍ້າປະປາ,ໄຟຟ້າ ແລະ ຄ່າສິນຄ້າຕ່າງໆໄດ້ຢ່າງສະບາຍ).
ໃນໄລຍະທີ່ຜ່ານມາ ທະນາຄານພັດທະນາລາວ ໄດ້ມີການປັບປ່ຽນ ແລະ ພັດທະນາລະບົບຂໍ້ມູນຂ່າວສານ ຈາກການນໍາໃຊ້ລະບົບ BANK 2000 ທີ່ນໍາໃຊ້ມາແຕ່ປີ 2003 ມາເປັນລະບົບ CORE BANKING ທີ່ເອີ້ນວ່າ: T 24 ໃນວັນທີ 01/03/2010. ປັດຈຸບັນແມ່ນໄດ້ Online ຢູ່ທົ່ວລະບົບ. ໄດ້ເປີດນໍາໃຊ້ການດໍາເນີນທຸລະກໍາ ທາງດ້ານການເງິນຜ່ານລະບົບຕູ້ ATM ແລະ ເປັນທະນາຄານແຫ່ງທໍາອິດ ທີ່ນໍາໃຊ້ລະບົບ Mobile Banking ໃນຮູບແບບ M-Commerce ຢ່າງເຕັມຮູບແບບ.
ທ່ານ ອາຄົມ ປຣະເສີດ ກ່າວຕື່ມວ່າ: ໃນອະນາຄົດອັນໃກ້ນີ້ ທະນາຄານພັດທະນາລາວ ຈະໄດ້ຮ່ວມກັບບັນດາທະນາຄານທຸລະກິດ ແລະ ທະນາຄານແຫ່ງ ສປປ ລາວ ເພື່ອຮ່ວມກັນພັດທະນາລະບົບການທະນາຄານ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເປັນຕົ້ນສາມາດໂອນເງິນຂ້າມທະນາຄານ ແລະ ໂອນຜ່ານທາງໂທລະສັບມືຖືໄດ້ ການບໍລິການດັ່ງກ່າວ, ກໍເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ທີ່ໃຊ້ບໍລິການ, ປັດຈຸບັນ ບັນດາທະນາຄານ ຢູ່ ສປປ ລາວ ມີພຽງແຕ່ສາມາດຖອນເງິນຈາກຕູ້ເອທີເອັມນຳກັນເທົ່ານັ້ນ. ຂ່າວ-ພາບ: ມະນີທອນ
KPL