ປູກ​ໝາກ​ເດືອຍ​ຂາຍ ​ເຮັດ​ໃຫ້​ຄອບຄົວ​ພັດທະນາ​ດີ​ຂຶ້ນ

26/10/2016 11:40
Email Print 2112
KPL ໝາກເດືອຍເປັນພືດຊະນິດໜຶ່ງ ທີ່ຕະຫລາດພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງການ ເຊິ່ງເປັນທ່າແຮງ ໃຫ້ແກ່ປະ ຊາຊົນລາວ ບັນດາເຜົ່າຖືເອົາ ເປັນອາຊີບ ປູກເປັນສິນຄ້າ ເພື່ອນຳລາຍໄດ້ ມາສ້າງສາພັດທະນາ ຄອບຄົວໃຫ້ ມີຢູ່ມີກິນດີຂຶ້ນ.

*ໝາກເດືອຍເປັນພືດຊະນິດໜຶ່ງ ທີ່ຕະຫລາດພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງການ ເຊິ່ງເປັນທ່າແຮງ ໃຫ້ແກ່ປະຊາຊົນລາວ ບັນດາເຜົ່າຖືເອົາ ເປັນອາຊີບ ປູກເປັນສິນຄ້າ ເພື່ອນຳລາຍໄດ້ ມາສ້າງສາພັດທະນາ ຄອບຄົວໃຫ້ ມີຢູ່ມີກິນດີຂຶ້ນ. ດັ່ງຄອບຄົວ ທ່ານ ເກຍປໍຫວ່າງ ຢູ່ບ້ານ ຫ້ວຍສະແງມ ເມືອງ ແລະ ແຂວງໄຊຍະບູລີ ໄດ້ຖືເອົາອາຊີບ ປູກໝາກເດືອຍ ເປັນສິນຄ້າ ເຊິ່ງໃນແຕ່ລະປີ ໄດ້ສ້າງລາຍຮັບ ເຂົ້າຄອບຄົວລາວ ເປັນກອບເປັນກຳ, ລາຍຮັບດັ່ງກ່າວ ໄດ້ເຮັດໃຫ້ຄອບຄົວ ນັບມື້ພັດທະນາ ແລະ ກ້າວສູ່ການລຶບລ້າງ ຄວາມທຸກຍາກ ໄດ້ເທື່ອລະກ້າວ.

ທ່ານ ເກຍປໍວ່າງ ໄດ້ເລົ່າສູ່ຟັງ ວ່າ: ໃນເມື່ອກ່ອນ ການທຳມາຫາກິນ ແມ່ນຍັງອາໄສທຳມະຊາດ ເປັນສ່ວນໃຫຍ່ ແລະ ເຮັດໄຮ່ແບບ ເລື່ອນລອຍ, ປູກພືດລົ້ມລຸກ ປະສົມປະສານ ພໍແກ້ໄຂຊີວິດ ການເປັນຢູ່ ໃນແຕ່ລະມື້ ອັນໄດ້ເຮັດໃຫ້ຄອບ ຄົວຂາດໆເຂີນ ທາງດ້ານເງິນຄຳ ທີ່ຈະໃຊ້ໃນຊີວິດ ປະຈຳວັນບວກໃສ່ ການສົ່ງເສີມລູກ ຮຽນໜັງສືອື່ນໆ. ແຕ່ຍ້ອນມີແນວທາງ ນະໂຍບາຍທີ່ສອດຄ່ອງ ຂອງພັກ-ລັດເຮົາ ໂດຍສະເພາະແມ່ນ ການຈັດສັນບ່ອນ ທຳການຜະລິດ ເປັນສິນຄ້າໃຫ້ແກ່ປະຊາຊົນລາວ ບັນດາເຜົ່າລາວ ຈຶ່ງຫັນປ່ຽນການ ທຳມາຫາກິນ ທີ່ຂຶ້ນກັບທຳມະຊາດ ມາປູກໝາກ ເດືອຍຂາຍ ເປັນສິນຄ້າ ເຊິ່ງໃນແຕ່ລະປີ ຫລື ຖ້າປີໃດຝົນຟ້າ ອຳນວຍແດ່ ກໍ່ໄດ້ຜົນຜະລິດໄດ້ ບໍ່ຫລຸດ 7-8 ໂຕນ/ປີ ໃນນີ້ ຖ້າລາຄາຢູ່ໃນ 4.000-5.000 ກີບ/ກິໂລ ກໍ່ມີລາຍໄດ້ກວ່າ 30.000.000 ກີບ/ປີ. ລາຍຮັບດັ່ງກ່າວ ໄດ້ເຮັດໃຫ້ຄອບຄົວລາວ ມີຢູ່ມີກິນ, ມີເງິນໃຊ້ຈ່າຍ ແລະ ມີການພັດ ທະນາດີຂຶ້ນ, ມີເງິນສົ່ງເສີມ ລູກຮຽນໜັງສື, ຊື້ພາຫະນະມາ ຮັບໃຊ້ຄອບຄົວ. ການປູກໝາກເດືອຍ ກໍ່ບໍ່ໄດ້ຍາກພຽງ ແຕ່ກຽມເນື້ອທີ່ສວນ ແລະ ປູກແລ້ວກໍ່ເສຍຫຍ້າ ບໍ່ໃຫ້ຮົກ ໂດຍທົ່ວໄປແມ່ນ ຈະປູກໃນເດືອນ ພືດສະພາ-ເດືອນມິຖຸນາ ແລະ ໃນເດືອນຕຸລາຫາພະຈິກ ກໍ່ແມ່ນ ລະດູເກັບກ່ຽວ.

ສຳລັບປີນີ້ ເກຍປໍຫວ່າງ ໄດ້ປູກໝາຍເດືອຍ ໃນເນື້ອທີ່ປະມານ 3 ເຮັກຕາ ແລະ ປັດຈຸບັນນີ້ ພວມຂຸ້ນຂ້ຽວ ເກັບກ່ຽວ, ພາຍຫລັງເກັບກ່ຽວ ສຳເລັດແລ້ວ ຄາດວ່າຈະໄດ້ ຜົນຜະລິດໃນລະດັບ 10 ໂຕນ, ຖ້າລາຄາໄດ້ດີ ຄືສອງປີຜ່ານມາກໍ່ສ້າງລາຍຮັບ ເຂົ້າຄອບຄົວລາວ ປະມານ 40.000.000-50.000.000 ກີບ.

ຍ້ອນການສົ່ງເສີມຂອງພັກ-ລັດ ກໍ່ຄືອຳນາດການປົກຄອງ ທຸກຂັ້ນແຂວງໄຊຍະບູລີ ຈຶ່ງເຮັດໃຫ້ ປະປະຊາຊົນ ບ້ານນີ້ຫັນປ່ຽນຈາກການປູກເຂົ້າ ຢ່າງດຽວໄປສູ່ ການປູກຝັງລ້ຽງສັດ ອັນພົ້ນເດັ່ນແມ່ນ ໝາກເດືອຍ, ສາລີ ແລະ ໝາກງາ. ສິ່ງນີ້ຄືທ່າແຮງ ອັນສຳຄັນຕໍ່ການ ລຶບລ້າງຄວາມທຸກຍາກ ຂອງປະຊາຊົນໃຫ້ຫລຸດລົງ ເທື່ອລະກ້າວ.  

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.


Top