KPL
ຂປລ. ງານວາງສະແດງການພິມແບບດັ້ງເດີມ ແລະ ວັດທະນະທຳປຶ້ມຂອງເຈີ້ຈຽງ ພາຍໃຕ້ຫົວຂໍ້ “ເຈ້ຍ-ນໍ້າມຶກມົນສະເໜ່ເຈີ້ຈຽງ”

ຂປລ. ງານວາງສະແດງການພິມແບບດັ້ງເດີມ ແລະ ວັດທະນະທຳປຶ້ມຂອງເຈີ້ຈຽງ ພາຍໃຕ້ຫົວຂໍ້ “ເຈ້ຍ-ນໍ້າມຶກມົນສະເໜ່ເຈີ້ຈຽງ” ຈັດຂຶ້ນໃນທ້າຍເດືອນຜ່ານມາທີ່ສູນວັດທະນະທຳຈີນ ປະຈຳລາວ, ພາຍໃນງານໄດ້ນຳເອົາຮູບພາບ ແລະ ວິວັດທະນາການຂອງເຕັກນິກການພິມປຶ້ມ ແລະ ຄຳພີຂອງເຈີ້ຈຽງໃນແຕ່ລະຍຸກສະໄໝມາວາງສະແດງ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ທົດລອງເຕັກນິກການພິມ ແລະ ການເຂົ້າເຫລັ້ມປຶ້ມແບບດັ້ງເດີມຂອງຈີນ ເປັນຕົ້ນການພິມດ້ວຍແມ່ພິມໄມ້ແກະສະຫລັກ, ການລອກລາຍຈາລຶກຫີນລົງເທິງເຈ້ຍ ແລະ ການເຂົ້າເຫລັ້ມປຶ້ມແບບຫຍິບດ້ວຍດ້າຍ ຊຶ່ງກິດຈະກຳເນັ້ນທັງຄວາມມ່ວນຊື່ນ ແລະ ການມີສ່ວນຮ່ວມ ເພື່ອໃຫ້ປະຊາຊົນທ້ອງຖິ່ນເຂົ້າໃຈວັດທະນະທຳຈີນແບບດັ້ງເດີມຢ່າງເລິກເຊິ່ງຍິ່ງຂຶ້ນ.
ໂອກາດນີ້, ທ່ານ ສຳລານ ຫລວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໄດ້ກ່າວວ່າ: ການວາງສະແດງເຈ້ຍ-ນໍ້າມຶກມົນສະເໜ່ເຈີ້ຈຽງ ວັດທະນະທໍາການພິມແບບດັ້ງເດີມ ແລະ ປຶ້ມຄັ້ງນີ້, ມີຄວາມສໍາຄັນຫລາຍຕໍ່ການເຜີຍແຜ່ວັດທະນະທຳຂອງຈີນສູ່ປະເທດລາວ ແລະ ໃຫ້ໂລກໄດ້ຮັບຮູ້ແຂວງເຈີ້ຈຽງ ຊຶ່ງເປັນສະຖານທີ່ແຫ່ງໜຶ່ງໃນການແກະສະຫລັກພິມປຶ້ມຂອງຈີນບູຮານ ແລະ ເປັນດິນແດນທີ່ອຸດົມສົມບູນທີ່ສືບທອດຄັງເອກະສານບູຮານມາແຕ່ດົນນານໂດຍປະກອບມີຫລາຍຢ່າງທີມີຄວາມພິຖີພິຖັນ ແລະ ປານີດດ້ານສີມືຂອງມະນຸດໃນສະໄໝບູຮານເຊັ່ນ: ການປະດິດສ້າງເຕັກນິກການພິມແກະສະຫລັກໄມ້, ເຕັກນິກການພິມແບບຮຽງຕົວອັກສອນ ແລະ ການພັດທະນາຂະແໜງການພິມປຶ້ມແບບແກະສະຫລັກໄມ້ທີ່ກຳ ເນີດຂຶ້ນໃນສະໄໝລາດຊະວົງຊົ້ງ ແລະ ລາດສະວົງຢວນ, ລາດຊະວົງໝິງ ແລະ ລາດຊະວົງຊິງ ຊຶ່ງແຕ່ລະສະໄໝຂອງລາດຊະວົງມີການປະດິດ ແລະ ວິວັດທະນາການໃໝ່ໃຫ້ສົມບູນຂຶ້ນ. ດັ່ງນັ້ນອັກສອນທີ່ໄດ້ຂຽນ ຫລື ຈາລຶກໃສ່ວັດຖຸຕ່າງໆທີ່ເປັນຫລັກຖານອັນສຳຄັນຫລາຍສາມາດບັນທຶກເຫດການປະຫວັດສາດ, ວັນນະຄະດີພື້ນເມືອງຂອງທ້ອງຖິ່ນຕ່າງໆໄວ້ຢ່າງຍືນຍົງ ແລະ ໜ້າເຊື່ອຖື.
ການຈັດກິດຈະກຳໃນຄັ້ງນີ້, ຈະເປັນການປະກອບສ່ວນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອເລິກເຊິ່ງຕື່ມອີກໂດຍສະເພາະໃນຂົງເຂດວຽກງານຫໍສະໝຸດໃຫ້ມີຄວາມແໜ້ນແຟ້ນຂຶ້ນ, ພ້ອມກັນກ້າວເດີນໄປດ້ວຍກັນ ໂດຍຖືເອົາການວາງສະແດງຄັ້ງນີ້ ຊຶ່ງກິ່ນຫອມນໍ້າມຶກແຄມຝັ່ງແມ່ນໍ້າສຽນຖາງຈ່ຽງ ກັບກິ່ນອາຍທຳມະແຫ່ງໃບລານແຄມຝັ່ງແມ່ນໍ້າຂອງໄດ້ມາປະສົມປະສານເຂົ້າກັນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ຢູ່ນະທີ່ແຫ່ງນີ້ ເພື່ອເຮັດໃຫ້ການແລກປ່ຽນເອກະສານ, ການຢ້ຽມຢາມຂອງບຸກຄະລາກອນ, ການປົກປັກຮັກສາປຶ້ມບູຮານ ແລະ ການສົ່ງເສີມການອ່ານໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ໂອກາດນີ້, ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອໍານວຍການຫໍສະໝຸດແຂວງເຈີ້ຈຽງ ໄດ້ກ່າວວ່າ: ປີນີ້ ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນທາງການທູດ ລາວ-ຈີນ, ທັງເປັນ “ປີມິດຕະພາບ ລາວ-ຈີນ”. ພວກເຮົາໄດ້ນຳເອົາກິ່ນຫອມນ້ຳມຶກຂອງແຂວງເຈີ້ຈຽງ ມາຍັງນະຄອນຫລວງວຽງຈັນ, ເອົາເລື່ອງລາວກ່ຽວກັບປຶ້ມຂອງພາກໃຕ້ຈີນ ມາເລົ່າສູ່ເພື່ອນມິດແຄມຝັ່ງແມ່ນ້ຳຂອງສິ່ງນີ້ບໍ່ພຽງແຕ່ແມ່ນການສົນທະນາແລກປ່ຽນທາງອາລິຍະທຳເທົ່ານັ້ນ, ແຕ່ຍັງເປັນຂອງຂວັນທາງວັດທະນະທຳອັນລ້ຳຄ່າທີ່ຂ້າມສາຍພູສາຍນ້ຳມາສູ່ກັນອີກດ້ວຍ.
ແຂວງເຈີ້ຈຽງ ແມ່ນສະຖານທີ່ສຳຄັນແຫ່ງການແກະສະຫລັກພິມປຶ້ມຂອງຈີນບູຮານ ແລະ ເປັນດິນແດນອັນອຸດົມສົມບູນໃນການສືບທອດຄັງເອກະສານບູຮານແຫ່ງອາລິຍະທຳຈີນ. ງານວາງສະແດງຄັ້ງນີ້, ຈະດຳເນີນໄປຕາມການປ່ຽນແປງໃໝ່ຂອງເຕັກນິກການພິມແບບດັ້ງເດີມຂອງຈີນ ໂດຍຖືເອົາປະຫວັດສາດການພັດທະນາວັດທະນະທຳປຶ້ມຂອງແຂວງເຈີ້ຈຽງເປັນຫລັກ ຊຶ່ງໄດ້ຈັດແບ່ງອອກເປັນ 4 ພາກ ໄດ້ແກ່ການປະດິດສ້າງເຕັກນິກການພິມແບບແກະສະຫລັກໄມ້ ແລະ ເຕັກນິກການພິມແບບຮຽງຕົວອັກສອນ; ການພັດທະນາຂອງຂະແໜງການພິມປຶ້ມແບບແກະສະຫລັກໄມ້ ແຂວງເຈີ້ຈຽງໃນສະໄໝລາຊະວົງຊົ້ງ ແລະ ລາຊະວົງຢວນ; ການປ່ຽນແປງໃໝ່ຂອງເຕັກນິກການພິມນັບແຕ່ສະໄໝລາຊະວົງໝິງເປັນຕົ້ນມາເຊັ່ນ: ພາບພິມແກະສະຫລັກໄມ້, ການພິມຫລາຍສີ, ການພິມແບບຄັດລອກ ແລະ ອື່ນໆ.
ໂດຍ: ກິດຕາ
KPL