ບຸນກະຖິນປະເພນີສຳຄັນຂອງຄົນລາວຊາວພຸດ

06/11/2026 12:19
Email Print 117
KPL ຂປລ. ໃນໄລຍະ ເດືອນຕຸລາ ຫາເດືອນພະຈິກ ພາຍຫລັງຈາກບຸນອອກພັນສາ ຕາມວາອາຮາມຕ່າງໆທົ່ວປະເທດ ຈະມີບັນຍາກາດຄຶກຄື້ນດ້ວຍການເຮັດບຸນປະເພນີທາງພຸດທະສາສະໜາ ນັ້ນ ກໍຄື “ບຸນກະຖິນ”

   ຂປລ. ໃນໄລຍະ ເດືອນຕຸລາ ຫາເດືອນພະຈິກ ພາຍຫລັງຈາກບຸນອອກພັນສາ ຕາມວາອາຮາມຕ່າງໆທົ່ວປະເທດ ຈະມີບັນຍາກາດຄຶກຄື້ນດ້ວຍການເຮັດບຸນປະເພນີທາງພຸດທະສາສະໜາ ນັ້ນ ກໍຄື “ບຸນກະຖິນ” ຊຶ່ງເປັນບຸນສຳຄັນທີ່ພຸດທະສາສະນິກຊົນລາວ ສືບທອດປະຕິບັດກັນມາແຕ່ບູຮານ ເພື່ອເປັນການທະນຸບຳລຸງພຸດທະສາສະໜາ ໂດຍສະເພາະການຖວາຍຜ້າຈີວອນ ແລະ ເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນແກ່ພະສົງ.
   ບຸນກະຖິນແມ່ນບຸນປະເພນີ ທີ່ກຳນົດໃຫ້ຈັດຂຶ້ນພາຍຫລັງອອກພັນສາ ໂດຍເລີ່ມແຕ່ມື້ແຮມ 1 ຄ່ຳເດືອນ 12 ລາວ ກົງກັບເດືອນພະຈິກ ໂດຍມີກຳນົດເວລາ 1 ເດືອນ. ການເຮັດບຸນສາມາດເຮັດໄດ້ທັງສ່ວນບຸກຄົນ ແລະ ສ່ວນລວມ ຊຶ່ງການເຮັດແບບສ່ວນລວມເພິ່ນເອີ້ນວ່າ:“ມະຫາກະຖິນ”. ສ່ວນບຸກຄົນເອີ້ນວ່າ: “ຈຸນລະກະຖິນ”. ເຖິງຈະມີຮູບແບບການຈັດທີ່ແຕກຕ່າງກັນແຕ່ມີຈຸດປະສົງດຽວກັນຄື ການຖວາຍຜ້າກະຖິນແກ່ພະສົງ. ການເຮັດບຸນກະຖິນນີ້, ເພິ່ນຈະປັກໝາຍວັດໄວ້ ເພື່ອຈະໄດ້ໄປທອດຕາມນັດ ໝາຍ.ທັງນີ້ໃນການທອດກະຖິນນັ້ນ ຖ້າທອດສອງກອງຢູ່ວັດດຽວບໍ່ໄດ້ເດັດຂາດເພາະເປັນການເຮັດຜິດວິໄນສົງ, ແຕ່ຖ້າລວມເຂົ້າກັນເປັນກອງດຽວຖືວ່າໄດ້. 
   ສຳລັບມູນເຫດຂອງບຸນກະຖິນນັ້ນຕາມພຸດທະປະຫວັດໄດ້ເລົ່າວ່າ: ໃນສະໄໝພຸດທະການມີພະສົງເມືອງ “ປາວາ” ປະມານ 30 ອົງ ມີຄວາມປະສົງຈະເດີນທາງໄປເຂົ້າເຝົ້າພະພຸດທະເຈົ້າຢູ່ວັດເສດຕະພົນມະຫາວິຫານ, ແຕ່ເມື່ອຮອດເວລາເຂົ້າພັນສາ ຈຶ່ງໄດ້ເຂົ້າຈຳພັນສາ ຢູ່ເມືອງສາເກດ ແລະ ພໍເມື່ອອອກພັນສາແລ້ວ ກໍຮີບຟ້າວເດີນທາງທັງຕາກແດດຕາກຝົນອັນເຮັດໃຫ້ຜ້າຈີວອນປຽກຊຸ່ມ ແລະ ເປິະເປື້ອນດ້ວຍຕົມ. ພໍເມືອຮອດສຳນັກຂອງພະສາດສະດາ, ພະພຸດທະອົງຈຶ່ງຊົງອະນຸຍາດໃຫ້ຮັບຜ້າກະຖິນລຸນຫລັງ 11 ເດືອນ ຄື ແຕ່ເດືອນ 11 ແຮມ 1 ຄໍ່າຈົນເຖິງເດືອນ 12 ເພັງ (15 ຄ່ຳ) ແລະ ຈາກເຫດທັງຫລາຍທັງປວງນີ້ ຈຶ່ງເກີດມີປະເພນີເຮັດບຸນກະຖິນ.
ສໍາລັບພິທີການເຮັດບຸນກະຖິນ ເຈົ້າພາບ ຫລື ເຈົ້າມູນສັດທາ ພ້ອມດ້ວຍເຖົ້າແກ່ອາວຸໂສຈະພ້ອມພຽງຮຽງໜ້າກັນໄປວັດທີ່ກ່ຽວຂ້ອງເພື່ອແຈ້ງ ຫລື ລາຍງານຈຸດປະສົງວ່າ: ຈະມາທອດກະຖິນຢູ່ວັດ. ຈາກນັ້ນ, ພະສົງ ແລະ ແນວໂຮມບ້ານຈະເອີ້ນລູກບ້ານຫລານເມືອງມາປະຊຸມ ເພື່ອແຈ້ງໃຫ້ທຸກຄົນຮັບຮູ້ ແລະ ກຽມຕ້ອນຮັບທັງກຽມຈັດບຸນ.ຈາກນັ້ນ, ເຈົ້າມູນສັດທາຈະຫ້າງຫາຜ້າອົງກະຖິນ ພ້ອມເຄື່ອງກອງບຸນອັນປະກອບມີຜ້າໄຕຈີວອນ (ຜ້າຄຸມ, ຜ້າສະບົງ ແລະ ຜ້າສັງຄາ), ສຳລັບເຄື່ອງບໍລິວານຕ່າງ ກໍປະກອບມີ ເສື່ອ, ສາດອາດສະນະ, ບາດ, ມີດພ້າ, ຄັນຮົ່ມ, ເກີບ, ພາເຂົ້າ, ຖ້ວຍ, ບ່ວງ, ຊ້ອມ, ຈອກ, ຕຸກນ້ຳ, ເຂັມ, ດ້າຍຫຍິບຜ້າ, ຕິບເຂົ້າ, ມຸ້ງ, ໄມ້ຄ້ອນເທົ້າ ແລະ ອື່ນໆ.                               ເມື່ອຮອດມື້ແລ້ວ, ກໍແຫ່ກະຖິນໄປ ໂດຍມີການເສບດົນຕີມະໂຫລີແຫ່ແຫນແພນກັ້ງໄປຢ່າງມ່ວນຊື່ນ ແລະ ພໍໄປຮອດວັດກ່ຽວຂ້ອງແລ້ວກໍໄດ້ຮັບການຕ້ອນຮັບຈາກພະສົງ ແລະ ຊາວບ້ານໂດຍການເຮັດພິທີທາງສາສະໜາເຊັ່ນ: ໄຫວ້ພະຮັບສິນຖວາຍກອງກະຖິນ, ຟັງເທດ ແລະ ອື່ນໆ, ສ່ວນຕອນຄໍ່າກໍຄົບງັນຕາມປະເພນີ ແລະ ລ້ຽງຮັບຮອງແຂກ. ພໍຮອດຕອນເຊົ້າຂອງມື້ຕໍ່ມາກໍມີການໃສ່ບາດຖວາຍທານແດ່ພະສົງທີ່ຢູ່ວັດ ແລະ ມາຈາກວັດຕ່າງໆ. ທັງນີ້ທັງນັ້ນ, ພະສົງທີ່ໄດ້ຈຳພັນສາຄົບ 3 ເດືອນເຕັມເພິ່ນຈຶ່ງໄດ້ຮັບອະນິສົງ 5 ຢ່າງຈົນໄດ້ຮັບຮອດເດືອນ 12 ເພັງ (15 ຄໍ່າ) ແລະ ພະສົງວັດໃດທີ່ໄດ້ຮັບຜ້າກະຖິນເພິ່ນກໍໄດ້ຮັບອະນິສົງ 5 ຢ່າງເຊັ່ນດຽວກັນ. ສ່ວນອະນິສົງນັ້ນ, ໄດ້ຮັບໄປຈົນຮອດເດືອນ 4 ເພັງ ( 15 ຄໍ່າ ) ຈຶ່ງໝົດກຳນົດ ຊຶ່ງຄຳວ່າ; “ອະນິສົງກໍແມ່ນກະຖິນ” ນັ້ນເອງ.

KPL

ຂ່າວອື່ນໆ


Top