ຊາວໜຸ່ມຕົວແບບຜະລິດກະສິກຳ ປະສົມປະສານ ສ້າງລາຍຮັບກວ່າ 100 ລ້ານກີບຕໍ່ປີ

06/11/2026 12:31
Email Print 127
KPL ຂປລ. ການຫັນມາປະກອບອາຊີບກະສິກຳ ໂດຍນຳໃຊ້ທ່າແຮງທີ່ຄອບຄົວມີ, ຈັດສັນພື້ນທີ່ຜະລິດຢ່າງເໝາະສົມ ແລະ ວາງແຜນການຜະລິດໃຫ້ສອດຄ່ອງກັບຕະຫລາດ

   ຂປລ. ການຫັນມາປະກອບອາຊີບກະສິກຳ ໂດຍນຳໃຊ້ທ່າແຮງທີ່ຄອບຄົວມີ, ຈັດສັນພື້ນທີ່ຜະລິດຢ່າງເໝາະສົມ ແລະ ວາງແຜນການຜະລິດໃຫ້ສອດຄ່ອງກັບຕະຫລາດ ເປັນໜຶ່ງໃນແນວທາງສ້າງລາຍຮັບ ແລະ ຄວາມໝັ້ນຄົງໃຫ້ແກ່ຄອບຄົວ. ເໝືອນດັ່ງ ນາງ ມົນລະດີ ກົມມະເມືອງ ອາຍຸ 31 ປີ ຢູ່ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື, ຜູ້ທີ່ມຸ່ງໝັ້ນພັດທະນາກະສິກຳປະສົມປະສານ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວຫລາຍກວ່າ 100 ລ້ານກີບຕໍ່ປີ.
  ນາງ ມົນລະດີ ກົມມະເມືອງ ໃຫ້ສຳພາດວ່າ: ພາຍຫລັງຮຽນຈົບສາຍວິຊາສະເພາະດ້ານກົດໝາຍ, ຕົນເອງໄດ້ຕັດສິນໃຈກັບຄືນສູ່ບ້ານເກີດເມືອງນອນ ເພື່ອສືບທອດອາຊີບກະສິກຳຂອງພໍ່ແມ່ ແລະ ສ້າງອະນາຄົດໃຫ້ຕົນເອງ. ນັບແຕ່ປີ 2020 ເປັນຕົ້ນມາ, ໄດ້ນຳເອົາທີ່ດິນຂອງຄອບຄົວມາຈັດສັນ ແລະ ແບ່ງພື້ນທີ່ຜະລິດຢ່າງເໝາະສົມ ໂດຍອາໄສແຮງງານຈາກຄົນໃນຄອບຄົວ ແລະ ທຶນຮອນຂອງຕົນ ເອງເປັນຫລັກ. ໂດຍມີກິດຈະກຳຫລັກ 3 ດ້ານ ຄື: ການປູກເຂົ້າ, ການປູກຜັກ ແລະ ການລ້ຽງສັດ ຊຶ່ງເປັນການສ້າງລາຍຮັບຈາກຫລາຍແຫລ່ງ ແລະ ຊ່ວຍກະຈາຍຄວາມສ່ຽງໃນການຜະລິດ. ສຳລັບການເຮັດນາແມ່ນອາຊີບພື້ນຖານທີ່ໄດ້ສືບທອດຈາກຄອບຄົວ ແລະ ນຳມາປັບປຸງໃຫ້ມີປະສິດທິພາບຫລາຍຂຶ້ນ ໂດຍເນັ້ນການເລືອກແນວພັນເຂົ້າທີ່ມີຄຸນນະພາບ, ການບຳລຸງດິນ ແລະ ນຳໃຊ້ເຕັກນິກການຜະລິດທີ່ເໝາະສົມ. ນອກຈາກການເຮັດນາປີແລ້ວ, ຍັງເຮັດນາແຊງຕາມສະພາບຄວາມເໝາະສົມຂອງພື້ນທີ່, ສາມາດສ້າງລາຍຮັບສະເລ່ຍປະມານ 50-60 ລ້ານກີບຕໍ່ປີ. ສ່ວນການປູກຜັກແມ່ນໄດ້ນຳໃຊ້ພື້ນທີ່ວ່າງອ້ອມເຮືອນ ແລະ ແຄມນາ ປູກຜັກສວນຄົວໝູນວຽນຕາມລະດູການ ເຊັ່ນ: ປູກຜັກກາດ, ຫອມ, ໝາກເຜັດ, ໝາກຖົ່ວ ແລະ ຜັກພື້ນບ້ານຊະນິດຕ່າງໆ. ຜົນຜະລິດທີ່ໄດ້ນອກຈາກບໍລິໂພກໃນຄອບຄົວແລ້ວ, ຍັງນຳໄປຈຳໜ່າຍໃຫ້ແມ່ຄ້າ ແລະ ຕະຫລາດໃນຊຸມຊົນ, ສາມາດສ້າງລາຍຮັບໝູນວຽນປະມານ 30-40 ລ້ານກີບຕໍ່ປີ. ນອກຈາກການປູກພືດແລ້ວ, ຍັງລ້ຽງຄວາຍ, ໝູ, ແບ້, ໄກ່ ແລະ ປາ ໂດຍເນັ້ນການຈັດການລ້ຽງໃຫ້ເໝາະສົມ, ນຳໃຊ້ອາຫານສັດທີ່ຫາໄດ້ຕາມທຳມະຊາດ ຄວບຄູ່ກັບການເບິ່ງແຍງສຸຂະພາບສັດ. ການລ້ຽງສັດບໍ່ພຽງແຕ່ຊ່ວຍໃຫ້ຄອບຄົວມີອາຫານບໍລິໂພກເທົ່ານັ້ນ, ແຕ່ຍັງສາມາດນຳຜົນຜະລິດອອກຈຳໜ່າຍສ້າງລາຍຮັບເສີມປະມານ 20-30 ລ້ານກີບຕໍ່ປີ.

   ນາງ ມົນລະດີ ກ່າວຕື່ມວ່າ: ເຖິງວ່າໃນໄລຍະທຳອິດຈະປະສົບກັບຄວາມຫຍຸ້ງຍາກຫລາຍດ້ານທັງການຂາດປະສົບການ, ບັນຫາສັດຕູພືດ, ພະຍາດສັດ ແລະ ສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍເຮັດໃຫ້ຜົນຜະລິດບາງລະດູການບໍ່ເປັນໄປຕາມເປົ້າໝາຍກໍຕາມ, ແຕ່ບໍ່ໄດ້ຍອມແພ້ຕໍ່ອຸປະສັກ. ຕົນເອງໄດ້ນຳບົດຮຽນຈາກຄວາມຜິດພາດມາປັບປຸງວິທີການຜະລິດ, ສຶກສາຮຽນຮູ້ເຕັກນິກໃໝ່ໆ ແລະ ປັບຕົວໃຫ້ເໝາະສົມກັບສະພາບຕົວຈິງຈົນຜົນຜະລິດຄ່ອຍໆດີຂຶ້ນ. ພ້ອມນີ້, ການຊຸກຍູ້ສົ່ງເສີມຈາກພາກລັດ ທາງດ້ານວິຊາການ ແລະ ການສະໜອງແນວພັນເຂົ້າທີ່ມີຄຸນນະພາບກໍເປັນປັດໄຈສຳຄັນທີ່ຊ່ວຍປັບປຸງການຜະລິດຂອງຄອບຄົວໃຫ້ມີທິດທາງທີ່ດີຂຶ້ນ. ຈາກການປະກອບອາຊີບກະສິກຳປະສົມປະສານທັງ 3 ດ້ານ ຄອບຄົວສ້າງລາຍຮັບລວມໄດ້ຫລາຍກວ່າ 100 ລ້ານກີບຕໍ່ປີ.
   ແນວໃດກໍຕາມ, ສຳລັບຊາວໜຸ່ມທີ່ກຳລັງຊອກຫາແນວທາງສ້າງອາຊີບ, ການເຮັດກະສິກຳປະສົມປະສານເປັນອີກໜຶ່ງທາງເລືອກທີ່ໜ້າສົນໃຈ. ສິ່ງສຳຄັນແມ່ນຄວນເລີ່ມຕົ້ນຈາກທ່າແຮງທີ່ຕົນເອງມີ, ຮຽນຮູ້ວິຊາການຢ່າງຕໍ່ເນື່ອງ, ວາງແຜນການຜະລິດ ແລະ ປັບຕົວໃຫ້ທັນກັບຄວາມຕ້ອງການຂອງຕະຫລາດ. ຫາກມີຄວາມມຸ່ງໝັ້ນ ແລະ ຮູ້ຈັກນຳບົດຮຽນມາປັບປຸງຕົນເອງ, ກໍສາມາດຄ່ອຍໆສ້າງອາຊີບທີ່ໝັ້ນຄົງພ້ອມທັງປະກອບສ່ວນພັດທະນາເສດຖະກິດຂອງຄອບຄົວ ແລະ ຊຸມຊົນໄດ້.
   ໂດຍ: ແສງສຸວັນ ຄຳພັກດີ

KPL

ຂ່າວອື່ນໆ


Top