KPL
*ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ

(ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ວັນທີ 20 ກໍລະກົດ 1955- 20 ກໍລະກົດ 2025)
*ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກ. ມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ ຊຶ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງແມ່ຍິງລາວ ໃນປັດຈຸບັນ. ໃນນັ້ນ, ໄດ້ແຕ່ງຕັ້ງຄະນະໜ່ວຍ 3 ສະຫາຍ ຄື: ສະຫາຍ ນາງ ຄໍາຫລ້າ ວົງສັກ ເປັນຫົວໜ້າ, ສະຫາຍ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ສະຫາຍ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ຊຶ່ງໃນໄລຍະນັ້ນ ຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ ໜ່ວຍແມ່ຍິງນັກຮົບ, ໜ່ວຍເອື້ອຍນັກຮົບມີໜ້າທີ່ຕົ້ນຕໍເບິ່ງແຍງ, ລ້ຽງດູຊຸກເຊື່ອງ, ຕິດຕໍ່, ສົ່ງເອກະສານຕ່າງໆໃຫ້ທະຫານທີ່ພວມປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູດ້ວຍຫລາຍຮູບແບບ ແລະ ຫລາຍວິທີການເປັນຕົ້ນແມ່ນການລໍາລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານນັກຮົບຢູ່ແນວໜ້າ. ພ້ອມນັ້ນ, ໄດ້ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການແມ່ຍິງ ປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ພ້ອມທັງເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມແມ່ຍິງບັນດາເຜົ່າ ເຂົ້າເປັນກໍາລັງແຮງໃຫ້ກໍາລັງປະຕິວັດປົດປ່ອຍຊາດຄຽງບ່າຄຽງໄຫລ່ກັບເພດຊາຍຕະຫລອດມາ.
ເພື່ອໃຫ້ສອດຄ່ອງກັບສະພາບ ການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ໜ້າທີ່ ທີ່ຖືກຈາລຶກໄວ້ໃນປະຫວັດສາດໃນການປະກອບສ່ວນເພື່ອກອບກູ້ເອກະລາດ ແລະ ສ້າງສາພັດທະນາປະເທດ ຊາດ, “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊື່ເປັນ “ສະມາຄົມແມ່ຍິງລາວຮັກຊາດ” ເດືອນມັງ ກອນ ປີ 1956 ສະມາຄົມແມ່ຍິງລາວຮັກຊາດແມ່ນສືບທອດມາຈາກໜ່ວຍຄົ້ນຄວ້າວຽກງານແມ່ຍິງ, ອະດີດຄະນະນໍາໜ່ວຍຄົ້ນຄວ້າວຽກງານແມ່ຍິງ ກໍໄດ້ຖືກແຕ່ງຕັ້ງໃຫ້ສືບຕໍ່ນໍາພາສະມາຄົມແມ່ຍິງລາວຮັກຊາດ ແຕ່ໃນຖານະບົດບາດສູງກວ່າ. ຈາກນັ້ນ ກໍ່ໄດ້ຂະຫຍາຍສະມາຄົມແມ່ຍິງລາວຮັກຊາດ ລົງສູ່ຮາກຖານເພື່ອປ່ຽນແທນໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ແລະ ໜ່ວຍຍຸວັນນາລີ ທີ່ໄດ້ຮັບການຈັດຕັ້ງ ແລະ ໄດ້ເຄື່ອນໄຫວປະຕິວັດມາແຕ່ກ່ອນນັ້ນ. ສະມາຄົມແມ່ຍິງລາວຮັກຊາດແມ່ນເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີຢ່າງກວ້າງຂວາງ ລະຫວ່າງ ແມ່ຍິງລາວບັນດາເຜົ່າ, ຜູ້ມີນ້ໍາໃຈຮັກຊາດ, ຮັກສັນຕິພາບໂດຍບໍ່ຈໍາແນກຜູ້ຮັ່ງມີ, ຜູ້ທຸກຈົນ, ຊົນຊັ້ນ, ຊົນຊາດ, ສາສະໜາ, ໂດຍຮ່ວມກັບປວງຊົນລາວທັງຊາດ ຕັດສິນໃຈຕໍ່ສູ້ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື, ເພື່ອປົດປ່ອຍປະເທດຊາດຍາດເອົາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ; ກໍ່ສ້າງປະເທດໃຫ້ມີສັນຕິພາບ, ເອກະລາດ, ເປັນກາງ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.
ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງທີ່ການເມືອງຂອງພັກ ກໍ່ຄື ຂອງປະເທດຊາດໃນໄລຍະໃໝ່. ສະນັ້ນ, ກອງປະຊຸມໃຫຍ່ຄັ້ງປະຫວັດສາດຂອງແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 21-24 ມີນາ 1984 ແລະ ໄດ້ຕົກລົງເປັນເອກະພາບປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ” ຈົນເຖິງປັດຈຸບັນ.
KPL