ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ຮົງກາລີ ປະຈຳລາວຄົນໃໝ່

06/06/2025 07:55
KPL ຂປລ. ໃນວັນທີ 4 ມິຖຸນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ​ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາລີ ຄົນໃໝ່ ປະຈຳ ສປປ ລາວ




ຂປລ. ໃນວັນທີ
4 ມິຖຸນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ​ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາລີ ຄົນໃໝ່ ປະຈຳ ສປປ ລາວ ໃນໂອກາດດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ​ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ ລາຊໂລ ຕາກັກ ເຊິ່ງຈະປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ. 




ສປປ ລາວ ແລະ ຮົງກາລີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ
 12 ກັນຍາ 1962, ​ເຊິ່ງປັດຈຸບັນມີທ່າຂະຫຍາຍຕົວ ສະແດງອອກໃນການແລກປ່ຽນ ພົບປະລະຫວ່າງການນໍາຂັ້ນສູງ ຂອງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ໃນຫລາຍດ້ານໃນໄລຍະຜ່ານມາ ກໍຄື ການຮ່ວມມືດ້ານວັດ ທະນະທໍາ ແລະ ການສຶກສາ ນັບແຕ່ປີ 1977 ໄດ້ນໍາໃຊ້ມາເຖິງປັດຈຸບັນ ແລະ ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງຕະຫລອດມາ, ປະກອບສ່ວນ ໃນການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2019, ລວມເຖິງການເປີດສະຖານເອກອັກຄະລັດຖະທູດ ຮົງກາລີ ປະຈໍາ ສປປ ລາວ ຄືນໃໝ່ ໃນເດືອນມິຖຸນາ ປີ 2024 ທີ່ຜ່ານມາ ເຊິ່ງເປັນຂີດໝາຍສໍາຄັນ ແລະ ຢັ້ງຢືນເຖິງນະໂຍບາຍຂອງລັດຖະ ບານລາວ ໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບກັບ ຮົງກາລີ ກໍຄື ການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ກ້າວຂຶ້ນສູ່ລະດັບໃໝ່. 




ພ້ອມນີ້
ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຮ່ວມມືຂົງເຂດວັດທະນະທໍາ ແລະ ທ່ອງທ່ຽວ ຂອງສອງປະເທດ ທີ່ມີທ່າແຮງບົ່ມຊ້ອນ ຊຶ່ງທັງສອງຝ່າຍ ເຫັນດີໂດຍພື້ນຖານ ໃນການຈັດກິດຈະກໍາຮ່ວມມືກັນທາງດ້ານວັດທະນະທໍາ ເປັນຕົ້ນ ບຸນມະໂຫລານຮູບເງົາ, ສ້າງປ້າຍລະນຶກເຖິງຄຸນ ງາມຄວາມດີຂອງ ທ່ານ ທອງຄຳ ອ່ອນມະນີສອນ ອະດີດນັກກາວີເອກ, ອະດີດນັກແຕ່ງກາບກອນ, ທັງເປັນຜູ້ທີ່ຕິດພັນກັບກາບກອນກາວີເອກຂອງຮົງກາລີ, ກິດຈະກຳສົ່ງເສີມນັກສິລະປິນຮົງກາລີ ເພື່ອມາແລກປ່ຽນສິລະປະ-ວັດທະນະທຳ ຢູ່ລາວ. 

ໂອກາດດຽວກັນ, ທ່ານ ລາຊໂລ ຕາກັກ ກໍໄດ້ສະແດງຄວາມຊົມເຊີຍ ຜົນສຳເລັດຂອງການຈັດ ຕັ້ງປີທ່ອງທ່ຽວ ລາວ 2024 ສາມາດຕ້ອນຮັບນັກທ່ອງທ່ຽວ ມາທ່ຽວ ສປປ ລາວ ໄດ້ 4 ລ້ານກວ່າຄົນ ຊຶ່ງກາຍເປັນລາຍຮັບອັນໜຶ່ງ ທີ່ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ຄຽງຄູ່ກັນນັ້ນ, ລັດຖະບານຮົງກາລີ ກໍຖືເປັນວຽກງານການທ່ອງທ່ຽວ ເປັນຂະແໜງການໜຶ່ງທີ່ ສຳຄັນ ໃນແຕ່ລະປີມີນັກທ່ອງທ່ຽວ ໄປທ່ຽວຮົງກາລີ ຫລາຍກວ່າ 17 ລ້ານເທື່ອຄົນ ຊຶ່ງໃນຕໍ່ໜ້າ ສອງຂະແໜງ ການທ່ອງທ່ຽວ ລາວ-ຮົງກາລີ ຈະໄດ້ແລກປ່ຽນຂໍ້ມູນຂ່າວສານ ກໍຄື ການໂຄສະນາສົ່ງເສີມການທ່ອງ ທ່ຽວ ເພື່ອໃຫ້ປະຊາຊົນສອງຊາດ ໄປມາຫາສູ່ ເຊິ່ງກັນ ແລະ ກັນຫລາຍຂຶ້ນກວ່າເກົ່າ. ນອກຈາກນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບທຸກຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ປະຕິບັດໜ້າທີ່ການທູດ ໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍ ເພື່ອເປັນຂົວຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ຮົງກາລີ-ລາວ, ລາວ-ຮົງກາລີ ກໍຄື ວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.

KPL

ຂ່າວອື່ນໆ


Top