ອາຟຣິກາໃຕ້ ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມຈີ 20

21/02/2025 21:52
Email Print 196
KPL ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ ການ​ຕ່າງ​ປະ​ເທດ ​ປະ​ເທດ ​ກຸ່ມ G20 ໄດ້​ຈັດ​ຂຶ້ນ ຢູ່ສູນ​ວາງ​ສະ​ແດງ ​ແຫ່ງ​ຊາດ​ ຈອນ​ເນັ​ສ​ເບີກ ​ປະ​ເທດ​ ອາ​ຟ​ຣິ​ກາ​ໃຕ້.

ຂປລ. ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 20 ກຸມພານີ້, ​ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ປະເທດ ກຸ່ມ G20 ໄດ້ຈັດຂຶ້ນ ຢູ່ສູນວາງສະແດງ ແຫ່ງຊາດ ຈອນເນັເບີກ ປະເທດ ອາຣິກາໃຕ້. ທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ, ປະທານາທິບໍດີ ອາຣິກາໃຕ້ ໄດ້ກ່າວຄຳປາໄສໃນກອງປະຊຸມດັ່ງກ່າວ.ກອງປະຊຸມຄັ້ງນີ້ ທີ່ດຳເນີນເປັນເວລາ 2 ວັນ ໄດ້ສຸມໃສ່ ສະພາບການປ່ຽນແປງ ຂອງການເມືອງ ພູມີພາກ ທົ່ວໂລກ, ພ້ອມທັງ ຄົ້ນຄວ້າ ພິຈາລະນາຜົນງານ ໃນໄລຍະ ທີ່ອາຣິກາໃຕ້ ເປັນປະເທດປະທານກຸ່ມ G20.ອາຣິກາໃຕ້ ໄດ້ເປັນປະເທດ ປະທານ ໝູນວຽນຂອງກຸ່ມ G20 ເລີ່ມແຕ່ ເດືອນທັນວາປີ 2024, ຈະຈັດກອງປະຊຸມໜ່ວຍວຽກງານ ປະມານ 130 ຄັ້ງ ແລະ ກອງປະຊຸມ ລະດັບ ລັດຖະມົນຕີ 23 ຄັ້ງ.ຄຳຂວັນ ກອງປະຊຸມ ຄັ້ງນີ້ແມ່ນສາມັກຄີ, ສະເໝີພາບກັບ ການພັດທະນາ ແບບຍືນຍົງໂດຍຈະສຸມໃສ່ ການພັດທະນາ ຂອງອາຣິກາ, ສະໜັບ ສະໜູນວາລະຮອດປີ 2063” ຂອງສະຫະພາບ ອາຣິກາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top