ສຊປລ ຈະສຸມໃສ່ສຶກສາອົບຮົມງານຊາວໜຸ່ມ -ເຍົາວະຊົນ ໃຫ້ແທດເໝາະກັບແຕ່ລະກຸ່ມເປົ້າໝາຍ

22/04/2024 10:04
Email Print 1021
KPL ຂປລ. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຈະສືບຈະສຸມໃສ່ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ ແລະ ຊາວໜຸ່ມ-ເຍົາວະຊົນ ໃນຂອບເຂດທົ່ວປະເທດ, ປັບປຸງນິຕິກຳສຶກສາ ອົບຮົມ ວຽກງານຊາວໜຸ່ມ-ເຍົາວະຊົນ ໃຫ້ແທດເໝາະກັບ ແຕ່ລະກຸ່ມເປົ້າໝາຍ ແລະ ກະກຽມສ້າງຫລັກສູດ ການຮຽນ-ການສອນ



ຂປລ. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຈະສືບຈະສຸມໃສ່ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ ແລະ ຊາວໜຸ່ມ-ເຍົາວະຊົນ ໃນຂອບເຂດທົ່ວປະເທດ
, ປັບປຸງນິຕິກຳສຶກສາ ອົບຮົມ ວຽກງານຊາວໜຸ່ມ-ເຍົາວະຊົນ ໃຫ້ແທດເໝາະກັບ ແຕ່ລະກຸ່ມເປົ້າໝາຍ ແລະ ກະກຽມສ້າງຫລັກສູດ ການຮຽນ-ການສອນ ເພື່ອຮັບໃຊ້ແກ່ໂຮງຮຽນທິດສະດີ ຊາວໜຸ່ມ-ເຍົາວະຊົນ ລາວ-ຫວຽດນາມ.

ສະຫາຍ ມອນໄຊ ລາວມົວຊົ່ງ  ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມ ປປ ລາວ ໄດ້ໃນລາຍງານຕໍ່ກອງປະຊຸມ ສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ 5 ສະໄໝທີ VIII ເມື່ອບໍ່ດົນນີ້ວ່າ: ສຳລັບທິດທາງແຜນການ ວຽກງານຈຸດສຸມສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຈະສືບຕໍ່ຄົ້ນຄວ້າບຸກຄະລາກອນ ເພື່ອປະກອບເຂົ້າໃນຄະນະບໍລິຫານງານ ສະຫະພັນຊາວໜຸ່ມລາວ ແລະ ກະກຽມເປີດກອງປະຊຸມໃຫຍ່ ສະຫະພັນຊາວໜຸ່ມລາວ ຄັ້ງທີ I. ພ້ອມນີ້, ຍັງຈະດຳເນີນບັນດາໂຄງການ ສະກັດກັ້ນບັນຫາຢາເສບຕິດ, ອຸບັດ ເຫດຕາມທ້ອງຖະໜົນ, ຕ້ານການຄ້າມະນຸດ ແລະ ບັນຫາອື່ນໆ; ສືບຕໍ່ຝຶກອົບຮົມວຽກງານວິຊາຊີບ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ ຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II ປີ 2021-2025 ແລະ ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ປີ 2021-2030; ສືບຕໍ່ຊຸກຍູ້, ຕິດຕາມ, ​ກວດກາການຈັດຕັ້ງ​ປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII​, ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ​ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ ຂອງ ຄຊປປລ ແຕ່ລະຂັ້ນ.

ນອກຈາກນີ້, ຍັງຈະສຶບຕໍ່ກະກຽມຄວາມພ້ອມ ຂອງກໍາລັງຊາວໜຸ່ມຕະລຸມບອນ ແລະ ກໍາລັງຊາວໜຸ່ມອາສະໝັກ ໃນການຮັບມືກັບການຕ້ານ ແລະ ສະກັດກັ້ນ ໄພ​ທຳ​ມະ​ຊາດ ແລະ ພະຍາດຕ່າງໆ;  ສືບຕໍ່ຊຸກຍູ້ສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດ ແລະ ຄະນະທີ່ປຶກສາ ດ້ານເສດຖະກິດຄະນະເລຂາທິ ການ ສຊປລ ໃຫ້ໄດ້ເຄື່ອນໄຫວຕາມແຜນການ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ


Top