ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

21/09/2026 09:41
KPL ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຖະແຫຼງຜົນການເປັນເຈົ້າພາບ ແລະ ປະທານກອງປະຊຸມ 3RC-CCM ໃນວັນທີ 18 ກັນຍາ 2026 ນີ້ວ່າ: ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມຕາມເປົ້າໝາຍ ແລະ ໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຢ່າງເປັນເອກະສັນ ຈຳນວນ 3 ສະບັບ ຄື: ເອກະສານທົບທວນການຈັດຕັ້ງປະຕິບັດແຜນປະຕິບັດງານໂລຊານ 2022-2026; ຖະແຫຼງການການເມືອງ ນະຄອນຫຼວງວຽງຈັນ ແລະ ແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP) 2027-2031. ຕະຫຼອດໄລຍະການດຳເນີນກອງປະຊຸມ ບັນດາລັດພາຄີ, ປະເທດລົງນາມ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ, ອົງການຈັດຕັ້ງທາງສັງຄົມ, ຜູ້ລອດຊີວິດ ແລະ ຕົວແທນຈາກຊຸມຊົນທີ່ໄດ້ຮັບຜົນກະທົບ ໄດ້ເອົາໃຈໃສ່, ສຸມທຸກສະຕິປັນຍາ ແລະ ປຶກສາຫາລືໃນຫົວຂໍ້ສຳຄັນຂອງກອງປະຊຸມຢ່າງກົງໄປກົງມາ, ສ້າງສັນ ແລະ ສາມາດເປັນເອກະພາບກັນກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ, ສິ່ງທ້າທາຍ, ບັນຫາຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ.

ກອງປະຊຸມ ໄດ້ທົບທວນຄວາມຄືບໜ້າໃນຫຼາຍຂົງເຂດວຽກງານທີ່ສຳຄັນ ເປັນຕົ້ນ ການຂະຫຍາຍຈຳນວນລັດພາຄີຂອງສົນທິສັນຍາ, ການທຳລາຍຄັງອາວຸດລະເບີດລູກຫວ່ານ, ການເກັບກູ້ລະເບີດໃນພື້ນທີ່ຕົກຄ້າງ, ການໂຄສະນາສຶກສາຄວາມສ່ຽງ ຈາກ ລບຕ ໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບ, ການຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍ ແລະ ຜູ້ລອດຊີວິດ, ມາດຕະການຈັດຕັ້ງປະຕິບັດ, ການສ້າງບົດລາຍງານແຫ່ງຊາດ ແລະ ການຮ່ວມມື ແລະ ຊ່ວຍເຫຼືອໃນລະດັບສາກົນ.

ແຜນປະຕິບັດງານນະຄອນຫຼວງວຽງຈັນ (ຫຼື VCAP) 2027-2031 ແມ່ນແຜນທີ່ຍຸດທະສາດທີ່ສຳຄັນ ໃນການຂະຫຍາຍຈຳນວນລັດພາຄີຂອງສົນທິສັນຍາ ແລະ ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແບບຮອບດ້ານ ນັບແຕ່ນີ້ ຈົນຮອດຮອບວຽນທົບທວນໃນຄັ້ງຕໍ່ໄປໃນຫ້າປີຕໍ່ໜ້າ. ແຜນປະຕິບັດງານສະບັບນີ້ ໄດ້ກຳນົດແຜນການທີ່ເປັນຮູບປະທຳ, ສອດຄ່ອງ ແລະ ເນັ້ນໃສ່ການປະຕິບັດ 43 ໜ້າວຽກ (Action) ຊຶ່ງກວມເອົາບັນດາເສົ້າຄ້ຳ ແລະ ວຽກງານສຳຄັນຂອງສົນທິສັນຍາ ໂດຍເນັ້ນໃສ່ການລະດົມທຶນຈາກແຫຼ່ງທຶນພາຍໃນ ຄຽງຄູ່ກັບການລະດົມທຶນທີ່ຍືນຍົງ ແລະ ຄາດຄະເນໄດ້ຈາກພາຍນອກ. ພ້ອມນັ້ນ, ແຜນປະຕິບັດງານນະຄອນຫຼວງວຽງຈັນ ຍັງໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດທີ່ອີງໃສ່ຫຼັກຖານ, ວິທີການທີ່ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທີ່ໄດ້ຮັບຜົນກະທົບ, ຜູ້ລອດຊີວິດ ແລະ ຜູ້ຖືກເຄາະຮ້າຍ ລວມທັງການພິຈາລະນາປັດໄຈດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ການມີສ່ວນຮ່ວມທີ່ມີຄວາມໝາຍ, ການເປັນຄູ່ຮ່ວມງານທີ່ດີ ແລະ ການຮ່ວມມືລະຫວ່າງປະເທດ ແລະ ພາກພື້ນ. ເອກະສານ VCAP ມີເປົ້າໝາຍເພື່ອນຳພາລັດພາຄີ ແລະ ຄູ່ຮ່ວມງານ ໃຫ້ສາມາດບັນລຸຄວາມຄືບໜ້າທີ່ສາມາດວັດແທກໄດ້ ແລະ ມີຄວາມຍືນຍົງ.

ບັນດາເອກະສານທີ່ໄດ້ຮັບຮອງເອົາໃນກອງປະຊຸມในຄັ້ງນີ້ ໄດ້ຢ້ຳຄືນເຖິງຄວາມສຳຄັນຂອງສົນທິສັນຍາ ແລະ ໃຫ້ທິດທາງໃໝ່ ໃນຄວາມພະຍາຍາມຮ່ວມກັນຂອງບັນດາປະເທດພາຄີໃນຊຸມປີຕໍ່ໜ້າ. ນອກນີ້, ຍັງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຮ່ວມກັນຂອງວົງຄະນາຍາດສາກົນ ໃນການລຶບລ້າງໄພຂົ່ມຂູ່ ທີ່ເກີດຈາກລະເບີດລູກຫວ່ານ ແລະ ປ້ອງກັນບໍ່ໃຫ້ເກີດອັນຕະລາຍຕໍ່ປະຊາຊົນ ໃນອະນາຄົດ. ສຳລັບ ສປປ ລາວ ແມ່ນມີຄວາມໝາຍສຳຄັນເປັນພິເສດ ເນື່ອງຈາກພວກເຮົາຍັງສືບຕໍ່ປະເຊີນກັບຜົນກະທົບໄລຍະຍາວ ທາງດ້ານມະນຸດສະທຳ, ການພັດທະນາເສດຖະກິດ-ສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ຈາກລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຈຳນວນຫຼາຍ. ຫຼາຍຊຸມຊົນ ຍັງຕ້ອງດຳລົງຊີວິດຢູ່ກັບຄວາມສ່ຽງຕໍ່ຄວາມປອດໄພ ແລະ ໂອກາດໃນການມີຊີວິດການເປັນຢູ່ທີ່ດີ ແລະ ປອດໄພຂອງປະຊາຊົນ. ສຳລັບ ສປປ ລາວ ຜົນກະທົບຂອງລະເບີດລູກຫວ່ານ ແມ່ນບໍ່ເຄີຍໄດ້ສິ້ນສຸດລົງ ຜ່ານມາຫຼາຍປີຫຼັງຈາກສົງຄາມ ລະເບີດທີ່ບໍ່ທັນແຕກ ຍັງສືບຕໍ່ສົ່ງຜົນກະທົບຕໍ່ຄອບຄົວ ແລະ ຊຸມຊົນໃນຂອບເຂດທົ່ວປະເທດ ມາຫຼາຍເຊັ່ນຄົນ. ສະນັ້ນ, ການສືບຕໍ່ສຸມທຸກກຳລັງແຮງເພື່ອເກັບກູ້, ການໂຄສະນາສຶກສາຄວາມສ່ຽງ ຈາກ ລບຕ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ ຍັງສືບຕໍ່ເປັນວຽກງານບຸລິມະສິດແຫ່ງຊາດ ແລະ ເປັນພື້ນຖານຂອງການຈັດຕັ້ງປະຕິບັດສົນທິສັນຍານີ້.

ໃນກອງປະຊຸມ ບັນດາຜູ້ແທນໄດ້ເນັ້ນໜັກວ່າ ປະເທດທີ່ໄດ້ຮັບຜົນກະທົບ ແມ່ນບໍ່ສາມາດແກ້ໄຂສິ່ງທ້າທາຍເຫຼົ່ານີ້ໄດ້ຕາມລຳພັງ. ສະນັ້ນ, ຄວາມສາມັກຄີ ແລະ ການຮ່ວມມືທີ່ແໜ້ນແຟ້ນໃນລະດັບສາກົນທີ່ຕໍ່ເນື່ອງ, ການສະໜັບສະໜູນທາງດ້ານທຶນຮອນທີ່ຄາດຄະເນໄດ້, ການຊ່ວຍເຫຼືອດ້ານເຕັກນິກ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ພວກເຮົາ ສາມາດບັນລຸຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ CCM ໃນຕໍ່ໜ້າ ຢ່າງເປັນຮູບປະທຳຫຼາຍຂຶ້ນ. ດັ່ງນັ້ນ ສປປ ລາວ ຈຶ່ງຮຽກຮ້ອງໃຫ້ທຸກປະເທດ, ບັນດາອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານດ້ານມະນຸດສະທຳ ຈົ່ງເພີ່ມທະວີການສະໜັບສະໜູນໃຫ້ແກ່ບັນດາປະເທດ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່. ພວກຂ້າພະເຈົ້າ ຊຸກຍູ້ໃຫ້ທຸກປະເທດທີ່ຍັງບໍ່ທັນໄດ້ເຂົ້າຮ່ວມເປັນພາຄີ ເຂົ້າມາມີສ່ວນຮ່ວມໃນສົນທິສັນຍານີ້ ເພື່ອບັນລຸເປົ້າໝາຍການຂະຫຍາຍຈຳນວນລັດພາຄີ.

ກອງປະຊຸມ ຍັງໄດ້ຮັບຮູ້ເຖິງການປະກອບສ່ວນທີ່ສຳຄັນຢ່າງຍິ່ງ ຂອງຜູ້ທີ່ລອດຊີວິດ, ຊຸມຊົນ ແລະ ສັງຄົມທີ່ໄດ້ຮັບຜົນກະທົບ ຊຶ່ງປະສົບການ ແລະ ຂໍ້ສະເໜີຂອງເຂົາເຈົ້າ ຕ້ອງເປັນໃຈກາງໃນຄວາມພະຍາຍາມຮ່ວມກັນຂອງພວກເຮົາ ເພື່ອເຮັດໃຫ້ສົນທິສັນຍາດ້ານມະນຸດສະທຳນີ້ ຕອບສະໜອງຕໍ່ຄວາມຕ້ອງການຕົວຈິງ ແລະ ເຄົາລົບສິດທິໃນການດຳລົງຊີວິດທີ່ປອດໄພຂອງປະຊາຊົນ ໂດຍປາສະຈາກຜົນກະທົບຂອງອາວຸດຮ້າຍແຮງເຫຼົ່ານີ້.

ໃນໄລຍະດຳເນີນກອງປະຊຸມ ບັນດາປະເທດລັດພາຄີ, ປະເທດຜູ້ສັງເກດການ, ອົງການຈັດຕັ້ງສາກົນ ລວມທັງອົງການປະຕິບັດງານ ຍັງໄດ້ຮ່ວມກັນຈັດຫຼາຍກິດຈະກຳປິ່ນອ້ອມ ໃນຫຼາຍຫົວຂໍ້ສຳຄັນ ເພື່ອຊຸກຍູ້ໃຫ້ການຈັດຕັ້ງປະຕິບັດສົນທິສັນຍາ ລວມທັງໝົດ 18 ກິດຈະກຳ, ໃນນັ້ນ ສປປ ລາວ ໄດ້ປະກອບສ່ວນໃນ 9 ກິດຈະກຳປິ່ນອ້ອມ. ອີກເຫດການໜຶ່ງທີ່ພົ້ນເດັ່ນ ໃນໄລຍະດຳເນີນກອງປະຊຸມ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ໄດ້ລົງນາມໃນຖະແຫຼງການສະແດງເຈດຈຳນົງ ເພື່ອເຂົ້າຮ່ວມເປັນພາຄີສົນທິສັນຍາ CCM ຊຶ່ງ ສປປ ລາວ ໄດ້ມີຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນນາມປະທານກອງປະຊຸມ ເພື່ອລະດົມຂົນຂວາຍການເພີ່ມຈຳນວນປະເທດພາຄີຂອງສົນທິສັນຍາ ເພື່ອສົ່ງເສີມສັນຕິພາບ ແລະ ຫຼັກການມະນຸດສະທຳສາກົນ.

ທ່ານ ທອງສະຫວັນ ພົມວິຫານ ໃຫ້ຮູ້ອີກວ່າ: ຂໍ້ຄວາມຈາກນະຄອນຫຼວງວຽງຈັນ ທີ່ສົ່ງໄປຍັງປະຊາຄົມໂລກ ແມ່ນຈະແຈ້ງ ຄື: ການນຳໃຊ້ລະເບີດລູກຫວ່ານ ເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້, ຄວາມທຸກທໍລະມານທີ່ເກີດຈາກລະເບີດເຫຼົ່ານີ້ ຕ້ອງຢຸດຕິລົງ ແລະ ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ຕ້ອງສືບຕໍ່ໄປ ຈົນກວ່າພື້ນທີ່ທີ່ໄດ້ຮັບຜົນກະທົບທັງໝົດຈະຖືກເກັບກູ້, ບັນດາຄັງລະເບີດທີ່ເກັບໄວ້ທັງໝົດຈະຖືກທຳລາຍ, ຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດທຸກຄົນ ຈະໄດ້ຮັບການຊ່ວຍເຫຼືອຕາມທີ່ຕ້ອງການ. ພ້ອມທັງຢ້ຳຄືນວ່າ ຜົນສຳເລັດຂອງກອງປະຊຸມນີ້ ບໍ່ພຽງແຕ່ວັດແທກໄດ້ຈາກການເຫັນດີ, ຮັບຮອງເອົາເອກະສານໃນມື້ນີ້ເທົ່ານັ້ນ, ແຕ່ຕ້ອງສາມາດວັດແທກໄດ້ ຈາກການຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ. ລັດຖະບານ ສປປ ລາວ ຈະສືບຕໍ່ຄວາມໝາຍໝັ້ນຂອງຕົນ ຮ່ວມກັບບັນດາຄູ່ຮ່ວມງານທຸກພາກສ່ວນ ເພື່ອຊຸກຍູ້ໃຫ້ວຽກງານເກັບກູ້ລະເບີດ, ການຊ່ວຍເຫຼືອຜູ້ເຄາະຮ້າຍ, ການໂຄສະນາຄວາມສ່ຽງໄພ ແລະ ການຮ່ວມມືສາກົນ ໃຫ້ບັນລຸຜົນຕາມເປົ້າໝາຍ.

ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງບັນດາຄະນະຜູ້ແທນ ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືເປັນຢ່າງດີ. ພ້ອມທັງສະແດງຄວາມຂອບໃຈເປັນພິເສດຕໍ່ອົງການສະຫະປະຊາຊາດ, ໜ່ວຍງານສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ (ISU-CCM), ຄະນະກຳມະການກາແດງສາກົນ, ເຄືອຂ່າຍຕ້ານລະເບີດລູກຫວ່ານ, ອົງການຈັດຕັ້ງມະນຸດສະທຳ, ຜູ້ລອດຊີວິດ ແລະ ບັນດາຄູ່ຮ່ວມງານທັງໝົດ ທີ່ໄດ້ປະກອບສ່ວນ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

    • ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5ວັດທະນະທຳ-ສັງຄົມ

      ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5

      9/21/2026 9:15:18 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສຳລັບອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ຂັ້ນສູນກາງ ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີວັດທະນະທຳ-ສັງຄົມ

      ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີ

      9/17/2026 12:52:23 PM

      ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວວັດທະນະທຳ-ສັງຄົມ

      ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ

      9/17/2026 8:24:37 AM

      ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ເພື່ອລາຍງານການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ແລະ ເພື່ອຮັບການຊີ້ນຳຈາກການນຳພັກ-ລັດ.


Top