ເປີດນຳໃຊ້ສູນຂໍ້ມູນຂ່າວສານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ

22/09/2026 09:57
Email Print 133
KPL ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຈັດພິທີເປີດການນຳໃຊ້ສູນຂໍ້ມູນຂ່າວສານ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນວັນທີ 18 ກັນຍາ 2026 ຜ່ານມາ ຢູ່ນະຄອນຫລວງວຽງຈັນ.

     ຂປລ.  ໂດຍມີ ທ່ານ ເພັດ ພົມພີພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຊ ແລະ ການສື່ສານ, ທ່ານ ວິລະສັກ ວົງໄຊ ປະທານບໍລິສັດ ແອວໄອທີ ໂຊລູຊັນ ແລະ ທ່ານ ໄຊຍາ ໄຊສຸລີວົງ ຮອງປະທານ ເອສທີກຣຸບ, ມີຫົວໜ້າ-ຮອງຫ້ອງການ, ຫົວໜ້າ- ຮອງຫົວໜ້າກົມກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


     ສູນຂໍ້ມູນຂ່າວສານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແມ່ນໜຶ່ງໃນໂຄງການສຳຄັນທີ່ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອເປັນສູນກາງໃນການເກັບກຳ, ຄຸ້ມຄອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານກະສິກຳ, ປ່າໄມ້ ແລະ ສິ່ງແວດລ້ອມ; ເພື່ອເປັນການສະໜັບສະໜູນວຽກງານວິຊາການ, ການວາງແຜນ ແລະ ການຕັດສິນໃຈໃນຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິພາບ ແລະ ທັນສະໄໝ; ເພື່ອຊຸກຍູ້ການປ່ຽນແປງດ້ານດີຈິຕອນຂອງກະຊວງ ໃຫ້ສອດຄ່ອງກັບທິດທາງການພັດທະນາຂອງຊາດ.

   ໃນພິທີໄດ້ຮັບຟັງການລາຍງານກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການພັດທະນາວຽກງານຂໍ້ມູນຂ່າວສານ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາການຂອງຂະແໜງການກະສິກຳ ແລະ ສິ່ງແວດລ້ອມ.

ຂ່າວ: ບົວແສງ; ພາບ: ເຂັມມະໄລ

KPL

ຂ່າວອື່ນໆ


Top