ປະທານ ໄກສອນ ພົມວິຫານ ໄດ້ອຸທິດຕະຫລອດຊີວິດຂອງເພິ່ນໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນ

15/12/2023 14:47
Email Print 1676
KPL *ທ່າມກາງບັນຍາກາດອັນເບີກບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະ ນັກຮົບ ໃນທົ່ວປະເທດ ພວມອອກແຮງແຂ່ງຂັນກັນສ້າງຜົນງານ ແລະ ຂະບວນການອັນຟົດຟື້ນ ໂອກາດສະເຫລີມສະຫລອງວັນຂາດ 2 ທັນ ວາ ຄົບຮອບ 48 ປີ, ກໍ່ຄ້ອມພໍດີ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ.






(ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານຄົບຮອບ 103 ປີ ວັນທີ 13 ທັນວາ 1920-13 ທັນວາ 2023)

*ທ່າມກາງບັນຍາກາດອັນເບີກບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະ ນັກຮົບໃນທົ່ວປະເທດ ພວມອອກແຮງແຂ່ງຂັນກັນສ້າງຜົນງານ ແລະ ຂະບວນການອັນຟົດຟື້ນ ໂອກາດສະເຫລີມສະຫລອງວັນຂາດ 2 ທັນວາ ຄົບຮອບ 48 ປີ, ກໍ່ຄ້ອມພໍດີ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ເຊິ່ງກອງບັນນາທິການໜັງສືພິມປະເທດລາວ ສໍານັກຂ່າວສານປະເທດລາວ ຂໍຖືໂອກາດອັນສຸດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວນີ້ ນໍາເອົາບາງເນື້ອໃນມູນເຊື້ອ ກໍ່ຄືຊີວິດ ແລະ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ມາສະເໜີ ອີກເທື່ອໜຶ່ງ ເພື່ອຍົກໃຫ້ເຫັນຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນ ກັບການເຕີບໃຫຍ່ຂະຫຍາຍຕົວຂອງພັກ, ຂອງກໍາລັງປະກອບອາວຸດ ແລະ ຂອງການປະຕິວັດລາວ ເວົ້າລວມ, ປະທານ ໄກສອນ ພົມວິຫານ ໄດ້ອຸ ທິດຕະຫລອດຊີວິດຂອງເພິ່ນ ໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນລາວ.

ປະທານ ໄກສອນ ພົມ ວິຫານ ແມ່ນຜູ້ນໍາຂອງການປະຕິວັດລາວຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບແຫລມຄົມ, ມີນໍ້າໃຈປະຕິວັດເດັດດ່ຽວໜຽວແໜ້ນ; ເພິ່ນເຕີບໂຕໃນຄອບຄົວຂ້າລາຊະການ ໃນສະພາບທີ່ປະເທດຊາດ ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ແລະ ປະຊາຊົນ ຕົກຢູ່ໃນຄວາມລໍາບາກຍາກເຂັນ; ປະທານໄກສອນ ພົມວິຫານ ໄດ້ມີຄວາມຕື່ນຕົວ ແລະ ໄດ້ຮ່ວມກັບເພື່ອນສະຫາຍທີ່ມີນໍ້າໃຈຮັກຊາດ ເພື່ອຊອກເສັ້ນທາງກອບກູ້ເອົາເອກະລາດແຫ່ງຊາດ; ເພິ່ນໄດ້ນໍາພາປຸກລະດົມ ເຕົ້າໂຮມສາມັກຄີປະຊາຊົນທຸກເຜົ່າ, ທຸກຊັ້ນຄົນຢ່າງກວ້າງຂວາງ ລຸກຂຶ້ນຕໍ່ສູ້ດ້ວຍການ ສົມທົບກັບການຕໍ່ສູ້ ດ້ານຕ່າງໆຢ່າງແໜ້ນແຟ້ນ. ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດານັກປະຕິວັດ ຜູ້ອາວຸໂສຂອງພັກເຮົາ ຈັດຕັ້ງແນວລາວອິດສະຫລະຂຶ້ນ ເຊິ່ງເປັນຕົ້ນກໍາເນີດຂອງແນວລາວຮັກຊາດ ແລະ ແນວລາວອິດສະຫລະໃນປັດຈຸບັນ; ເພິ່ນໄດ້ຮ່ວມກັບໝູ່ຄະນະ ກໍ່ຕັ້ງພັກປະຊາຊົນ ປະຕິວັດ ລາວຂຶ້ນ ໂດຍແມ່ນເພິ່ນເອງ ເປັນຜູ້ນໍາສູງສຸດຂອງພັກ ເປັນເວລາຍາວນານ ເກືອບ 40 ປີ ແລະ ຈັດຕັ້ງ ກໍ່ສ້າງກໍາລັງປະກອບອາວຸດ ປະຕິວັດ ຄື ກອງທັບປະຊາຊົນລາວ ແລະ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອເປັນກໍາລັງຕໍ່ຕ້ານດັບສູນສັດຕູ ຈົນສາມາດຍາດໄດ້ໄຊຊະນະຢ່າງສະຫງ່າງາມ ແລະ ປະກາດ ສ້າງຕັ້ງ ສປປ ລາວ ເຊິ່ງແມ່ນລັດທີ່ເປັນຕົວແທນອັນແທ້ຈິງ ແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ. ແບບຢ່າງ ແລະ ຄຸນສົມບັດສິນທໍາ ປະຕິວັດອັນສຸດກົກສຸດປາຍ ຂອງປະທານ ໄກສອນ ພົມວິຫານ ແມ່ນຈິດໃຈຮັກຊາດອັນສູງສົ່ງ ແລະ ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ. ດ້ວຍຄຸນທາດ ປະຕິວັດອັນນີ້ ເມື່ອຕົກຢູ່ໃນສະພາບການ ທີ່ມີຄວາມຫຍຸ້ງຍາກສັບສົນເທົ່າໃດ ເພິ່ນຍິ່ງມີມານະຈິດອັນສູງສົ່ງ ແລະ ອຸທິດຕົນ ດ້ວຍຄວາມອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ. ຍາມໃດ ເພິ່ນກໍ່ຕັດສິນໃຈສູງ ເພື່ອຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ, ທັງເປັນແບບຢ່າງ ໃນການກະທໍາຕົວຈິງ ໃຫ້ແກ່ອ້າຍນ້ອງ ແລະ ມິດສະຫາຍ ເພື່ອເດັດດ່ຽວຕີສັດຕູໃຫ້ປະລາໄຊ.





ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມເດັດຂາດ ແລະ ແນວຄິດ ປະຕິວັດ ສຸດກົກສຸດປາຍດ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທໍາ, ກ້າຮັບຜິດຊອບ ເປັນຕົ້ນແມ່ນການປະຕິບັດຍຸດໂທບາຍ ເພື່ອປະຕິບັດຍຸດທະສາດ ຂອງການປະຕິວັດ. ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍຢາງສົມບູນ, ປະທານ ໄກສອນ ພົມວິຫານ ກໍ່ບໍ່ໄດ້ລົດລະຕໍ່ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ພາລະກິດ ຂອງການປະຕິວັດໃນໄລຍະໃໝ່ ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກຄຸນສົມບັດອັນລໍ້າເລີດ ແລະ ພາລະກິດນໍາພາການປະຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນທາດ ນັກປະຕິວັດຜູ້ດີເດັ່ນ ຄືດັ່ງກ່າວນັ້ນ ໄດ້ເປັນການປະກອບສ່ວນຢ່າງສໍາຄັນ ໃນການຊຸກຍູ້ພາລະກິດການຕໍ່ສູ້ໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ໃນປັດຈຸບັນນີ້ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ. ພາລະກິດອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ ຍາມໃດກໍ່ ເປັນແສງສະຫວ່າງ ແຫ່ງການກ້າວເດີນ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍມີວັນດັບມອດ ແລະ ເປັນດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.

ຊີວິດ, ພາລະກິດ ແລະ ຜົນງານຂອງປະທານ ໄກສອນ ພົມວິຫານ ຍັງມີຫລາຍສິ່ງຫລາຍຢ່າງທີ່ໜ້າສົນໃຈ ແລະ ເປັນບົດຮຽນທີ່ດີສໍາລັບພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງກອງບັນນາທິການໜັງສືພິມ ປະເທດລາວ ຍັງຈະສືບຕໍ່ຮິບໂຮມເອົາມາສະເໜີຕໍ່ໄປ./.

KPL

ຂ່າວອື່ນໆ


Top