ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

12/11/2026 09:38
Email Print 293
KPL ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ໄດ້ກ່າວວ່າ: ພະຍາດໂປລີໂອ ແມ່ນພະຍາດອັນຕະລາຍທີ່ສົ່ງຜົນກະທົບຮ້າຍແຮງຕໍ່ເດັກນ້ອຍ ແລະ ເປັນສາເຫດຂອງຄວາມພິການຢ່າງຖາວອນແກ່ເດັກ. ສະນັ້ນ, ການສ້າງພູມຄຸ້ມກັນດ້ວຍການຮັບວັກຊິນຕາມກຳນົດ ແມ່ນມາດຕະການທີ່ສຳຄັນທີ່ສຸດໃນການປົກປ້ອງສຸຂະພາບຂອງເດັກ ແລະ ຮັກສາຜົນສຳເລັດດ້ານການປ້ອງກັນພະຍາດໂປລີໂອຂອງປະເທດເຮົາ. ກະຊວງສາທາລະນະສຸກ ພ້ອມດ້ວຍຄູ່ຮ່ວມພັດທະນາໄດ້ມີຄວາມພະຍາຍາມຢ່າງຕໍ່ເນື່ອງໃນການຈັດຕັ້ງປະຕິບັດບັ້ນການຢອດວັກຊິນໂປລີໂອ ເພື່ອປົກປ້ອງເດັກນ້ອຍລາວທຸກຄົນບໍ່ໃຫ້ເປັນພະຍາດນີ້. ໃນຂະບວນການຢອດວັກຊິນຮອບທີ 3 ນີ້, ນອກຈາກການກະກຽມດ້ານການແພດ ແລະ ການບໍລິການແລ້ວ, ການໂຄສະນາທີ່ຖືກຕ້ອງ, ຊັດເຈນ, ທັນເວລາ ແລະ ເຂົ້າເຖິງປະຊາຊົນ ແມ່ນປັດໄຈສຳຄັນທີ່ຈະຊ່ວຍໃຫ້ພໍ່ແມ່ ແລະ ຜູ້ປົກຄອງເຂົ້າໃຈເຖິງຄວາມຈຳເປັນຂອງການຮັບວັກຊິນ ແລະ ນຳພາລູກຫຼານໄປຮັບວັກຊິນຕາມການແນະນຳຂອງພະນັກງານສາທາລະນະສຸກ.

ສະນັ້ນ, ສື່ມວນຊົນຈຶ່ງມີບົດບາດສຳຄັນແຖວໜ້າໃນການເປັນກະບອກສຽງທີ່ໜ້າເຊື່ອຖື ເພື່ອເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ, ຕອບໂຕ້ຂ່າວປອມ ຫຼື ຂ່າວລືທີ່ຜິດພາດ ແລະ ສ້າງຄວາມເຂົ້າໃຈອັນເລິກເຊິ່ງໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອກະຕຸກຊຸກຍູ້ໃຫ້ພວກກ່ຽວນຳພາລູກຫຼານມາຮັບວັກຊິນໃຫ້ຄົບຖ້ວນ. ສື່ມວນຊົນບໍ່ພຽງແຕ່ມີໜ້າທີ່ລາຍງານຂ່າວສານເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ສຳຄັນລະຫວ່າງພາກລັດ, ຂະແໜງສາທາລະນະສຸກ ແລະ ປະຊາຊົນ ໃນການສ້າງຄວາມຮັບຮູ້, ແກ້ໄຂຄວາມເຂົ້າໃຈຜິດ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການບໍລິການວັກຊິນ ໂດຍສະເພາະສື່ມວນຊົນທ້ອງຖິ່ນມີຄວາມສຳຄັນຢ່າງຍິ່ງ ເພາະມີຄວາມໃກ້ຊິດກັບປະຊາຊົນ, ເຂົ້າໃຈພາສາ, ວັດທະນະທຳ ແລະ ສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ການນຳໃຊ້ວິທະຍຸ, ໂທລະພາບ, ສື່ອອນລາຍ ແລະ ລະບົບກະຈາຍສຽງຂັ້ນບ້ານໃຫ້ສອດຄ່ອງກັບສະພາບຕົວຈິງ ຈະຊ່ວຍໃຫ້ຂໍ້ມູນຂ່າວສານເຂົ້າເຖິງຄອບຄົວ ແລະ ຊຸມຊົນຢ່າງກວ້າງຂວາງຍິ່ງຂຶ້ນ.

ນອກຈາກວຽກງານໂປລີໂອແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີເອກະສານແຜນງານການຮ່ວມມືລະດັບປະເທດ (CPD) 2027-2031 ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ UNICEF ຊຶ່ງເປັນຍຸດທະສາດໃນການສົ່ງເສີມສິດທິ, ສຸຂະພາບ, ໂພຊະນາການ, ການສຶກສາ ແລະ ການປົກປ້ອງເດັກ, ພ້ອມທັງໄດ້ຮຽນຮູ້ກ່ຽວກັບຈັນຍາບັນໃນການລາຍງານຂ່າວທີ່ກ່ຽວຂ້ອງກັບເດັກນ້ອຍ ເພື່ອໃຫ້ມີຄວາມຖືກຕ້ອງ ແລະ ຄຳນຶງເຖິງຜົນປະໂຫຍດສູງສຸດຂອງເດັກນ້ອຍ.

ຂ່າວ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AIວັດທະນະທຳ-ສັງຄົມ

      ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AI

      11/9/2026 11:35:25 AM

      ກອງປະຊຸມສື່ມວນຊົນຂອງອົງການກອງປະຊຸມສາກົນ ບັນດາພັກການເມືອງໃນອາຊີ (ICAPP) ຫຼື ໄອແຄັບ ຄັ້ງທີ 8 (8th Meeting of the ICAPP Media Forum) ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ນະຄອນຫຼວງເຊອູນ, ສາທາລະນະລັດເກົາຫຼີ ພາຍໃຕ້ຫົວຂໍ້ “ບົດບາດຂອງສື່ມວນຊົນໃນການສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່” ໂດຍມີບັນດາຕົວແທນຈາກ 37 ພັກການເມືອງ ແລະ ຜູ້ແທນ 20 ກວ່າທ່ານ ຈາກອົງການສື່ມວນຊົນທົ່ວອາຊີ ແລະ ພາກພື້ນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວຈັດຂຶ້ນໂອກາດດຳເນີນກອງປະຊຸມໃຫຍ່ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ ຄັ້ງທີ 13.

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.


Top