ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

28/10/2026 09:51
Email Print 3188
KPL ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

      ຂປລ. ໂດຍການຮ່ວມນໍາພາຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ, ມີຄະນະນໍາແຂວງ, ນະຄອນ, ຕາແສງ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການ ສຶກສາທິການ ແລະ ກິລານະຄອນ, ຂະແໜງການກ່ຽວຂ້ອງ, ຄູ- ອາຈານ ແລະ ນັກຮຽນເຂົ້າຮ່ວມ. 

     ການຢ້ຽມຢາມໃນຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮັບຟັງລາຍງານໂດຍຫຍໍ້ກ່ຽວກັບສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນລະດູຝົນທີ່ຜ່ານມາ ຊຶ່ງສົ່ງຜົນກະທົບຕ່ໍຫລາຍບ້ານໃນນະຄອນປາກເຊ ໂດຍສະເພາະໂຮງຮຽນປະຖົມບ້ານແກ ໄດ້ຮັບຜົນເສຍຫາຍຫລາຍສົມຄວນເປັນຕ້ົນປ້ຶມຄູ່ມືຄູ, ກະດານດໍາ, ຕູ້ໃສ່ເອກະສານ, ອາຄານຮຽນ 2 ຫລັງຖືກຜົນກະທົບນໍ້າຖ້ວມ ລວມມູນຄ່າເສຍຫາຍ 15.000.000 ກີບ, ຫລັງຈາກນໍ້າບົກແຫ້ງ ທາງໂຮງຮຽນ ກໍຄື ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮ່ວມກັນເຮັດອະນາໄມລ້າງຫ້ອງການ, ຫ້ອງຮຽນ, ໂຕະ-ຕັ່ງ ແລະ ເຄື່ອງໃຊ້ຕ່າງໆໃຫ້ມີຄວາມສະອາດຈົບງາມ ເພື່ອເປີດສົກຮຽນໃໝ່ໄດ້ທັນຕາມກຳນົດເວລາ. ໂອກາດນີ້, ທ່ານ ນາງ ປານີ ຢາທ່ໍຕູ້ ກໍໄດ້ມີຄຳເຫັນໂອ້ລົມໂດຍສະແດງຄວາມຢື້ຢາມຖາມຂ່າວຄູອາຈານ ແລະ ລູກຫລານນັກຮຽນທຸກຄົນດ້ວຍຄວາມເປັນຫ່ວງເປັນໃຍ. ດ່ັງນ້ັນ, ຈ່ຶງໄດ້ຊອກເງ່ືອນໄຂ ແລະ ຫາໂອກາດລົງມາຢ້ຽມຢາມຖາມຂ່າວ ເພື່ອມອບການຊ່ວຍເຫລືອຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ຄູອາຈານ ແລະ ລູກຫລານນັກຮຽນໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາການສຶກສາໄດ້ຢ່າງຕ່ເນ່ືອງ.         ພ້ອມກັນນ້ີ, ທ່ານກໍໄດ້ນໍາພາປຸກລະດົມບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດມອບເງິນອຸປະຖຳເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມສົມບູນບ້ານແກນະຄອນປາກເຊ ແຂວງຈຳປາສັກ ມູນຄ່າ 365 ລ້ານກີບ. ນອກຈາກນ້ີ, ການນຳແຂວງຈໍາປາສັກ ຍັງມອບເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຮຽນ ແລະ ອຸປະກອນກິລາ ໃຫ້ໂຮງຮຽນດັ່ງກ່າວ ລວມມູນຄ່າ 25.796.000 ກີບ ຕື່ມອີກ. 

     ໃນໂອກາດນ້ີ, ທ່ານ ນາງ ບຸນສວນ ຈໍາປາພວງເພັດ ຜູ້ອໍານວຍການໂຮງຮຽນປະຖົມບ້ານແກ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະນໍາແຂວງ, ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ ທີ່ໄດ້ມາຢ້ຽມຢາມຖາມຂ່າວ ແລະ ຊ່ວຍເຫລືອຊຸກຍູ້ພັດທະນາໂຮງຮຽນບ້ານແກ ໃນຄັ້ງນີ້, ພ້ອມຢືນຢັນວ່າຈະນໍາໃຊ້ທຶນຊ່ວຍເຫລືອ ດ່ັງກ່າວໃຫ້ເກີດປະໂຫຍດສູງສຸດຕໍ່ການບູລະນະພັດທະນາໂຮງຮຽນໃຫ້ມີໃບໜ້າໃໝ່.

     ຂ່າວ-ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.


Top