KPL
ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈທີ່ ທ່ານທູດ ໄດ້ໃຫ້ກຽດເປັນຕົວແທນປະເທດໂອຕຣິດ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ ນັບຕັ້ງແຕ່ທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 1 ກັນຍາ 1967 ຊຶ່ງປີໜ້າ ກໍຈະຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດດັ່ງກ່າວ ແລະ ທັງສອງຝ່າຍ ກໍໄດ້ເຫັນດີເປັນເອກະພາບທີ່ຈະຈັດກິດຈະກຳຕ່າງໆຮ່ວມກັນ ເພື່ອສະຫຼອງວັນສຳຄັນດັ່ງກ່າວໃຫ້ມີຂະບວນການຢ່າງຟົດຟື້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີທີ່ຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໂດຍສະເພາະໃນຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງທັງສອງຊາດ.
ໂອກາດດຽວກັນ, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບການເສີມຂະຫຍາຍການຮ່ວມມື ເພື່ອການພັດທະນາໃນຂະແໜງການຕ່າງໆ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ ແລະ ພະລັງງານສະອາດ ໂດຍຜ່ານການສະໜັບສະໜູນ ແລະ ຂອບການຮ່ວມມືຂອງສະຫະພາບເອີຣົບ, ອາຊຽນ-ໂອຕຣິດ ແລະ ອົງການຈັດຕັ້ງສາກົນອື່ນໆ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ພ້ອມກັນນີ້, ສອງຝ່າຍກໍຍັງເຫັນດີທີ່ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ພ້ອມທັງຢືນຢັນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ຝ່າຍລາວ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນທ້າຍປີ 2026 ທີ່ຈະມາເຖິງ ແລະ ໄດ້ສະເໜີໃຫ້ ໂອຕຣິດ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຄືດັ່ງຜ່ານມາ ລວມທັງການໃຫ້ສິດທິພິເສດທາງດ້ານການຄ້າ ແລະ ການຊ່ວຍເຫຼືອນະໂຍບາຍທີ່ກ່ຽວຂ້ອງອື່ນໆ ແກ່ ສປປ ລາວ ໃນໄລຍະຂ້າມຜ່ານ ເພື່ອຮັບປະກັນໃຫ້ເປັນໄປຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ໃນຖານະເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການເຂົ້າຮ່ວມ ແລະ ການສະໜັບສະໜູນຂອງຄະນະຜູ້ແທນໂອຕຣິດ ໃນຄັ້ງນີ້. ພ້ອມກັນນັ້ນ, ສອງຝ່າຍກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ.
KPL