KPL
ຂປລ. ຫລາຍຄົນມັກຄິດວ່າ ຫລັງຈາກພົ້ນອາຍຸການ ຫລື ບຳນານແລ້ວ ແມ່ນຊ່ວງເວລາແຫ່ງການພັກຜ່ອນຢູ່ເຮືອນຊື່ໆ, ແຕ່ສຳລັບ ທ່ານ ໄຊຍະແສງ ອິນທະວົງສາ ຢູ່ບ້ານໂມ, ເມືອງລະມາມ, ແຂວງເຊກອງ ກັບເລືອກເສັ້ນທາງທີ່ແຕກຕ່າງ ປ່ຽນມືຈັບປາກກາ ມາຈັບຈົກຈັບຊ້ວມບຸກເບີກເນື້ອທີ່ຂຸດໜອງລ້ຽງປາ ຈົນກາຍເປັນ "ຄອບ ຄົວຕົວແບບ" ທີ່ສ້າງລາຍຮັບເນັ້ນໆ ເຖິງ 272 ລ້ານກີບຕໍ່ປີ!

ຂປລ. ຫລາຍຄົນມັກຄິດວ່າ ຫລັງຈາກພົ້ນອາຍຸການ ຫລື ບຳນານແລ້ວ ແມ່ນຊ່ວງເວລາແຫ່ງການພັກຜ່ອນຢູ່ເຮືອນຊື່ໆ, ແຕ່ສຳລັບ ທ່ານ ໄຊຍະແສງ ອິນທະວົງສາ ຢູ່ບ້ານໂມ, ເມືອງລະມາມ, ແຂວງເຊກອງ ກັບເລືອກເສັ້ນທາງທີ່ແຕກຕ່າງ ປ່ຽນມືຈັບປາກກາ ມາຈັບຈົກຈັບຊ້ວມບຸກເບີກເນື້ອທີ່ຂຸດໜອງລ້ຽງປາ ຈົນກາຍເປັນ "ຄອບ ຄົວຕົວແບບ" ທີ່ສ້າງລາຍຮັບເນັ້ນໆ ເຖິງ 272 ລ້ານກີບຕໍ່ປີ!

ທ່ານ ໄຊຍະແສງ ອິນທະວົງສາ ເລົ່າສູ່ຟັງວ່າ: ຈາກທຶນ 5 ລ້ານ ສູ່ອານາຈັກກະສິກຳວົງຈອນປິດ ເສັ້ນທາງສາຍເສດຖະກິດນີ້ ບໍ່ໄດ້ມາແບບສຸ່ມ. ຫລັງຈາກຮັບເງິນບຳນານແລ້ວ, ມາໃນປີ 2007 ດ້ວຍຄວາມມັກຮັກໃນການກະສິກຳ ບວກກັບຄວາມດຸໝັ່ນອົດທົນ ຄອບຄົວໄດ້ເລີ່ມຕົ້ນລົງທຶນພຽງ 5 ລ້ານກີບ ໃນເນື້ອທີ່ 2 ເຮັກຕາ, ສ້າງ 8 ໜອງປາ. ຈາກຈຸດເລີ່ມຕົ້ນອັນນ້ອຍໆ ທຸລະກິດຄ່ອຍໆຂະຫຍາຍຕົວໂດຍມີຈຸດປ່ຽນຄັ້ງສຳຄັນເກີດຂຶ້ນໃນປີ 2010 ເມື່ອໄດ້ຮັບການສະໜັບສະໜູນຈາກພັກ-ລັດ ແລະ ໂຄງການ ADB ລວມທັງທຶນກູ້ຢືມຈາກທະນາຄານນະໂຍບາຍ ເຮັດໃຫ້ທຸລະກິດເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງກ້າວກະໂດດ. ສຳລັບປາທີ່ລ້ຽງ ກໍມີປາຫລາກຫລາຍຊະນິດ. ໃນນັ້ນ, ລ້ຽງທັງປາດຸກ, ປານິນ, ປາປາກ ແລະ ປາເຂັງ. ຂະນະທີ່ລ້ຽງສັດ ແລະ ເຮັດທຸລະກິດເສີມນັ້ນ, ຄອບຄົວບໍ່ພຽງແຕ່ລ້ຽງປາ ຍັງລ້ຽງໄກ່ລາດ, ໝູລາດ ແລະ ເປີດຮ້ານອາຫານຢູ່ແຄມໜອງປາຕື່ມອີກ. ຕົວເລກທີ່ໜ້າຕົກໃຈ ປັດຈຸບັນສາມາດສ້າງຍອດຂາຍລວມທັງໝົດ 912 ລ້ານກີບຕໍ່ປີ, ເມື່ອຫັກຕົ້ນທຶນແລ້ວ ເຫລືອຜົນກຳໄລເນັ້ນໆ 272 ລ້ານກີບ/ປີ ບວກກັບລາຍຮັບຈາກຮ້ານອາຫານອີກ 54 ລ້ານກີບ/ປີ. ບົດຮຽນຈາກຄວາມສຳເລັດ ບໍ່ມີຄວາມສຳເລັດໃດໄດ້ມາໂດຍບໍ່ລົງເຫື່ອລົງແຮງ. ເຖິງວ່າຜົນກຳໄລຈະງົດງາມ, ແຕ່ເບື້ອງຫລັງຄວາມສຳເລັດແມ່ນເຕັມໄປດ້ວຍສິ່ງທ້າທາຍ.

ທ່ານ ໄຊຍະແສງ ກ່າວຕື່ມວ່າ: ການລ້ຽງປາຂະໜາດໃຫຍ່ຕ້ອງໃຊ້ທຶນສູງ ເພາະຫົວອາຫານ ແລະ ແນວພັນຕ້ອງນຳເຂົ້າຈາກຕ່າງແຂວງ. ນອກຈາກນີ້, ການຄວບຄຸມລະບົບນ້ຳ ແລະ ການບຳລຸງວິຕາມິນ ຕາມອາຍຸຂອງປາກໍຕ້ອງເອົາໃຈໃສ່ຢ່າງໃກ້ຊິດ ໂດຍອາໄສແຮງງານໃນຄອບຄົວ 6 ຄົນ ແລະ ຈ້າງເພີ່ມອີກ 1 ຄົນ ເພື່ອຊ່ວຍວຽກ. ແນວໃດກໍຕາມ, ດ້ວຍຄວາມພາກພຽນ, ຄວາມດຸໝັ່ນ ແລະ ການຮູ້ຈັກຕໍ່ຍອດອາຊີບ, ປັດຈຸບັນຄອບຄົວ ໄຊຍະແສງ ອິນທະວົງສາ ບໍ່ໄດ້ມີພຽງແຕ່ ມີຢູ່ມີກິນ,ມີຊັບສິນ ແລະ ຖານະຄວາມເປັນຢູ່ດີຂຶ້ນ, ດ້ວຍຜົນງານດັ່ງກ່າວ ຄອບຄົວ ໄຊຍະແສງ ໄດ້ໃບຢັ້ງຢືນຄອບ ຄົວຕົວແບບຈາກເມືອງ ແລະ ແຂວງ. ນອກຈາກນີ້, ຍັງສາມາດຊື້ລົດໃຫຍ່ 2 ຄັນ ແລະ ລົດຈັກ 3 ຄັນ, ສ້າງເຮືອນຢູ່ເຮືອນຖາວອນ 2 ຫລັງ, ດິນປຸກສ້າງ 2 ຕອນ ແລະ ດິນກະສິກຳ 1 ຕອນ.
ເສັ້ນທາງຈາກທຶນເລີ່ມຕົ້ນພຽງ 5 ລ້ານກີບ ສູ່ການສ້າງລາຍຮັບຫລາຍຮ້ອຍລ້ານກີບຕໍ່ປີ ອັນສະແດງໃຫ້ເຫັນເຖິງບົດບາດຂອງຄວາມດຸໝ່ັ່ນ, ການຮູ້ຈັກວາງແຜນ, ການຕໍ່ຍອດອາຊີບ ແລະ ການນຳໃຊ້ໂອກາດຈາກແຫລ່ງສະໜັບສະໜູນຕ່າງໆ ເພື່ອພັດທະນາອາຊີບ ແລະ ສ້າງຖານະຄວາມເປັນຢູ່ໃຫ້ດີຂຶ້ນເລື້ອຍໆ.
KPL