KPL
ຂປລ. ທົ່ວເມືອງໄຊເສດຖາ ແຂວງອັດຕະປື ສາມາດບັນລຸການສ້າງເມືືອງພົ້ນທຸກ 100% ໂດຍທັງ 22 ບ້ານຂອງເມືອງໄດ້ພົ້ນທຸກແລ້ວ.

ຂປລ. ທົ່ວເມືອງໄຊເສດຖາ ແຂວງອັດຕະປື ສາມາດບັນລຸການສ້າງເມືືອງພົ້ນທຸກ 100% ໂດຍທັງ 22 ບ້ານຂອງເມືອງໄດ້ພົ້ນທຸກແລ້ວ. ປັດຈຸບັນເມືອງມີພົນລະເມືອງ ທັງໝົດ 40.413 ຄົນ, ຍິງ 20.350 ຄົນ ແລະ ມີ 8.610 ຄອບຄົວ. ໃນນັ້ນ, ຄອບຄົວພົ້ນທຸກມີ 8.108 ຄອບຄົວ ກວມເອົາ 94,27% ຂອງຄອບຄົວທັງໝົດ, ຄອບຄົວບໍ່ພົ້ນທຸກ ມີ 493 ຄອບຄົວ ກວມເອົາ 5,73% ຂອງຄອບຄົວທັງໝົດ, ຄອບຄົວພັດທະນາ ມີ 8.032 ຄອບຄົວ ເທົ່າກັບ 93,38%, ຂອງຄອບຄົວທັງໝົດ. ສ່ວນບ້ານພັດທະນາລວມ ມີ 21 ບ້ານ ກວມເອົາ 95,45% ຂອງຈຳນວນບ້ານທັງໝົດ.
ທ່ານ ອໍາພອນ ໃສມະນີ ຫົວໜ້າຫ້ອງວ່າການເມືອງໄຊເສດຖາ ແຂວງອັດຕະປື ລາຍງານຕໍ່ກອງປະຊຸມ ສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເມື່ອບໍ່ດົນມານີ້ວ່າ: ຕະຫລອດໄລຍະ 6 ເດືອນຜ່ານມາ ຄະນະພັກ, ຄະນະກໍາມະການອົງການປົກຄອງ ເມືອງໄຊເສດຖາ ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ຕໍ່ວຽກງານພັດທະນາຊົນນະບົດຮອບດ້ານ, ການແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໂດຍເນັ້ນການກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢ່າງແຂງແຮງ ເຮັດໃຫ້ວຽກງານນີ້ມີຫລາຍອັນບັນລຸຜົນສໍາເລັດ.ພ້ອມນີ້, ເມືອງຍັງໄດ້ກະກຽມເນື້ອໃນເອກະສານຕ່າງໆ ເພື່ອປະກາດຮັບຮອງເປັນເມືອງພົ້ນທຸກ, ທັງໄດ້ສໍາເລັດການຕົກລົງຮັບຮອງ ກຳນົດຈຸດສຸມພັດທະນາ ແລະ ຈຸດສຸມບ້ານທຸກຍາກຂອງເມືອງ 5 ປີ, ສັງລວມບັນຊີລາຍຊື່ຄອບຄົວທຸກຍາກທີ່ບໍ່ບັນລຸ 6 ມາດຖານ ໃຫ້ອົງການປົກຄອງຕາແສງ ເພື່ອແກ້ໄຂໃຫ້ເປັນຄອບຄົວພົ້ນທຸກ. ສຳລັບການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 2 ບ້ານ ຄື: ບ້ານໃຫຍ່ອຸດົມ ແລະ ບ້ານຫາດຊັນ ຊຶ່ງທັງສອງບ້ານ ບັນລຸໄດ້ 12 ຕົວຊີ້ບອກ ເທົ່າກັບ 75% ແລະ ບໍ່ບັນລຸ 4 ຕົວຊີ້ບອກ ເທົ່າກັບ 25%. ສ່ວນການສ້າງເມືອງພັດທະນາສາມາດບັນລຸ 14 ຕົວຊີ້ບອກກວມ 82,35% ແລະ ຍັງບໍ່ບັນລຸ 3 ຕົວຊີ້ບອກກວມ 17,65%.
ຜົນສຳເລັດດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງເມືອງໄຊເສດຖາ ໃນການດຳເນີນວຽກງານລຶບລ້າງຄວາມທຸກຍາກ, ພັດທະນາຊົນນະບົດ ແລະ ສ້າງຄອບຄົວ, ບ້ານ, ເມືອງ ໃຫ້ມີການພັດທະນາຕາມບັນດາຕົວຊີ້ບອກ ທີ່ກຳນົດໄວ້.
ໂດຍ: ພອນປະເສີດ
KPL