KPL
ທະນາຄານກາງ ສະຫະລັດ ອາເມລິກາ (Fed) ໄດ້ຕົກລົງ ຮັກສາອັດຕາດອກເບ້ຍ ພື້ນຖານ ໃນປັດຈຸບັນ ພ້ອມທັງ ຄາດຄະເນວ່າ ອາດຈະຫລຸດລົງ ຕື່ມອີກ 2 ເທົ່າໃນປີ 2025.
ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທະນາຄານກາງ ສະຫະລັດ ອາເມລິກາ (Fed) ໄດ້ຕົກລົງ ຮັກສາອັດຕາດອກເບ້ຍ ພື້ນຖານ ໃນປັດຈຸບັນ ພ້ອມທັງ ຄາດຄະເນວ່າ ອາດຈະຫລຸດລົງ ຕື່ມອີກ 2 ເທົ່າໃນປີ 2025. ພາຍຫລັງ ຄະນະກຳມະການ ຕະຫລາດເປີດສະຫະລັດ ໄດ້ສືບຕໍ່ຮັກສາອັດຕາດອກເບ້ຍ ໃນປະມານ 4,25% - 4,5%, ເຊິ່ງເປັນອັດຕາ ແຕ່ເດືອນທັນວາ 2024. ພ້ອມດຽວກັນນັ້ນ, ຄະນະກຳມະການນີ້ ກໍປະກາດແຜນວາດ “dot plot” ໂດຍຊີ້ໃຫ້ເຫັນວ່າ ບັນດາສະມາຊິກ ຄະນະກຳມະການ ຍັງຄົງອຽງໄປຫາ ຄວາມອາດສາມາດຫລຸດອັດຕາດອກເບ້ຍລົງ 2 ເທົ່າ ໃນທ້າຍປີ 2025. ເຖິງຢ່າງໃດກໍຕາມ, ຄະນະກຳມະການຕະຫລາດ ເປີດສະຫະລັດ ອາເມລິກາ ກໍໄດ້ຫລຸດລະດັບການຄາດຄະເນ ກ່ຽວກັບ ຈຳນວນເທື່ອຫລຸດອັດຕາພາສີລົງໃນປີ 2026 ແລະ 2027, ໝາຍຄວາມວ່າ ການຫລຸດອັດຕາດອກເບ້ຍ ສາມາດຫລຸດລົງ ຫລາຍສຸດ ແມ່ນປະມານ 1% (ທຽບເທົ່າກັບການຫລຸດລົງ 4 ເທື່ອເທົ່ານັ້ນ)./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL