ອົງການການຄ້າໂລກ ຍ້ອງຍໍ ສປ ຈີນ ປະຕິບັດມາດຕະການຍົກເວັ້ນພາສີຕໍ່ປະເທດທີ່ດ້ອຍພັດທະນາທີ່ສຸດ

19/06/2025 21:43
Email Print 347
KPL ອົງ​ການ​ ການ​ຄ້າ​ໂລກ(WTO) ໄດ້ຈັດ​ກອງ​ປະ​ຊຸມ​ຕ່າງໆ ຢູ່​ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິດ. ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ຈີນ​ໄດ້​ແຈ້ງ​ໃຫ້ WTO ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ວ່າ, ສປ ຈີນ ​ໄດ້​ຍົກ​ເວັ້ນ​ພາ​ສີ ​​ຕໍ່​ສິນ​ຄ້າ​ທັງ​ໝົດ​ ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​ ດ້ອຍ​ພັດ​ທະ​ນາ​ທີ່​ສຸດ ທີ່​ໄດ້​ສ້າງຕັ້ງ ​ສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ອົງ​ການ​ ການ​ຄ້າ​ໂລກ(WTO) ໄດ້ຈັດ​ກອງ​ປະ​ຊຸມ​ຕ່າງໆ ຢູ່​ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິດ. ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ຈີນ​ໄດ້​ແຈ້ງ​ໃຫ້ WTO ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ວ່າ, ສປ ຈີນ ​ໄດ້​ຍົກ​ເວັ້ນ​ພາ​ສີ ​​ຕໍ່​ສິນ​ຄ້າ​ທັງ​ໝົດ​ ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​ ດ້ອຍ​ພັດ​ທະ​ນາ​ທີ່​ສຸດ ທີ່​ໄດ້​ສ້າງຕັ້ງ ​ສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ. ຜູ້​ຕາງ​ໜ້າ​ຈີນ ​ຍັງ​ກ່າວ​ຕື່ມ​ວ່າ: ຍິນ​ດີ​ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ​ ລົງ​ນາມ​ສັນ​ຍາ​​ວ່າ​ດ້ວຍ ການ​ພົວ​ພັນ​ ຄູ່​ຮ່ວມ​ເສດ​ຖະ​ກິດ ​ເພື່ອ​ພັດ​ທະ​ນາ ​ຮ່ວມ​ກັນ, ປະ​ຕິ​ບັດ​ ມາດ​ຕະ​ການ ຍົກເວັ້ນ​ພາ​ສີ ​ຕໍ່ສິນ​ຄ້າ​ທັງ​ໝົດ ​ທີ່​ນຳ​ເຂົ້າ​ຈາກ 53 ​ປະ​ເທດ​ອາ​​ຟ​ຣິ​ກາ ​ທີ່​ໄດ້​ສ້າງຕັ້ງ​ ສາຍ​ພົວ​ພັນ​ ທາງ​ການ​ທູດ​ກັບ ສປ ​ຈີນ. ຜູ້​ຕາງ​ໜ້າ​ ຂອງກຸ່ມ​ປະ​ເທດ ດ້ອ​ຍ​ພັດ​ທະ​ນາ​ທີ່​ສຸດ, ​ກຸ່ມ​ອາ​ຟ​ຣິ​ກາ ແລະ ​ອື່ນໆ​ປະ​ຈຳ WTO ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຢ່າງ​ຈິງ​ໃຈ​ຕໍ່​ ສປ ຈີນ, ໂດຍ​ເນັ້ນ​ໜັກ​ວ່າ: ປະ​ເທດ​ສະ​ມາ​ຊິກ ​ທີ່​ກຳ​ລັງ​ພັດ​ທະ​ນາ ​ພວມຜະ​ເຊີນ​ໜ້າ​ກັບ ສິ່ງ​ທ້າ​ທາຍ ​ແລະ ​ຄວາມ​ບໍ່​ແນ່ນອນ ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ​ການ​ເຕີບ​ໂຕ ​ດ້ານ​ເສດ​ຖະ​ກິດ, ມາດ​ຕະ​ການ​ຂອງ ສປ ​ຈີນ ​ເປັນ​ແບບ​ຢ່າງ​ທີ່​ດີ ​ໃຫ້​ແກ່​ ສະ​ມາ​ຊິກ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top