KPL
ສະມາຄົມ ມິດຕະພາບ ກັບຕ່າງປະເທດ ປະຊາຊົນຈີນ ຮ່ວມກັບ ສະຖານທູດ ມຽນມາ ປະຈຳຈີນ ໄດ້ຈັດ ງານລ້ຽງເພື່ອສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ມຽນມາ ຄົບຮອບ 75 ປີ ຢູ່ນະຄອນຫລວງປັກກິ່ງ ເມື່ອບໍ່ດົນມານີ້.
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ສະມາຄົມ ມິດຕະພາບ ກັບຕ່າງປະເທດ ປະຊາຊົນຈີນ ຮ່ວມກັບ ສະຖານທູດ ມຽນມາ ປະຈຳຈີນ ໄດ້ຈັດ ງານລ້ຽງເພື່ອສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ມຽນມາ ຄົບຮອບ 75 ປີ ຢູ່ນະຄອນຫລວງປັກກິ່ງ ເມື່ອບໍ່ດົນມານີ້. ທ່ານ ຊ້າຍຕາເຟີ່ງ ຮອງປະທານຄະນະ ກຳມະການ ປະຈຳ ສະພາປະຊາຊົນແຫ່ງຊາດຈີນ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງ ພ້ອມທັງກ່າວຄຳປາໄສ. ແຂກຜູ້ມີກຽດທີ່ມາຈາກ ກະຊວງການຕ່າງປະເທດຈີນ, ກະຊວງການຄ້າຈີນ, ສະຖານທູດ ມຽນມາ ປະຈຳຈີນ ແລະ ວົງການຕ່າງໆ ຂອງ ສປ ຈີນ ແລະມຽນມາ ປະມານ 200 ຄົນໄດ້ເຂົ້າຮ່ວມງານລ້ຽງດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL