ໂຄງການຮ່ວມມື ທ່ຽນທົ່ງ ຈະຊຸກຍູ້ການຫັນເປັນດີຈິຕອນ ຂອງລາວ ທັນສະໄໝເພີ່ມຂຶ້ນ

04/06/2025 09:50
Email Print 411
KPL ສປປ ລາວ ຈະກ້າວຂ້າມຜ່ານການນໍາໃຊ້ໂທລະສັບມືຖືດ້ວຍລະບົບສັນຍານສາຍໄຍແກ້ວ ຫລື ສາຍກາບມາເປັນລະບົບສັນຍານມືຖືຈາກດາວທຽມໂດຍກົງ ເຊິ່ງຄາດວ່າມັນຈະເປັນສິ່ງທ້າທາຍໃໝ່ໆ ແລະ ຫັນເປັນສັງຄົມດີຈິຕອນທັນສະໄໝເພີ່ມຂຶ້ນ.

    *ສປປ ລາວ ຈະກ້າວຂ້າມຜ່ານການນໍາໃຊ້ໂທລະສັບມືຖືດ້ວຍລະບົບສັນຍານສາຍໄຍແກ້ວ ຫລື ສາຍກາບມາເປັນລະບົບສັນຍານມືຖືຈາກດາວທຽມໂດຍກົງ ເຊິ່ງຄາດວ່າມັນຈະເປັນສິ່ງທ້າທາຍໃໝ່ໆ ແລະ ຫັນເປັນສັງຄົມດີຈິຕອນທັນສະໄໝເພີ່ມຂຶ້ນ, ລັດຖະບານໄດ້ວາງວິໄສທັດການຫັນອຸດສາຫະກໍາທັນສະໄໝ, ພັດທະນາເສດຖະກິດດີຈິຕອນ ແລະ ການພັດທະນາສີຂຽວຍືນຍົງໄລຍະຕໍ່ໜ້າ.

     ຫລ້າສຸດ ບໍລິສັດ ອີທີແອລ ຈໍາກັດ ແລະ ຈາຍນາທີລີຄອມ (China Telecom) ສາຂາການສື່ສານຜ່ານດາວທຽມ ໄດ້ຈັດພິທີເປີດໂຕການບໍລິການສື່ສານຜ່ານດາວທຽມ ທ່ຽນທົ່ງ ຢ່າງເປັນທາງການທີ່ນະຄອນຫລວງວຽງຈັນໃນວັນທີ 16 ພຶດສະພາ 2025 ຜ່ານມານີ້ ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ໂທລະສັບມືຖືໃນປະເທດລາວ ຈະສາມາດເຊື່ອມຕໍ່ກັບດາວທຽມໂດຍກົງບໍ່ຕ້ອງໃຊ້ອຸປະກອນເພີ່ມຕື່ມດ້ວຍລະບົບເຕັກໂນໂລຊີທັນສະໄໝທີ່ສຸດ. ການຮ່ວມມືຄັ້ງນີ້ເປັນຂີດໝາຍສໍາຄັນໃນການຫັນປ່ຽນເປັນດີຈິຕອນຂອງ ສປປ ລາວ, ເຊິ່ງຈະເຮັດໃຫ້ລາວກາຍເປັນໜຶ່ງໃນສະມາຊິກອາຊຽນໄດ້ນໍາເອົາລະບົບແບບນີ້ມາໃຊ້ຢ່າງເປັນທາງການ ແລະ ຢືນຢັນເຖິງຄວາມຕັ້ງໃຈຂອງລັດຖະບານເພື່ອການຫັນປ່ຽນເປັນດີຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດີຈິຕອນໄລຍະ 20 ປີ (2021-2040).ນອກຈາກນັ້ນ, ໃນອະນາຄົດພວກເຮົາອາດຈະບໍ່ເຫັນສາຍໄຍແກ້ວ ຫລື ສາຍໂທລະຄົມຕາມເສົາໄຟຟ້າ, ຕາມອາຄານ ແລະ ສະຖານທີ່ສໍາຄັນອື່ນໆອີກຕໍ່ໄປ ເຊິ່ງການໃຊ້ໂທລະສັບມືຖືຜ່ານສັນຍານດາວທຽມໂດຍກົງນັ້ນຈະຊ່ວຍຫລຸດຕົ້ນທຶນໃນການຊື້ສາຍໄຍແກ້ວ, ເສົາຕັ້ງສັນຍານ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງ. 

     ທ່ານ ສົມພອນ ສີຫາລາດ, ຫົວໜ້າ ກົມຄື້ນຄວາມຖີ່ ໄດ້ກ່າວລະຫວ່າງພິທີເປີດນໍາໃຊ້ລະບົບອິນເຕີເນັດຜ່ານດາວທຽມວ່າ “ການຮ່ວມມືນີ້ເປັນຂີດໝາຍສໍາຄັນໃນການຫັນປ່ຽນເປັນດີຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດີຈິຕອນໄລຍະ 20 ປີ (2021-2040) ແລະ ມຸ່ງໝັ້ນທີ່ຈະສ້າງອະນາຄົດທີ່ທຸກຄົນສາມາດເຊື່ອມຕໍ່ກັນໄດ້ໂດຍຫລຸດຜ່ອນຂໍ້ຈຳກັດ.” ການບໍລິການດາວທຽມທ່ຽນທົ່ງ ຈະຊ່ວຍປັບປຸງການເຊື່ອມຕໍ່ໃນເຂດຫ່າງໄກສອກຫລີກທີ່ຂາດສັນ ຍານພາກພື້ນດິນ, ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ການຮັບມືໄພພິບັດ ແລະ ອ່ືນໆ. ການຮ່ວມມືລະຫວ່າງອີທີແອວ (ETL) ແລະ China Telecom ໄດ້ຮັບການຊີ້ນໍາຈາກສອງລັດຖະບານພາຍໃຕ້ຂໍ້ລິເລີ່່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເຊິ່ງເປັນພື້ນຖານຄວາມສໍາເລັດຂອງໂຄງການນີ້. 

     ໃນໂອກາດດຽວກັນນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ມີຄໍາເຫັນວ່າ: ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມໄດ້ມີການປ່ຽນແປງຢ່າງວ່ອງໄວຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆ ເປັນຕົ້ນ: ການຄ້າເອເລັກໂຕຣນິກ, ລະບົບໂລຈິສຕິກ ທັນສະໄໝ, ເຮືອບິນບໍ່ມີຄົນຂັບ (Drone), ເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ເຕັກໂນໂລຊີດີຈິຕອນ ອື່ນໆ. ບັນດາຫົວໜ່ວຍທຸລະກິດໃນຂົງເຂດເຫລົ່ານັ້ນສາມາດສ້າງລາຍຮັບໄດ້ ໃນປີ 2025 ຈໍານວນ 5.800 ຕື້ກວ່າກີບ; ຂະຫຍາຍສາຍກາບ-ສາຍໄຍແສງໄດ້ທັງໝົດ 97.000 ກວ່າ ກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖືລະບົບ 3G ຄວບຄຸມໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມແຕ່ຕົ້ນປີ 2024 ເປັນຕົ້ນມາຄາດວ່າໃນ ປີ 2026 ຈະຄວບຄຸມໄດ້ 17% ຂອງ ຕົວເມືອງໃຫຍ່ຢູ່ພາຍໃນແຂວງ; ການນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືມີທັງໝົດ 7 ລ້ານກວ່າເລກໝາຍ.  

   ເພື່ອຊຸກຍູ້ສົ່ງເສີມການຄ້າເອເລັກໂຕຣນິກ, ທຸລະກິດ Start-Up, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ການສຶກ ສາທາງໄກ, ການແພດທາງໄກ, ການຜະລິດອຸດສາຫະກຳໃນຍຸກດີຈິຕອນ ແລະ ການຖ່າຍທອດເຕັກໂນໂລຊີ ດີຈິຕອນ ທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາ ເພື່ອປະກອບສ່ວນຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາການຫັນເປັນດີຈິຕອນບົນ 3 ເສົາຄໍ້າ ຄື: ສ້າງການບໍລິຫານ ແລະ ການບໍລິການຂອງລັດແບບດີຈິຕອນ, ສ້າງເສດ ຖະກິດດີຈິຕອນ ແລະ ສ້າງສັງຄົມດີຈິ ຕອນໃຫ້ປາກົດຜົນເປັນຈິງໃນປະເທດ ເຮົາ. ສະນັ້ນພວກເຮົາຈິ່ງມີຄວາມຈໍາ ເປັນຕ້ອງຮ່ວມມືກັບປະເທດເພື່ອນມິດ ແລະ ຄູ່ຮ່ວມມືສາກົນຢ່າງຕັ້ງໜ້າ  ໂດຍສະເພາະ ສປ ຈີນ ພາຍໃຕ້ຄູ່ຮ່ວມ ຊາຕາກໍາດຽວກັນລະຫວ່າງສອງພັກ-ສອງລັດລາວ-ຈີນ, ເພື່ອຫລຸດຊ່ອງວ່າງດ້ານການພັດທະນາເຕັກໂນໂລຊີ ດີຈິຕອນ ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ແລະ ກ້າວໄປຫາຄວາມເລີນຮຸ່ງເຮືອງ, ປະຊາຊົນກິນອິ່ມນຸ່ງອຸ່ນ, ມີຄວາມສະຫງົບສຸກ ແລະ ກ້າວໜ້າໄປພ້ອມໆກັນ. 

     ອີງຕາມເວບໄຊດາຕ້າຣີຟອດຕັລ (Data Reportal) ໄດ້ລາຍງານວ່າ: ສປປ ລາວ ກຳລັງກ້າວເຂົ້າສູ່ຍຸກດີຈິຕອນຢ່າງວ່ອງໄວ ແລະ ໃນ ປີ 2025 ນີ້, ລາວ ມີຈຳນວນຜູ້ໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ (Social media) ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍມີຈຳນວນຜູ້ໃຊ້ອິນເຕີ ເນັດເພີ່ມຂຶ້ນ 1,4% ເທົ່າກັບເກືອບ 5 ລ້ານຄົນ ໃນນັ້ນມີຜູ້ໃຊ້ສື່ສັງຄົມອອນ (Social media) ເພີ່ມຂຶ້ນ 13%  ເທົ່າກັບກວ່າ 4 ລ້ານຄົນ.ເຖິງວ່າຈະມີຜູ້ໃຊ້ອິນເຕີເນັດເກືອບ 5 ລ້ານຄົນ ທົ່ວປະເທດລາວ ແຕ່ກໍຍັງ ກວມເອົາອັດຕາສ່ວນພຽງ 63,6% ເທົ່ານັ້ນຈາກປະຊາກອນທັງໝົດ. ໃນຂະນະທີ່ມີຜູ້ໃຊ້ສື່ສັງຄົມອອນລາຍ (Social media) ກວມເອົາ 54,3% ນອກຈາກນີ້, ຈຳນວນຜູ້ໃຊ້ໂທລະສັບມືຖືຍັງເພີ່ມຂຶ້ນ 0,9% ຄິດເປັນ 6,78 ລ້ານຄົນເຮັດໃຫ້ມີຜູ້ໃຊ້ໂທລະສັບມືຖື ກວມເອົາ 86,7% ຂອງປະຊາກອນ.ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນ ວ່າ: ເຖິງວ່າອັດຕາເຂົ້າເຖິງອິນເຕີເນັດ ຈະສູງຂຶ້ນ ແຕ່ຍັງມີຊ່ອງວ່າງໃນການ ເຂົ້າເຖິງເຕັກໂນໂລຊີ ໂດຍສະເພາະ ເຂດຊົນນະບົດໃນ ສປປ ລາວ ທີ່ຍັງມີ ປະຊາກອນອາໄສຢູ່ກວມເອົາ 60,8% ຂອງປະຊາກອນທັງໝົດ. ການຂະຫຍາຍຕົວຂອງອິນເຕີເນັດ ແລະ ສ່ືສັງຄົມອອນລາຍ (Social media) ໃນ ສປປ ລາວ ສະແດງໃຫ້ເຫັນເຖິງການພັດທະນາ ແລະ ການເຂົ້າເຖິງເຕັກໂນໂລຊີທີ່ເພີ່ມຂຶ້ນໃນທຸກໆປີ ແຕ່ຍັງມີຄວາມທ້າທາຍໃນການຂະຫຍາຍໄປສູ່ເຂດຫ່າງໄກສອກຫລີກ ເພື່ອໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເຊື່ອມຕໍ່ທີ່ດີຂຶ້ນ. ການເປີດໂຕໃຫ້ບໍລິການດາວທຽມທ່ຽນທົ່ງຄັ້ງນີ້ ບໍ່ພຽງແຕ່ເປັນການປະກາດຄວາມກ້າວໜ້າທາງເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງເປັນຄຳໝັ້ນສັນຍາທີ່ຈະຫລຸດຜ່ອນຊ່ອງວ່າງດ້ານການເຊື່ອມຕໍ່, ສ້າງສັງຄົມດີຈິຕອນທົ່ວເຖິງ ແລະ ຍືນຍົງ. ດ້ວຍບໍລິການນີ້, ສປປ ລາວ ກຳລັງກ້າວເຂົ້າສູ່ອະນາຄົດທ່ີທຸກຄົນສາມາດເຊື່ອມຕໍ່ກັນໄດ້ຢ່າງບໍ່ມີຂອບເຂດ, ສ້າງທ່າແຮງໃໝ່ໃຫ້ແກ່ ປະຊາຊົນ ແລະ ປະເທດຊາດ.

    ການນໍາເອົາລະບົບທີ່ວ່ານັ້ນເຂົ້າມານໍາໃຊ້ໃນ ສປປ ລາວ ເຊິ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານໃນການຫັນເປັນອຸດສາຫະກໍາທັນສະໄໝ, ການຫັນເປັນສັງຄົມດີຈິຕອນ ແລະ ການພັດທະນາສີຂຽວຍືນຍົງຢ່າງແທ້ຈິງ. ໄລຍະຜ່ານມາ ດັ່ງທີ່ພວກເຮົາໄດ້ຟັງ ແລະ ຮັບຮູ້ເຂົ້າໃຈເລື້ອຍໆວ່າ:  ປັດສະຍາຊີວິດຂອງມະນຸດເຮົາທ່ີເພີ່ງພາໄສ 4 ປັດໄຈພື້ນຖານນັ້ນ (ເຄື່ອງນຸ່ງຫົ່ມ, ອາຫານ, ຢາປິ່ນປົວພະຍາດ ແລະ ທີ່ຢູ່ອາໄສ) ໃນເມື່ອກ່ອນອາດບໍ່ພຽງພໍກັບຄວາມຕ້ອງການຍຸກໂລກາພິວັດອີກຕໍ່ໄປເມື່ອສັງຄົມມະນຸດ ຍັງມີຄວາມຈໍາເປັນຕ້ອງການເພີ່ມປັດໄຈທີ 5 ທີ່ເປັນຫົວຈັກຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ- ສາກົນຢ່າງຮອບດ້ານຈາກເຕັກໂນໂລຊີຂ້ັນສູງເໝືອນກັບຄໍາເວົ້າຂອງຊາວ ບູຮານທີ່ວ່າ “ຍຸກຫູແກ້ວຕາທິບ” ຈະເກີດຂຶ້ນໃນສະຕະວັດທີ 21 ນີ້ຢ່າງຫລີກລ່ຽງບໍ່ໄດ້ຢ່າງແນ່ນອນ. 

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ


Top