ຫາລື ພັດທະນາ-ຄຸ້ມຄອງລະບົບຊົນລະປະທານ ໃນລາວ

06/06/2025 08:26
Email Print 201
KPL ຂປລ. ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນຄຸ້ມຄອງນ້ຳສາກົນ (IWMI) ຈັດກອງປະຊຸມ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ໃນຂະແໜງການຍ່ອຍຊົນລະປະທານ ຄັ້ງທີ 1 ປະຈຳປີ 2025 ໃນວັນທີ 5 ມິຖຸນາ 2025



ຂປລ. ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານພັດທະນາອາຊີ (
ADB) ແລະ ສະຖາບັນຄຸ້ມຄອງນ້ຳສາກົນ (IWMI) ຈັດກອງປະຊຸມ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ໃນຂະແໜງການຍ່ອຍຊົນລະປະທານ ຄັ້ງທີ 1 ປະຈຳປີ 2025 ໃນວັນທີ 5 ມິຖຸນາ 2025 ​ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳພະຈັນ ວົງສະນະ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານນາງ ແຊນນີ ແຄັມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍຜູ້ຕາງໜ້າ ຈາກຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.



ໂອກາດດັ່ງກ່າວ
, ທ່ານ ຄໍາພະຈັນ ວົງສະນະ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນໜຶ່ງໃນກົນໄກການປະສານງານທີ່ສໍາຄັນ ລະຫວ່າງ ຂະແໜງການຍ່ອຍດ້ານຊົນລະປະທານ ແລະ ອົງການຄູ່ຮ່ວມພັດທະນາ, ພາກທຸລະກິດ, ອົງການຕົວແທນຊາວກະສິກໍາ, ຂະແໜງການຍ່ອຍຕ່າງໆພາຍໃຕ້ຂະ ແໜງການຫລັກດ້ານກະສິກໍາ ແລະ ພັດທະນາຊົນນະບົດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຮ່ວມຊຸກຍູ້ສົ່ງເສີມ ການພັດທະນາຊົນລະປະທານ ເຊິ່ງຜູ້ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການພັດທະນາຊົນລະປະທານ ໂດຍເນັ້ນກ່ຽວກັບໂອກາດ ແລະ ທ່າແຮງໃນການໝູນໃຊ້ລະບົບຂໍ້ມູນຂ່າວ ສານທາງດ້ານພູມສາດ (Geographical Information Systems ຫລື GIS) ເພື່ອເພີ່ມທະວີໃນການຄຸ້ມຄອງ ແລະ ການພັດທະນາລະບົບຊົນລະປະທານ. ຢ່າງໃດກໍຕາມ ສປປ ລາວ ມີຄວາມຈຳເປັນໃນການສືບຕໍ່ພັດທະນາ ແລະ ປັບປຸງການຄຸ້ມຄອງລະບົບຊົນລະປະທານ ເພື່ອສະໜອງ ແລະ ນໍາໃຊ້ນໍ້າຊົນລະປະທານ ໃຫ້ມີປະສິດຕິພາບ, ພ້ອມທັງການຂະຫຍາຍເນື້ອທີ່ຊົນລະປະທານ. ເຖິງແມ່ນວ່າໄດ້ມີການປັບປຸງຊົນລະປະທານແລ້ວກໍຕາມ, ແຕ່ຄວາມຄືບໜ້າໃນການຂະຫຍາຍ ເນື້ອທີ່ຊົນລະປະທານ ແລະ ການເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງ ແມ່ນຍັງເປັນບັນຫາ. ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ GIS ໃນ​ການ​ພັດ​ທະ​ນາ ແລະ ການ​ຄຸ້ມ​ຄອງ​ຊົນ​ລະ​ປະ​ທານ ໂດຍ​ສະ​ເພາະ​ ການ​ຄຸ້ມ​ຄອງ​ຖານ​ຂໍ້​ມູນແມ່ນ​​ມີຄວາມສຳຄັນ ແລະ ​ຈຳ​ເປັນ.




ທ່ານ ນາງ ແຊນນີ ແຄັມເບລ ໄດ້ກ່າວວ່າ: ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເວທີຮວບຮວມຂໍ້ມູນອັນສຳຄັນ ຈາກບັນດາຜູ້ເຮັດວຽກຕົວຈິງ
, ຜູ້ສ້າງນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບການ ນໍາເຕັກໂນໂລຊີ GIS ຂັ້ນສູງມາໃຊ້ ແລະ ໃຊ້ຢ່າງມີປະສິດທິຜົນ ເພື່ອປັບປຸງການພັດທະນາ ແລະ ການຄຸ້ມຄອງຊົນລະປະທານ. ໃນຂະນະທີ່ພວກເຮົາພວມເຮັດວຽກຮ່ວມກັນ ເພື່ອປັບປຸງການຄຸ້ມຄອງນໍ້າ, ຊຸກຍູ້ການຜະລິດກະສິກໍາ ແລະ ເພີ່ມທະວີຄວາມທົນທານ ຕໍ່ສະພາບດິນຟ້າອາກາດ, GIS ຈະເປັນເຄື່ອງມືອັນສຳຄັນໃຫ້ແກ່ພວກເຮົາໃນການວາງແຜນ, ການຄຸ້ມຄອງ, ການຕິດຕາມ ແລະ ບໍາລຸງຮັກສາລະບົບຊົນລະປະທານໄດ້ດີຂຶ້ນ.

ການໜູນໃຊ້ GIS ໄດ້ໃຫ້ໂອກາດສະເພາະ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບຂະແໜງຊົນລະປະທານ, ເພີ່ມທະວີຄວາມເຂັ້ມແຂງໃຫ້ຜູ້ຕັດສິນໃຈດ້ວຍຂໍ້ມູນ, ເພີ່ມປະສິດທິພາບການດໍາເນີນງານ ແລະ ການບໍາລຸງຮັກສາ, ພ້ອມທັງ ເປັນການປັບປຸງຄຸນນະພາບຊີວິດ ການເປັນຢູ່ຂອງຊາວກະສິກອນ.

ອີງຕາມບົດລາຍງານຂອງກົມຊົນລະປະທານ ໃຫ້ຮູ້ວ່າ: ໃນປີ 2024 ເນື້ອທີ່ຊົນລະປະທານ ມີທັງໝົດ 5 ແສນກວ່າເຮັກຕາ. ໃນນັ້ນ, ລວມມີເນື້ອທີ່ຊົນລະປະທານໃນລະດູຝົນ 3 ແສນກວ່າເຮັກຕາ ແລະ ລະດູແລ້ງ ເກືອບ 2 ແສນເຮັກຕາ ເຊິ່ງບັນລຸໄດ້ເກີນແຜນການທີ່ໄດ້ວາງໄວ້ຈົນຮອດປີ 2025 ໃນເນື້ອທີ່ເກືອບ 5 ແສນເຮັກຕາ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ


Top