ຕີມໍເລສເຕ ຈະກາຍເປັນປະເທດສະມາຊິກອາຊຽນຢ່າງເປັນທາງການພາຍໃນປີນີ້

30/05/2025 13:53
Email Print 1317
KPL ທ່ານ ອັນ​ວາ ອິບ​ຣາ​ຮິມ, ນາ​ຍົກ​ລັດ​ຖະ​ມົນ​ຕີ ​ມາ​ເລ​ເຊຍ ​​ຢືນ​ຢັນ​ວ່າ ​ຄາດ​ວ່າ ຕີ​ມໍ​ເ​ລ​ສ​ເຕ​ ຈະ​ກາຍ​ເປັນ​ ປະ​ເທດ ​ສະ​ມາ​ຊິກ​ ອາ​ຊຽນ ​ທີ 11 ຢ່າງ​ເປັນ​ທາງ​ການ ​ພາຍໃນ​ປີ​ນີ້.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸມ ​ສຸດຍອດ​ ອາ​ຊຽນ ​ຄັ້ງ​ທີ 46 ໄດ້​ອັດ​ລົງ​​ ຢ່າງ​ເປັນ​ທາງ​ການ ຢູ່​ນະ​ຄອນ​ຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ ເມື່ອບໍ່ດົນມານີ້. ທ່ານ ອັນ​ວາ ອິບ​ຣາ​ຮິມ, ນາ​ຍົກ​ລັດ​ຖະ​ມົນ​ຕີ ​ມາ​ເລ​ເຊຍ ​​ຢືນ​ຢັນ​ວ່າ ​ຄາດ​ວ່າ ຕີ​ມໍ​ເ​ລ​ສ​ເຕ​ ຈະ​ກາຍ​ເປັນ​ ປະ​ເທດ ​ສະ​ມາ​ຊິກ​ ອາ​ຊຽນ ​ທີ 11 ຢ່າງ​ເປັນ​ທາງ​ການ ​ພາຍໃນ​ປີ​ນີ້. ຫລັງຈາກ ຜູ້​ນຳ​ຂອງ​ບັນ​ດາ​ ປະ​ເທດ​​ ສະ​ມາ​ຊິກ ອາ​ຊຽນ ​ໄດ້​​ບັນ​ລຸ​ ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ​ ກ່ຽວ​ກັບ ​ການ​ປະ​ຕິ​ບັດ​ ມ​າດ​ຕະ​ການ ​ທີ່​ຈຳ​ເປັນ ​ເພື່ອ​ສະ​ໜັບ ​ສະ​ໜູນ ​ຕີ​ມໍ​ເ​ລ​ສ​ເຕ ​ເຂົ້າ​ເປັນ​ປະ​ເທດ ​ສະ​ມາ​ຊິກ ອາ​ຊຽນ. ທ່ານ​ ຊາ​ນານາ ກຸ​ສ​ມາວ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຕີ​ມໍ​ເ​ລັສ​ເຕ​ ກ່າວ​ວ່າ ຕີ​ມໍ​ເລັ​ສ​ເຕ ​ໄດ້​ສຳ​ເລັດ ​ຂໍ້​ກຳ​ນົດ ​ສ່ວນ​ຫລາຍ​​ ສຳ​ລັບ​ ການ​ເຂົ້າ​ເປັນ​ ປະ​ເທດ ​ສະ​ມາ​ຊິກ​ ອາ​ຊຽນ​ແລ້ວ ແລະ ​ຈະ​ສຸມ​ກຳ​ລັງ​​ ຢ່າງ​ສຸດ​ຂີດ ເພື່ອ​ສຳ​ເລັດ ​​ຕາມ​ຂໍ້​ກຳ​ນົດ​ອື່ນໆ ທີ່​ເຫລືອ​, ຕີ​ມໍ​ເລັ​ສ​ເຕ​ ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ທີ່​ ໃນ​ດ້ານ​ການ​ເຂົ້າ ​ເປັນ​ປະ​ເທດ ​ສະ​ມາ​ຊິກ ​ອາ​ຊຽນ ​ຢ່າງ​ເປັນ​ທາງ​ການ​​ ພາຍ​ໃນ​ປີ​ນີ້. ຕີ​ມໍ​ເລສ​ເຕ ໄດ້​ຮ້ອງ​ຂໍ​ ເຂົ້າ​ເປັນ​ ປະ​ເທດ ​ສະ​ມາ​ຊິກ ​ອາ​ຊຽນ ​​ໃນ​ປີ 2011 ​ແລະ ປັດ​ຈຸ​ບັນ​ ເປັນ​ປະ​ເທດ​ ສັງ​ເກດ​ການ ​ຂອງ​ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top