ສະຫະພັນນັກຮົບເກົ່າ ມອບເຄື່ອງອຸປະຖຳ ໃຫ້ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

07/06/2025 06:33
Email Print 253
KPL ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ນໍາເອົາເຄື່ອງອຸປະຖໍາ ປະກອບມີ: ຕູ້ແຊ່ນໍ້າເຢັນ 2 ໜ່ວຍ ແລະ ໝໍ້ນໍ້າຮ້ອນ 2 ໜ່ວຍ ມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກ່າວມອບໂດຍ ທ່ານ ພັນເອກ ບົວຄຳ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ



ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ນໍາເອົາເຄື່ອງອຸປະຖໍາ ປະກອບມີ: ຕູ້ແຊ່ນໍ້າເຢັນ 2 ໜ່ວຍ ແລະ ໝໍ້ນໍ້າຮ້ອນ 2 ໜ່ວຍ ມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກ່າວມອບໂດຍ ທ່ານ ພັນເອກ ບົວຄຳ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ພ້ອມຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

 ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຕາງໜ້າໃຫ້ຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະແດງຄວາມຂອບອົກຂອບໃຈມາຍັງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ໄດ້ນຳເອົາເຄື່ອງມາມອບໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນໜຶ່ງ ເຂົ້າໃນການອໍານວຍຄວາມສະດວກ ຢູ່ພາຍໃນໂຮງຮຽນ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ: ໂອລິນ ມິ່ງມີໄຊ
KPL

ຂ່າວອື່ນໆ

    • ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ Vວັດທະນະທຳ-ສັງຄົມ

      ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V

      6/7/2025 6:29:22 AM

      ຂປລ. ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນ ໃນວັນທີ 6 ມິຖຸນາ 2025 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ເຂົ້າຮ່ວມ.

    • ຫາລື ພັດທະນາ-ຄຸ້ມຄອງລະບົບຊົນລະປະທານ ໃນລາວວັດທະນະທຳ-ສັງຄົມ

      ຫາລື ພັດທະນາ-ຄຸ້ມຄອງລະບົບຊົນລະປະທານ ໃນລາວ

      6/6/2025 8:26:23 AM

      ຂປລ. ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນຄຸ້ມຄອງນ້ຳສາກົນ (IWMI) ຈັດກອງປະຊຸມ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ໃນຂະແໜງການຍ່ອຍຊົນລະປະທານ ຄັ້ງທີ 1 ປະຈຳປີ 2025 ໃນວັນທີ 5 ມິຖຸນາ 2025

    • ສະຫລຸບການປະຕິບັດໂຄງການ ສະໜັບສະໜູນ ສະກັດກັ້ນການຄ້າຂາຍສັດປ່າ ຜິດກົດໝາຍ ລາວວັດທະນະທຳ-ສັງຄົມ

      ສະຫລຸບການປະຕິບັດໂຄງການ ສະໜັບສະໜູນ ສະກັດກັ້ນການຄ້າຂາຍສັດປ່າ ຜິດກົດໝາຍ ລາວ

      6/6/2025 8:20:55 AM

      ຂປລ. ໃນລະຫວ່າງ ວັນທີ 3-4 ມິຖຸນາ 2025 ຜ່ານມານີ້, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານໂຄງການ ສະໜັບສະໜູນ ສະກັດກັ້ນ ການຄ້າຂາຍສັດປ່າທີ່ຜິດກົດໝາຍ ຢູ່ ສປປ ລາວ ໄລຍະທີ I ແລະ ປຶກສາຫາລືແຜນສືບຕໍ່ກິດຈະກຳໂຄງການ ໄລຍະທີ II ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ

    • ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ

      6/4/2025 2:03:11 PM

      ຂປລ. ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ແລະ ອົງການປົກຄອງແຂວງຈໍາປາສັກ ຈັດງານສໍາມະນາດ້ານວິຊາການ ກ່ຽວກັບເສດ ຖະກິດ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ” ໃນວັນທີ 2 ມິຖຸນາ 2025 ຜ່ານ​ມາ ເພື່ອສະເຫລີມສະຫລອງຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ.

    • ສະສາງລົດລັດ ໃຫ້ພະນັກງານ ບຳນານ ກະຊວງປ້ອງກັນຄວາມສະຫງົບວັດທະນະທຳ-ສັງຄົມ

      ສະສາງລົດລັດ ໃຫ້ພະນັກງານ ບຳນານ ກະຊວງປ້ອງກັນຄວາມສະຫງົບ

      6/4/2025 1:56:19 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ກະຊວງການເງິນ ໄດ້ມີພິທີສະສາງລົດລັດ ໃຫ້ພະນັກງານບໍານານ ທີ່ນໍາໃຊ້ໃນໄລຍະຜ່ານມາ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໂດຍມີ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ທ່ານ ພົຈວ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າການກະຊວງ ຄະນະຮັບຜິດຊອບສະສາງລົດ ຂອງກະຊວງ ປ້ອງກັນຄວາມສະຫງົບ


Top