ສ.ອາເມລິກາ-ຢູເອອີ ລົງນາມຂໍ້ຕົກລົງຮ່ວມມືດ້ານເສດຖະກິດ 200 ຕື້ໂດລາສະຫະລັດ

16/05/2025 15:56
Email Print 156
KPL ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ສາມາດບັນລຸໄດ້ບັນດາຂໍ້ຕົກລົງ ການຮ່ວມມື ດ້ານເສດຖະກິດ ທີ່ມີມູນຄ່າ 200 ຕື້ໂດລາສະຫະລັດ ກັບການນຳ ສະຫະນະຄອນ ເອເມຣັດ ອາຣັບ(UAE).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໂດຍສືບຕໍ່ ບັນດາການເຄື່ອນໄຫວ ຊຸກຍູ້ ການຮ່ວມມື ດ້ານເສດຖະກິດ ກັບບັນດາ ຄູ່ຮ່ວມມື ເຂດອ່າວ ໃນການເດີນທາງ ໄປປະຕິບັດງານຢູ່ ພາກຕາເວັນອອກກາງ, ໃນວັນທີ 15 ພຶດສະພາ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ສາມາດບັນລຸໄດ້ບັນດາຂໍ້ຕົກລົງ ການຮ່ວມມື ດ້ານເສດຖະກິດ ທີ່ມີມູນຄ່າ 200 ຕື້ໂດລາສະຫະລັດ ກັບການນຳ ສະຫະນະຄອນ ເອເມຣັດ ອາຣັບ(UAE). ຕາມແຈ້ງການຂອງທຳນຽບຂາວ ຂອງ ສ.ອາເມລິກາ, ໃນບັນດາຂໍ້ຕົກລົງຮ່ວມມື ດ້ານເສດຖະກິດ ເຊິ່ງ ສ.ອາເມລິກາ ຫາກໍ່ລົງນາມກັບ UAE ມີຄຳໝັ້ນສັນຍາ ຮ່ວມມື ທີ່ມີມູນຄ່າຂຶ້ນເຖິງ 14,5 ຕື້ ໂດລາສະຫະລັດ ລະຫວ່າງ ສອງກຸ່ມບໍລິສັດໃຫຍ່ Boeing ແລະ GE Aerospace ຂອງ ສ.ອາເມລິກາ ກັບ ບໍລິສັດການບິນ Etihad Airways ຂອງ UAE. ເຖິງຢ່າງໃດກໍຕາມ, ຂໍ້ມູນລະອຽດ ຂອງຂໍ້ຕົກລົງຍັງບໍ່ທັນໄດ້ເຕື້ອງເຖິງ.UAE ແມ່ນປະເທດທີສາມ ແລະ ປະເທດສຸດທ້າຍ ໃນການເດີນທາງໄປ ປະຕິບັດງານຢູ່ສາມປະເທດເຂດອ່າວ ຂອງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ອາເມລິກາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top