KPL
ນັບມາຮອດ ປັດຈຸບັນ, ການເລືອກຕັ້ງ ລັດຖະສະພາກາງສະໄໝ ຂອງຟີລິບປິນ ໄດ້ນັບຄະແນນສຽງ ຫລາຍກວ່າ 97%
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມ ຕົວເລກ ຂໍ້ມູນ ທີ່ຄະນະ ກໍາມະການ ເລືອກຕັ້ງ ຟີລິບປິນ ເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດ ປັດຈຸບັນ, ການເລືອກຕັ້ງ ລັດຖະສະພາກາງສະໄໝ ຂອງຟີລິບປິນ ໄດ້ນັບຄະແນນສຽງ ຫລາຍກວ່າ 97% ເຊິ່ງຜົນການ ນັບຄະແນນສຽງ ສະແດງໃຫ້ເຫັນວ່າ: ພັກຄ້າຍທີ່ທ່ານ ເຟີດີນານ ມາຄົງ ປະທານາທິບໍດີ ຟີລິບປິນສັງກັດ ຊະນະ 6 ໃນ 12 ບ່ອນນັ່ງ ໃນສະພາສູງ ທີ່ເລືອກຕັ້ງໃໝ່ ໃນການເລືອກຕັ້ງຄັ້ງນີ້, ເຊິ່ງບໍ່ບັນລຸຕາມຄາດໝາຍ. ຂະນະທີ່ ຝ່າຍຄ້ານທີ່ທ່ານ ໂຣດຣີໂກ ດູເຕີເຕ, ອະດີດ ປະທານາທິບໍດີຟີລິປິນສັງກັດໄດ້ 5 ບ່ອນນັ່ງ, ສໍາລັບບ່ອນນັ່ງ ທີ່ເຫລືອ ເປັນຂອງພັກຝ່າຍອື່ນໆ. ນອກຈາກ ການເລືອກຕັ້ງ ສະພາສູງແລ້ວ, ການເລືອກຕັ້ງ ລັດຖະສະພາ ກາງສະໄໝ ເທື່ອນີ້ ຍັງໄດ້ເລືອກຕັ້ງສະມາຊິກສະພາ ຕໍ່າທັງໝົດ ແລະ ຈະກໍານົດ ຕໍາແໜ່ງຂອງເຈົ້າໜ້າທີ່ ທ້ອງຖິ່ນຢູ່ແຂວງ ແລະ ນະຄອນຕ່າງໆ ໃນທົ່ວປະເທດ ຕື່ມອີກ. ຄະນະ ກໍາມະການ ເລືອກຕັ້ງ ຟີລິບປິນ ແຈ້ງໃຫ້ຮູ້ວ່າ: ຄາດວ່າ ຈະປະກາດ ຜົນການເລືອກຕັ້ງ ຢ່າງເປັນທາງການ ລະຫວ່າງ ວັນທີ 17 ຫລື 18 ພຶດສະພານີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL