ສສ ຫວຽດນາມ-ສ.ເກົາຫລີ ຍູ້ແຮງການຮ່ວມມືໃນຫລາຍຂົງເຂດ

16/05/2025 15:10
Email Print 113
KPL ແຂວງ ຮຶງອຽນ, ກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການ ປະຊາຊົນແຂວງ ຈັດລາຍການ “ພົບປະ ສ.ເກົາຫລີ 2025” ຈັດຂຶ້ນ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ແຂວງ ຮຶງອຽນ, ກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການ ປະຊາຊົນແຂວງ ຈັດລາຍການ ພົບປະ ສ.ເກົາຫລີ 2025” ຈັດຂຶ້ນ ເມື່ອບໍ່ດົນມານີ້. ຕະຫລອດໄລຍະ 30 ປີຜ່ານມາ, ນັບແຕ່ ເວລາສ້າງຕັ້ງ ການພົວພັນ ທາງການທູດ ເມື່ອປີ 1992, ການພົວພັນ ຫວຽດນາມ-ສ.ເກົາຫລີ ມີບາດກ້າວ ກະໂດດຂັ້ນ ຫລາຍຢ່າງ. ປັດຈຸບັນ, ສ.ເກົາຫລີ ພວມຢືນຢູ່ ອັນດັບທີ 1ກ່ຽວກັບ ການລົງທຶນເຂົ້າ ສສ ຫວຽດນາມ ດ້ວຍ 10.128 ໂຄງການ, ຍອດທຶນຈົດທະບຽນຂຶ້ນເຖິງກ່ວາ 92 ຕື້ໂດລາສະຫະລັດ. ຂະນະທີ່ ສສ ຫວຽດນາມ ແມ່ນຄູ່ຮ່ວມມື ເສດຖະກິດ ໃຫຍ່ທີ່ສຸດຂອງ ສ.ເກົາຫລີ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້, ກວມເອົາ 30%ການລົງທຶນ ແລະ 50%ຍອດວົງເງິນ ການຄ້າ ລະຫວ່າງ ສ.ເກົາຫລີ ແລະ ອາຊຽນ. ສອງປະເທດ ພວມມຸ່ງໄປເຖິງເປົ້າໝາຍນຳວົງເງິນ ການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ໂດລາສະຫະລັດ ໃນປີ 2025 ແລະ 150 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດດຸ່ນດ່ຽງ ແລະ ຍືນຍົງ. ສ.ເກົາຫລີ ກໍ່ຕັ້ງໜ້າ ຊຸກຍູ້ ການຮ່ວມມືກັບ ສສ ຫວຽດນາມ ໃນບັນດາ ຂົງເຂດຄື: ອຸດສາຫະກຳ ເຕັກໂນໂລຊີສູງ, ການຫັນເປັນ ດີຈີຕອນ, ເສດຖະກິດ ສີຂຽວ, ເສດຖະກິດ ໝູນວຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top