ຄອບຄົວການນຳ, ອະດີດການນຳພັກ-ລັດ ວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

04/04/2025 16:06
Email Print 480
KPL ຂປລ. ໃນວັນທີ 3-4 ເມສາ 2025 ນີ້, ຄອບຄົວບັນດາການນຳ ແລະ ອະດີດການນຳພັກ-ລັດ ​ເຂົ້າວາງພວງມາລາ ​ແລະ ​ເຊັນ​ປຶ້ມ​ໄວ້ອາ​ໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະ ທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.






ຂປລ. ໃນວັນທີ 3-
4 ເມສາ 2025 ນີ້, ຄອບຄົວບັນດາການນຳ ແລະ ອະດີດການນຳພັກ-ລັດ ​ເຂົ້າວາງພວງມາລາ ​ແລະ ​ເຊັນ​ປຶ້ມ​ໄວ້ອາ​ໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະ ທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025. ສະ​ເພາະ​ວັນ​ທີ 3 ​ເມສາ ຄອບຄົວ​ການ​ນໍາ​ທີ່​ເຂົ້າ​ວາງ​ພວງມາລາ ​ແມ່ນ​ຄອບຄົວ​ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ​ແຫ່ງ ສປປ ລາວ.





ສ່ວນ​​ໃນ​ຕອນ​ເຊົ້າ​ວັນ​ທີ
4 ເມສາ 2025 ນີ້, ຄອບຄົວບັນດາການນຳ ແລະ ອະດີດການນຳພັກ-ລັດເຂົ້າວາງພວງມາລາ ​ແລະ ​ເຊັນ​ປຶ້ມ​ໄວ້ອາ​ໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ປະກອບ​ມີ: ຄອບຄົວ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ; ຄອບຄົວ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ; ຄອບຄົວ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ຄອບຄົວ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ຄອບຄົວ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ​ເລຂາ​ພັກ​ແຂວງ, ເຈົ້າແຂວງຫົວພັນ; ຄອບຄົວ ​ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມ ການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ​ແລະ ຄອບຄົວ ສະຫາຍ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ.





ການວາງພວງມາລາຄັ້ງ​ນີ້, ເພື່ອສະແດງຄວາມກະຕັັນຍູຮູ້ບຸນຄຸນ ເຖິງຄວາມງາມຄຸນດີຂອງ ສະ ຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດຂອງ ພັກປະຊາຊົນປະຕິວັດລາວ
, ເປັນຜູ້ນຳໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີ​ຫລັກການ​ຂອງ​ພັກ ແລະ ເປັນຜູ້ ນຳທີ່ດີເດັ່ນຂອງພັກ, ຂອງຊາດ ຕະຫລອດຊີວິດຂອງເພິ່ນໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະ ຄວາມເສຍສະລະຢ່າງແຮງກ້າ ເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະ ຄວາມງາມຄຸນດີຂອງເພິ່ນ ຈະຢູ່ໃນຄວາມຊົງຈຳຂອງຊາວລາວບັນດາເຜົ່າ ຕະຫລອດກາລະນານ.




ຂ່າວ​: ສຸກ​ທະວີ

ພາບ: ຂັນ​ໄຊ

KPL

ຂ່າວອື່ນໆ

    • ລຳເລັດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ ກົມຈັດຕັ້ງ-ພະນັກງານ ຫສພການເມືອງ

      ລຳເລັດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ ກົມຈັດຕັ້ງ-ພະນັກງານ ຫສພ

      4/10/2025 9:58:51 AM

      ຂປລ. ຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ປິດລົງດ້ວຍຜົນສໍາເລັດ ພາຍຫລັງ ດຳເນີນ ມາແຕ່ວັນທີ 17-28 ມີນາ 2025 ຜ່ານມາ ​ແລະ ​ໄດ້​ຈັດ​ພິທີ​ປິດ​ຝຶກ​ອົບຮົມ​ ໃນ​ວັນ​ທີ 9 ​ເມສາ 2025

    • ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສການເມືອງ

      ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສ

      4/9/2025 3:07:29 PM

      ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ​ໂດຍ​ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສການເມືອງ

      ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສ

      4/9/2025 2:53:54 PM

      ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568

    • ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງການເມືອງ

      ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

      4/9/2025 12:35:38 PM

      ຂປລ. ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ

    • ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີການເມືອງ

      ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

      4/9/2025 12:21:44 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.


Top