ວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າ ພະລັງງານຄວາມຮ້ອນຖ່ານຫີນເຊກອງ

04/04/2025 15:56
Email Print 315
KPL ຂປລ. ວັນທີ 2 ເມສາ 2025 ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານ ຄວາມຮ້ອນຖ່ານຫີນເຊກອງ ຂອງກຸ່ມບໍລິ ສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ ແຂວງເຊກອງ

ຂປລ. ວັນທີ 2 ເມສາ 2025 ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານ ຄວາມຮ້ອນຖ່ານ ຫີນເຊກອງ ຂອງກຸ່ມບໍລິ ສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ ແຂວງເຊກອງ, ມີທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານເຈົ້າແຂວງເຊກອງ, ທ່ານຮອງລັດຖະມົນຕີກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາ ຈັກກຳປູເຈຍ, ບັນດາທ່ານຮອງ ລັດຖະມົົນຕີກະຊວງ-ອົງການ, ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ຄະນະບໍລິຫານໂຄງການ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານ ຄວາມຮ້ອນຖ່ານຫີນແຫ່ງນີ້ ມີກຳລັງການຜະລິດທັງໝົດ 1.800 ເມກາວັດ, ປະກອບມີ 6 ໂຮງ, ໂຮງລະ 300 ເມກາວັດ, ກະແສໄຟຟ້າທີ່ຜະລິດ ໄດ້ຈະສົ່ງອອກໄປປະເທດ ກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າກຳປູເຈຍ. ໂຄງການດັ່ງກ່າວມີມູນຄ່າກໍ່ສ້າງທັງໝົດປະມານ 4 ຕື້ໂດລາສະຫະລັດ ໂດຍເລີ່ມກໍ່ສ້າງຢ່າງເປັນທາງການ ໃນວັນທີ 1 ເມສາ 2025 ເຊິ່ງໂຮງໄຟຟ້າຫລັງທໍາອິດ ຈະເປີດດໍາເນີນການ ຜະລິດກະແສໄຟຟ້າ ໃນເດືອນມັງກອນ 2028 ແລະ ຈະຜະລິດກະແສໄຟຟ້າເຕັມຮູບແບບທັງ 6 ໂຮງ ໃນເດືອນມັງກອນ 2030, ມີອາຍຸສຳປະທານ30 ປີ(2030-2060) ເຊິ່ງຈະຕ້ອງນໍາໃຊ້ຖ່ານຫີນເພື່ອຜະລິດພະລັງງານໄຟຟ້າປະມານ 10-11 ລ້ານໂຕນ/ປີ. ນອກຈາກການກໍ່ສ້າງ ໂຮງໄຟຟ້າແລ້ວ, ຍັງຈະມີການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 ກິໂລວັດ, ຄວາມຍາວ 253 ກິໂລແມັດເຊື່ອມຕໍ່ຈາກໂຮງໄຟຟ້າແຫ່ງນີ້ ຫາຊາຍແດນລາວ-ກໍາປູເຈຍ; ຜູ້ດໍາເນີນການກໍ່ສ້າງໂຮງໄຟຟ້າ ແມ່ນບໍລິສັດ ພີເອັສຈີຊີ ໄທ (PSGC Thai), ສ່ວນຜູ້ສະໜອງອຸປະກອນ ແລະ ເຄື່ອງຈັກຫລັກໃນການກໍ່ສ້າງໂຮງໄຟຟ້າ ແລະ ຜູ້ຮັບເໝົາກໍ່ສ້າງສາຍສົ່ງໄຟຟ້າດັ່ງກ່າວ ແມ່ນບໍລິສັດ ຊີດັບເບີ້ນຢູພີຊີ ຈຳກັດ (CWPC Co., Ltd.).

ໂອກາດນີ້, ທ່ານເຈົ້າແຂວງໆເຊກອງ ກໍໄດ້ມີຄຳເຫັນຕໍ່ພິທີວ່າ: ໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ເປັນແຫ່ງທີ່ສອງ ຂອງ ສປປ ລາວ, ເປັນໂຄງການຂະໜາດໃຫຍ່ ເຊິ່ງຈະເປັນປັດໃຈພື້ນຖານໃຫ້ແກ່ການພັດທະນາອຸດສາຫະກໍາ, ດຶງດູດການລົງທຶນ, ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງໜັກແໜ້ນ, ເຂັ້ມແຂງ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ. ພ້ອມນັ້ນ, ທ່ານເຈົ້າແຂວງເຊກອງ ຍັງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງແຂວງ ແລະ ເມືອງກະລຶມ ເອົາໃຈໃສ່ສ້າງເງື່ອນໄຂເອື້ອອໍານວຍຄວາມສະ ດວກໃຫ້ຜູ້ພັດທະນາໂຄງການ ສາມາດດໍາເນີນໂຄງການຕາມແຜນວຽກທີ່ກຳນົດໄວ້; ປະສານສົມທົບກັບພາກສ່ວນ ກ່ຽວຂ້ອງຂັ້ນສູນກາງຕິດຕາມ, ກວດກາການຈັດຕັ້ງປະຕິບັດໂຄງການ ໃຫ້ມີຄວາມຄືບໜ້າ ແລະ ຮັບປະກັນຄຸນນະພາບ; ເປັນເຈົ້າການຊຸກຍູ້-ສົ່ງເສີມປະຊາຊົນ, ຜູ້ປະກອບການປູກຝັງ-ລ້ຽງສັດ ເພື່ອເປັນສິນຄ້າສະໜອງໃຫ້ໂຄງການ ທັງເປັນການຫລຸດຜ່ອນ ການນໍາເຂົ້າສິນຄ້າ ຈາກພາຍນອກ; ໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ ຄຸ້ມຄອງພະນັກງານ-ກຳມະກອນຂອງຕົນ ເຄື່ອນໄຫວ ວຽກງານຖືກຕ້ອງຕາມລະບຽບ ແລະ ກົດໝາຍ ສປປ ລາວ ຢ່າງເຂັ້ມງວດ; ສຸມທຶນຮອນ, ພາຫະນະ, ກົນຈັກ, ກໍາລັງແຮງ ແລະ ປະສົບປະການ ເພື່ອເຮັດໃຫ້ການກໍ່ສ້າງ ມີຄວາມຄືບໜ້າ, ຮັບປະກັນຄວາມປອດໄພ ແລະ ສໍາເລັດຕາມແຜນການທີ່ວາງໄວ້ ບົນພື້ນຖານການພັດທະນາ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຢ່າງທັນການ ແລະ ທົ່ວເຖິງ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ມີຄຳເຫັນຕີລາຄາວ່າ: ການກໍ່ສ້າງໂຄງການນີ້ ເປັນການພັດທະນາອຸດສາຫະກໍາທີ່ສໍາຄັນ ແລະ ນອນຢູ່ໃນແຜນຍຸດທະສາດ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຮອດປີ 2030, ເປັນໂຄງການໃຫຍ່ ທີ່ມີການລົງທຶນສູງ, ນໍາໃຊ້ເຕັກ ນິກ-ເຕັກໂນໂລຊີທີ່ທັນສະໄໝ, ພ້ອມທັງມີຄວາມເຊື່ອໝັ້ນວ່າ: ພາຍຫລັງກໍ່ສ້າງໂຄງການສຳເລັດ ຈະ​ເປັນ​ກາຍເປັນເງື່ອນໄຂທີ່ສໍາຄັນ ໃຫ້ແກ່ການ​ພັດທະນາອຸດສາຫະກໍາພະລັງງານ, ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນສະເພາະໜ້າ ແລະ ຍາວນານ, ສາມາດເຊື່ອມໂຍງພະລັງງານ ກັບປະເທດໃກ້ຄຽງໄດ້ຫລາຍຂຶ້ນ, ທັງເປັນການປະຕິບັດທິດທາງ ແລະ ຈຸດໝາຍ ''ຂຸດຄົ້ນທ່າແຮງບົ່ມຊ້ອນ​ ຂອງແຫລ່ງຊັບພະຍາກອນທໍາມະຊາດ ເພື່ອຜະລິດພະລັງງານສະອາດ, ມີສະຖຽນລະພາບ, ໝັ້ນຄົງ, ສາມາດສະໜອງ​ກະ​ແສ​ໄຟຟ້າ ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການຊົມ​ໃຊ້ຢູ່​ພາຍ​ໃນ ແລະ ມີການ​ສົ່ງ​ອອກ ໃຫ້ປາ ກົດຜົນເປັນຈິງ.


ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ລຳເລັດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ ກົມຈັດຕັ້ງ-ພະນັກງານ ຫສພການເມືອງ

      ລຳເລັດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ ກົມຈັດຕັ້ງ-ພະນັກງານ ຫສພ

      4/10/2025 9:58:51 AM

      ຂປລ. ຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ປິດລົງດ້ວຍຜົນສໍາເລັດ ພາຍຫລັງ ດຳເນີນ ມາແຕ່ວັນທີ 17-28 ມີນາ 2025 ຜ່ານມາ ​ແລະ ​ໄດ້​ຈັດ​ພິທີ​ປິດ​ຝຶກ​ອົບຮົມ​ ໃນ​ວັນ​ທີ 9 ​ເມສາ 2025

    • ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສການເມືອງ

      ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສ

      4/9/2025 3:07:29 PM

      ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ​ໂດຍ​ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສການເມືອງ

      ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສ

      4/9/2025 2:53:54 PM

      ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568

    • ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງການເມືອງ

      ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

      4/9/2025 12:35:38 PM

      ຂປລ. ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ

    • ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີການເມືອງ

      ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

      4/9/2025 12:21:44 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.


Top