KPL
ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ
ຂປລ. ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫລວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫລວງພະບາງ.
ຮ້ານສາຂາ LPB PHOSY ບໍລິຫານໂດຍບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງໄດ້ເຂົ້າມາເປີດ ແລະ ບໍລິຫານ 7-Eleven ໃນ ສປປລາວ ສາຂາທໍາອິດຕັ້ງແຕ່ ເດືອນກັນຍາ ປີ 2023. ປັດຈຸບັນມີຮ້ານເປີດໃຫ້ບໍລິການໃນລາວ 12 ສາຂາ, ກະຈາຍຢູ່ໃນນະຄອນຫລວງວຽງຈັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ຫລ້າສຸດແມ່ນແຂວງຫລວງພະບາງ. ໂດຍເປີດໂອກາດໃຫ້ນັກທຸລະກິດທ້ອງຖິ່ນ ທີ່ສົນໃຈເຂົ້າມາເປັນຜູ້ຮ່ວມທຸລະກິດ ເຮັດໃຫ້ຮ້ານ 7-Eleven ຫລາຍກວ່າເຄິ່ງໜື່ງ ໃນປັດຈຸບັນດໍາເນີນທຸລະກິດໂດຍນັກທຸລະກິດຄົນລາວ ທີ່ມີສັກກະຍະພາບ ທຸກໆພື້ນທີ່ ທີ່ມີຮ້ານ 7-Eleven ຕັ້ງຢູ່ ບໍ່ພຽງແຕ່ນໍາສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ ແຕ່ມັນຍັງສ້າງວຽກເຮັດງານທໍາໂດຍຜ່ານການຈ້າງງານໂດຍກົງ ແລະ ທາງອ້ອມໃນທຸລະກິດທີ່ກ່ຽວຂ້ອງ. ຮ້ານ 7-Eleven ໃນແຂວງຫລວງພະບາງ ຈະຊ່ວຍສົ່ງເສີມດ້ານການທ່ອງທ່ຽວ ດ້ວຍການຍົກລະດັບການບໍລິການ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວຕະຫລອດ 24 ຊົ່ວໂມງ ແລະ ດ້ວຍການດໍາເນີນທຸລະກິດໂດຍຍຶດໝັ້ນຄ່ານິຍົມ 3 ປະໂຫຍດຂອງເຄືອບໍລິສັດ ຈະເລີນໂພກກະພັນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດ ແລະ ປະຊາຊົນ, ໂດຍຍຶດໝັ້ນອຸດົມການ Giving and Sharing ຂອງ ຊີພີ ອໍລ໌, ພວກເຮົາຈະຊຸກຍູ້ໃຫ້ 7-Eleven ກາຍເປັນຮ້ານສະດວກຊື້ຄຽງຄູ່ຊຸມຊົນ ແລະ ສັງຄົມ ເປັນສ່ວນໜຶ່ງໃນການຊຸກຍູ້ເສດຖະກິດຂອງປະເທດໃຫ້ຂະຫຍາຍຕົວຢ່າງຍືນຍົງຕໍ່ໄປ.
KPL