ຫາລື ຍົກສູງບົດບາດ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ

05/03/2025 18:02
Email Print 332
KPL ຂປລ. ເມື່ອບໍ່ດົນມານີ້, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ




ຂປລ. ເມື່ອບໍ່ດົນມານີ້
, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ ແຕ່ເດືອນກໍລະກົດ 2025 ຫາ ເດືອນມິຖຸນາ 2029 ໂດຍເປັນປະທານຮ່ວມຂອງ ທ່ານ ວົງສິນ ໄຊຍະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ແລະ ທ່ານ ນາງ ໜໍ່ຄໍາ ສຸພານຸວົງ ຜູ້ອໍານວຍການອົງການຣູມທູຣີດ ປະຈໍາລາວ, ມີຜູ້ຕາງໜ້າກົມ, ສະຖາບັນ, ພະແນກ, ວິທະຍາໄລຄູປາກເຊ ແລະ ຫລວງພະບາງ, ພ້ອມດ້ວຍ ການນໍາຂັ້ນເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາ ຈາກ 8 ເມືອງເປົ້າໝາຍ ເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງນີ້, ກໍເພື່ອປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ລະ ຫວ່າງ ກະຊວງ ສສກ ແລະ ອົງການຣູມທູຣີດ ປະຈໍາລາວ ກ່ຽວກັບໂຄງການສົ່ງເສີມຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ແຕ່ເດືອນ ກໍລະກົດ 2025 ຫາ ມິຖຸນາ 2029 ທີ່ຈະຈັດຕັ້ງປະຕິບັດຢູ່ແຂວງຫລວງພະບາງ ແລະ ຈໍາປາສັກ ເຊິ່ງໂຄງການດັ່ງກ່າວ, ເປັນໂຄງການໃໝ່ທີ່ຈະສືບຕໍ່ຫລັງໂຄງການສົ່ງ ເສີມການສຶກສາສໍາລັບເດັກຍິງ ທີ່ພວມປະຕິບັດຢູ່ໃນສອງແຂວງ ທີ່ຈະສິ້ນສຸດລົງໃນວັນທີ 30 ມິຖຸນາ 2025 ທີ່ຈະມາເຖິງນີ້.




ໂຄງການສົ່ງເສີມຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ໂດຍອົງການຣູມທູຣີດ ຈະໃຫ້ການສະໜັບສະໜູນດ້ານວິຊາການ ໃຫ້ແກ່ກະຊວງ ສສກ ໃນການພັດທະນາຫລັກສູດ ແລະ ອຸປະກອນທີ່ຈຳເປັນສໍາລັບການເສີມສ້າງຂີດຄວາມສາມາດ ສະໜອງການຝຶກອົບຮົມ ໃຫ້ຄໍາແນະນໍາແກ່ທີມງານຄູຝຶກຫລັກແຫລ່ງ ໃນໂຮງຮຽນເປົ້າໝາຍຂອງໂຄງການ ເຊິ່ງປະກອບມີໂຮງຮຽນ ມຕົ້ນ
16 ແຫ່ງ ຂອງ 8 ເມືອງ ໃນ 2 ແຂວງ, ເປັນການເສີມສ້າງຂີດຄວາມສາມາດໃຫ້ຄູປະຈໍາຫ້ອງ ຈໍານວນ 165 ຄົນ ແລະ ຜູ້ອໍານວຍການໂຮງຮຽນ 16 ຄົນ ແລະ ວິທະຍາໄລຄູ 2 ແຂວງເປົ້າໝາຍ ກ່ຽວກັບຫລັກສູດການຝຶກອົບຮົມນັກຮຽນຄູ ແລະ ຄູປະຈຳການທີ່ມາເຊື່ອມຕໍ່ ແລະ ນັກກຮຽນ ມຕົ້ນ 4.510 ຄົນ, ຍິງ 1.821 ຄົນ ຕໍ່ໜຶ່ງສົກຮຽນ.

ຂໍ້ມູນ-ພາບ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວວັດທະນະທຳ-ສັງຄົມ

      ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວ

      3/6/2025 3:48:11 PM

      ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ

    • ເຮືອນສາມ ນໍ້າສີວັດທະນະທຳ-ສັງຄົມ

      ເຮືອນສາມ ນໍ້າສີ

      3/6/2025 9:43:42 AM

      ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງໆເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນຄົນດີຂອງສັງຄົມ, ໂດຍສະເພາະແມ່ນເພດຍິງແມ່ນຕ້ອງເປັນຜູ້ທ່ີປະຕິບັດຕາມຮີດຄອງປະເພນີຢ່າງເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາເປັນລູກເປັນເມຍ.

    • ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IVວັດທະນະທຳ-ສັງຄົມ

      ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

      3/5/2025 6:18:19 PM

      ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

    • ແມ່ຍິງ ກະຊວງ ຖວທ  ທັດສະນະ ສຶກສາ ຢູ່ຕໍານັກຜ້າໄໝລາວບູຮານວັດທະນະທຳ-ສັງຄົມ

      ແມ່ຍິງ ກະຊວງ ຖວທ ທັດສະນະ ສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ

      3/5/2025 6:12:02 PM

      ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທັດ ສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ ແລະ ຫໍພິພິທະພັນແຫ່ງຊາດ ເພື່ອສະເຫລີມສະຫລອງ ແລະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 115 ປີ ນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນກະຊວງຈໍານວນໜຶ່ງ ເຂົ້າຮ່ວມ.

    • ແລກປ່ຽນບົດຮຽນ ວຽກງານການ ແຈ້ງພາສີດ້ວຍການບໍລິຫານຄວາມສ່ຽງວັດທະນະທຳ-ສັງຄົມ

      ແລກປ່ຽນບົດຮຽນ ວຽກງານການ ແຈ້ງພາສີດ້ວຍການບໍລິຫານຄວາມສ່ຽງ

      3/5/2025 5:51:00 PM

      ຂປລ. ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການໄຈກາ ຈັດກອງປະຊຸມແລກປ່ຽນບົດຮຽນໃນວຽກງານການແຈ້ງພາສີ ດ້ວຍການບໍລິຫານຄວາມສ່ຽງ ພາຍໃຕ້ໂຄງການເສີມສ້າງປະສິດທິພາບ ດ້ານພາສີເພື່ອຂະຫຍາຍການເຊື່ອມໂຍງ ໃນຂົງເຂດລຸ່ມແມ່ນໍ້າຂອງ ໃນວັນທີ 4 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ກະຊວງການເງິນ, ທ່ານ ຄຸລິຕະ ໂນໂບລຸ ຊ່ຽວຊານໄຈກາປະຈໍາກົມພາສີ, ເຈົ້າໜ້າທີ່ອາວຸໂສວິເຄາະຂ່າວກອງ, ສູນຂໍ້ມູນຂ່າວກອງ ແລະ ກຳນົດເປົ້າໝາຍແຫ່ງຊາດ (NITC), ກົມພາສີຍີ່ປຸ່ນ (CTB) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


Top