KPL
ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທັດ ສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ ແລະ ຫໍພິພິທະພັນແຫ່ງຊາດ ເພື່ອສະເຫລີມສະຫລອງ ແລະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 115 ປີ ນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນກະຊວງຈໍານວນໜຶ່ງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ສຸລິຕາ ຜາເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ໃຫ້ຮູ້ວ່າ: ຕໍານັກຜ້າໄໝລາວບູຮານ ໄດ້ຮວບຮວມຜ້າແພພື້ນເມືອງລາວ ທີ່ສ່ອງແສງເຖິງຄວາມຫລາກຫລາຍ ທາງດ້ານວັດທະນະທໍາ ຂອງບັນດາເຜົ່າໃນປະເທດລາວ ທີ່ມີເອກະລັກ, ມີຄວາມໂດດເດັ່ນ ແລະ ມີຄວາມຫລາກຫລາຍ ປະກອບດ້ວຍຊຸດແຕ່ງກາຍທີ່ເປັນຕົວແທນໃຫ້ແກ່ຊົນເຜົ່າ ໝວດພາສາ ລາວ-ໄຕ, ຊົນ ເຜົ່າ ໝວດພາສາມອນ-ຂະແມ, ຊົນເຜົ່າໝວດພາສາ ຈີນ-ຕີເບດ, ຊົນເຜົ່າໝວດພາສາມົ້ງ-ອິວມຽນ, ຊຸດແຕ່ງກາຍໝໍມົນ-ໝໍເຢົາ, ຜ້າໃຊ້ໃນພິທີກໍາຕ່າງໆ ແລະ ຜ້າປະເພດຕົກແຕ່ງເຮືອນ. ນອກຈາກ, ຍັງມີຫລາຍກິດຈະກໍາ ເຊັ່ນ: ການສາທິດຕໍ່າຫູກດ້ວຍກີ່ຕັ້ງກີີ່ ແລະ ການຕໍ່າຜ້າພົມ, ການສາວໄໝ, ການເຂັນຝ້າຍ,ການເລັ່ນຝ້າຍ-ເລັ່ນໄໝ, ຊົມຄລີບວິດີໂອ ກ່ຽວກັນວິຖີຊີວິດຂອງຊາວຊ່າງຕໍ່າຫູກ, ນໍາສະເໜີ ສິລະປະຫັດຖະກໍາລາວ ແບບປະຍຸກ ມີທັງຈັດວາງສະແດງ ແລະ ຈໍາໜ່າຍ ລວມທັງຮ້ານກາເຟ ໄວ້ບໍລິການແຂກທີ່ມາຢ້ຽມຊົມ “ຕໍານັກຜ້າລາວໄໝລາວບູຮານ” ແຫ່ງນີ້.

ຫລັງຈາກນັ້ນ, ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ຢ້ຽມຊົມ ຫໍພິພິທະພັນແຫ່ງຊາດ ພ້ອມທັງຟັງປະຫວັດຄວາມເປັນມາ ຂອງຫໍພິພິທະພັນແຫ່ງຊາດລາວ ແລະ ໄດ້ຢ້ຽມຊົມຮູບພາບ, ວັດຖຸບູຮານໃນແຕ່ລະໄລຍະປະຫວັດສາດຂອງຊາດລາວ
ຂ່າວ: ກິດຕາ
KPL