KPL
ຂປລ. ກອງປະຊຸມ ຄັ້ງທີ 2 ຂອງຄະນະກຳມະການຮ່ວມດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ (JTC) ຈັດຂຶ້ນໃນວັນທີ 28 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈອມ ນິມົນ ລັດຖະມົນຕີກະຊວງການຄ້າ ກຳປູເຈຍ, ມີບັນດາຜູ້ຕາງໜ້າຈາກ ຂະແໜງການກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທັງສອງ 2 ປະເທດ ລາວ ແລະ ກຳປູເຈຍ ໄດ້ທົບທວນຄືນຜົນຂອງການ ຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ໄດ້ວາງແຜນຮ່ວມກັນໃນກອງປະຊຸມ JTC ຄັ້ງທີ 1 ຜ່ານມາ ແລະ ໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນແນວຄວາມຄິດຕໍ່ທິດທາງ ໃນການຮ່ວມມືດ້ານການຄ້າ ຂອງສອງປະເທດໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ຕົກລົງບັນຫາສຳຄັນ ທີ່ຕິດພັນກັບການພັດທະນາ, ສົ່ງເສີມການຄ້າ ແລະ ຂົງເຂດ ອື່ນໆ ທີ່ສະໜັບສະໜູນໃຫ້ມີ ການຂະຫຍາຍຕົວເພີ່ມຂຶ້ນ ແລະ ປືກສາຫາລືກ່ຽວກັບຂົງເຂດ ການຮ່ວມມືທີ່ສຳຄັນ ເປັນຕົ້ນ ເປົ້າໝາຍເພີ່ມມູນຄ່າການຄ້າສອງຝ່າຍ ແຕ່ນີ້ຮອດປີ 2030, ການຮ່ວມມືເຂດການຄ້າເສລີ, ການພັດທະນາຕະຫລາດຊາຍແດນ, ສັນຍາວ່າດ້ວຍການຄ້າຊາຍແດນ ແລະ ສັນຍາວ່າດ້ວຍສິນຄ້າຜ່ານແດນ ລວມເຖິງການສ້າງກົນໄກການຮ່ວມມື ໂດຍຜ່ານກອງປະຊຸມປະຈຳປີ ຂອງອົງການປົກຄອງແຂວງ, ຊາຍແດນ ແລະ ຂະແໜງອຸດສາຫະກຳ-ການຄ້າ, ການວາງສະແດງສິນຄ້າ, ຕະຫລາດນັດ ສົ່ງເສີມພາກທຸລະກິດ ແລະ ການລົງທຶນ ການທ່ອງທ່ຽວ, ການຂົນສົ່ງ ແລະ ການຮ່ວມມືຂອງສະພາການຄ້າ ແລະ ອຸດສາຫະກຳ ຂອງລາວ ແລະ ກຳປູເຈຍ.
ສປປ ລາວ ເຫັນດີເປັນຢ່າງຍິ່ງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ໃນທຸກຂົງເຂດ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຮ່ວມກັນ, ກຳນົດກາລະໂອກາດໃນຕໍ່ໜ້າ ເພື່ອເພີ່ມທະວີການຮ່ວມມື ດ້ານເສດຖະກິດ ແລະ ການຄ້າ ຂອງສອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ຂໍ້ມູນ-ພາບ: ວຽງຈັນໃໝ່
KPL