ສະຫລຸຸບວຽກງານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024

30/01/2025 13:57
Email Print 1313
KPL ຂປລ. ກອງປະຊຸມສະຫລຸບ ວຽກງານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ຈັດຂຶ້ນໃນວັນທີ 30 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າກົມ, ສະຖາບັນ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ທົ່ວປະເທດ ເຂົ້າຮ່ວມ.




ຂປລ. ກອງປະຊຸມສະຫລຸບ ວຽກງານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ
2024 ແລະ ວາງທິດທາງແຜນການ ປີ 2025 ຈັດຂຶ້ນໃນວັນທີ 30 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າກົມ, ສະຖາບັນ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ທົ່ວປະເທດ ເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ​ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ຄັ້ງນີ້, ໄດ້ຮັບຟັງບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024 ແລະ ທິດທາງແຜນການປີ 2025 ແລະ ແຜນ 5 ປີ ຄັ້ງທີ 9 (2026-2030), ຮັບຟັງການສະຫລຸບຕີລາຄາ ການຈັດຕັ້ງຜັນຈະຫຍາຍ ມະຕິ 19/ກມສພ, ມະຕິ 04 ແລະ ມະຕິ 05 ທີ່ຕິດພັນກັບພາລະບົດບາດ ຂອງຂະແໜງກະສິກຳ ແລະ ປ່າໄມ້. ນອກນັ້ນ, ຍັງຈະໄດ້ຮັບຟັງການນໍາສະເໜີບັນດາໂຄງການ, ນະໂຍ ບາຍ, ນິຕິກຳ ແລະ ບັນຫາຕ່າງໆ ຈາກບັນດາກົມໃນກະຊວງກະສິກຳ ແລະ ປ່າໄມ້ ແລະ ບາງຂະແໜງ ການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງຈໍານວນໜຶ່ງ, ພ້ອມທັງເປີດກວ້າງໃຫ້ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນ. ພ້ອມກັນນີ້, ກໍຈະໄດ້ມອບແຜນວຽກຈຸດສຸມ ປີ 2025 ໃຫ້ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ, ການນໍາຂັ້ນທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ຈໍານວນໜຶ່ງ ເພື່ອສືບຕໍ່ຊີ້ນໍາ-ນໍາພາ ຈັດຕັ້ງຜັນຂະຫຍາຍ ປະຕິບັດຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ ​ເຊິ່ງຜົນຂອງກອງປະຊຸມໃນຄັ້ງນີ້, ​ແມ່ນມີຄວາມໝາຍຄວາມສໍາຄັນຫລາຍ ເນື່ອງຈາກເປັນການສະຫລຸບຕີລາຄາ ປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊິ່ງໃນໄລຍະ 5 ປີ ຜ່ານມາ ຂະແໜງກະສິກຳ ໄດ້ສຸມໃສ່ 4 ແຜນງານຫລັກ ຄື: ການຜະລິດ ຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ການຜະລິດກະສິກຳເປັນສິນຄ້າ, ການຄຸ້ມຄອງຊັບພະ ຍາກອນປ່າໄມ້ ແລະ ການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ.




ຜ່ານການຈັດ ຕັ້ງປະຕິບັດ
5 ປີຜ່ານມາ ເຫັນວ່າ: ສາມາດຜະລິດຄໍ້າປະກັນ ສະບຽງອາຫານ ໄດ້ໂດຍພື້ນຖານ ໂດຍສະເພາະ ການຜະລິດ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຈຳນວນໜຶ່ງ (ເຖິງວ່າ ບາງແຂວງຍັງໄດ້ມີການດຸ່ນດ່ຽງ ຈາກແຂວງໃກ້ຄຽງ ແລະ ນໍາເຂົ້າຈາກຕ່າງປະເທດ). ນອກຈາກນີ້, ມູນຄ່າການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ມີການເພີ່ມຂຶ້ນແຕ່ລະປີ ຈາກມູນຄ່າ 1.100 ລ້ານກວ່າໂດລາສະຫະລັດ ໃນປີ 2021 ມາເປັນ ມູນຄ່າ 1.466 ລ້ານກວ່າໂດລາສະຫະລັດ ປີ 2024. ໃນນັ້ນ, ພືດ ແລະ ຜະລິດຕະພັນພືດ ແມ່ນເພີ່ມຂຶ້ນ (ທຽບຕົວເລກ ປີ 2024 ແລະ ປີ 2021), ສ່ວນຈໍາສັດ ແລະ ຜະລິດຕະພັນສັດ ແລະ ໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ແມ່ນຫລຸດລົງ, ເນື່ອງຈາກ ຂໍ້ຈຳກັດ ແລະ ມາດຕະຖານຂອງການ ຮັບສິນຄ້າປະເພດ ສັດ ແລະ ຜະລິດຕະພັນສັດ ຂອງປະເທດຄູ່ຄ້າ ແມ່ນສູງ ແລະ ຍັງມີການ ສົ່ງອອກສັດ ຕາມດ່ານຊາຍແດນທີ່ບໍ່ເປັນທາງການ.

​ໂອກາດ​ນີ້, ທ່ານ ລິນຄຳ ດວງສະຫວັນ ຍັງໄດ້ຮຽກຮ້ອງໃຫ້ ຜູ້ແທນກອງປະຊຸມ ໂດຍສະເພາະ ບັນດາພະແນກ ກະສິກຳ ແລະ ປ່າໄມ້  ເຊິ່ງເປັນພາກສ່ວນຈັດຕັ້ງປະຕິບັດ ບັນດານິຕິກຳ ແລະ ລະບຽບການຕ່າງໆ ຢູ່ຂັ້ນທ້ອງຖິ່ນ ແລະ ຍັງເປັນພາກສ່ວນທີ່ຕິດແທດກັບ ຜູ້ປະກອບການ ຂອງຂະແໜງກະສິກຳ ແລະ ປ່າໄມ້ ຕ້ອງໄດ້ຕີລາຄາຄືນ ຜ່ານມາ ໄດ້ພົບພໍ້ບັນຫາໃດແດ່, ອັນສໍາຄັນ ​ແມ່ນບັນດາສິ່ງທ້າທາຍ ຂອງວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ພວກເຮົາກໍາລັງຜະເຊີນ ແລະ ຈະຜະເຊີນໃນຕໍ່ໜ້າ ໂດຍສະເພາະ ການຜະລິດເປັນສິນຄ້າ ເພື່ອສົ່ງອອກ, ການດຸ່ນດ່ຽງຜົນຜະລິດລະ ຫວ່າງ ແຂວງຕໍ່ແຂວງ ເພື່ອທົດແທນການນໍາເຂົ້າຈາກຕ່າງປະເທດ. ພ້ອມທັງ ເນັ້ນໃຫ້ກອງປະຊຸຸມ ໃນຄັ້ງນີ້, ຕ້ອງຍົກໃຫ້ເຫັນ ບັນຫາທີ່ຂະແໜງກະສິກຳ ພົບພໍ້ແມ່ນຫຍັງ, ມີຫຍັງແດ່, ຍ້ອນຫຍັງ, ຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຂໍ້ສະເໜີ ແລະ ວິທີແກ້ໄຂໃຫ້ຊັດເຈນ, ບໍ່ຄຸມເຄືອ, ໃນຄວາມຮັບຜິດຊອບເຮົາຈະສຸມໃສ່ແກ້ໄຂຫຍັງ ແລະ ເຮັດຫຍັງ ເພື່ອເປັນ ບ່ອນອີງໃຫ້ແກ່ ການກຳນົດແຜນປີ 2025 ແລະ 5 ປີຕໍ່ໜ້າ ຮອດປີ 2030.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າການເມືອງ

      ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

      3/6/2025 7:49:00 PM

      ຂປລ. ໃນວັນທີ 6 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.

    • ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ ການເມືອງ

      ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ

      3/6/2025 7:44:41 PM

      ຂປລ. ງານວາງສະແດງເອກະສານ ປະຫວັດສາດ ແລະ ນໍາສະເໜີປື້ມ ສັກຂີພິຍານປະຫວັດສາດມິດຕະພາບ ລາວ-ຈີນ ຈັດຂຶ້ນວັນທີ 6 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຫລຽງດ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາການນໍາກະຊວງພາຍໃນ, ຄະນະຜູ້ແທນຫໍເອກະສານ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    • ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດການເມືອງ

      ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ

      3/6/2025 7:34:10 PM

      ຂປລ. ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ ໄປພ້ອມໆກັບແນວທາງຍຸດທະສາດ ແລະ ຍຸດໂທບາຍທີ່ຖືກຕ້ອງ ເຊິ່ງສະແດງອອກໃນໂຄງການ ການເມືອງສະບັບທໍາອິດ ເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນ ທີ່ເກີດຂຶ້ນ ຈາກຄວາມຄຽດແຄ້ນ ຕໍ່ແອກຄອບຄອງກົດຂີ່ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາ ຫັນໄປສູ່ບາດລ້ຽວໃໝ່-ບາດລ້ຽວແຫ່ງການປະຕິວັດ ຍາດເອົາເອກະລາດ, ອິດສະຫລະພາບຂອງຊາດ, ພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

    • ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດການເມືອງ

      ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

      3/6/2025 7:25:01 PM

      ຂປລ. ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໃນວັນທີ 04 ມີນາ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກ ການເງິນນະຄອນຫລວງວຽງຈັນ, ຫົວໜ້າສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນ 09 ຕົວເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການການເມືອງ

      ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      3/6/2025 7:22:19 PM

      ຂປລ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສຳນັກງານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.


Top