ສປຈີນ ຜະລິດນໍ້າມັນ-ແກັສ ບັນລຸ 400 ລ້ານໂຕນ ເປັນຄັ້ງທຳອິດ

01/02/2025 00:09
Email Print 321
KPL ເມື່ອບໍ່ດົນມານີ້ ສຳນັກບໍລິຫານ ພະລັງງານ ແຫ່ງຊາດ ສປຈີນ ເປີດເຜີຍວ່າ: ຜົນຜະລິດນໍ້າມັນດິບ ແລະ ແກັສທຳມະຊາດຂອງ ສປຈີນ ສູງກວ່າ 400 ລ້ານໂຕນ ທຽບເທົ່ານໍ້າມັນ ເປັນຄັ້ງທຳອິດໃນປີ 2024 ແລະ ມີການເຕີບໂຕ ລາຍປີກວ່າ 10 ລ້ານໂຕນເປັນປີທີ 8 ຕິດຕໍ່ກັນ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂ​ອງ ສປຈີນ, ເມື່ອບໍ່ດົນມານີ້ ສຳນັກ​ບໍລິຫານ ພະລັງງານ​ ແຫ່ງ​ຊາດ ສປຈີນ ​ເປີດ​ເຜີຍ​ວ່າ: ຜົນ​ຜະລິດ​ນໍ້າມັນ​ດິບ ​ແລະ ​ແກັສທຳ​ມະ​ຊາດ​ຂອງ ສປຈີນ ສູງ​ກວ່າ 400 ລ້ານ​ໂຕນ ທຽບ​ເທົ່າ​ນໍ້າມັນ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2024 ​ແລະ ມີການ​ເຕີບ​ໂຕ ລາຍ​ປີກ​ວ່າ 10 ລ້ານ​ໂຕນ​ເປັນ​ປີ​ທີ 8 ຕິດ​ຕໍ່​ກັນ.

          ໂດຍ​ການ​ຜະລິດ​ນໍ້າມັນ​ດິບ ​ສູງ​ເຖິງ 213 ລ້ານ​ໂຕນ​ໃນ​ປີ 2024 ​ເພີ່ມ​ຂຶ້ນ 24 ລ້ານ​ໂຕນ​ ຈາກ​ປີ 2018, ໃນຂະນະ​ທີ່ ການ​ຜະລິດ​ ແກັສທໍາມະ​ຊາດ ບັນລູເຖິງ 2,46 ​ແສນ​ລ້ານ​ແມັດ​ກ້ອນ, ​ເພີ່ມ​ຂຶ້ນ ​ສະ​ເລ່ຍກວ່າ 1,3 ໝື່ນ​ລ້ານ​ແມັດ​ກ້ອນ​ ຕໍ່​ປີ ​ໃນ​ໄລຍະ 6 ປີຜ່ານມາ. ສ່ວນແຫ​ລ່ງ ສຳຮອງ​ ນອກ​ແຄມ​ຝັ່ງ ​ແລະ ​ແຫ​ລ່ງສຳຮອງ​ ນອກ​ຮູບ​ແບບ (unconventional reserve) ກາຍ​ເປັນ​ປັດ​ໄຈ​ຫລັກ​ ໃນການຊຸກຍູ້ ​ກຳລັງ​ ການ​ຜະລິດ ​ໃຫ້​ເຕີບ​ໂຕ​ເຊັ່ນ: ຜົນ​ຜະລິດ​ນໍ້າມັນ​ຈາກ ຊັ້ນ​ຫີນ ດິນ​ດາດ ຂອງ​ ສປຈີນ ​ເພີ່ມ​ຂຶ້ນເປັນ 6 ລ້ານ​ໂຕນ​ ໃນ​ປີ 2024 ເພີ່ມ​ຂຶ້ນ​ກວ່າ 30% ​ເມື່ອ​ທຽບປີ​ຕໍ່​ປີ.

KPL

ຂ່າວອື່ນໆ


Top